ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເນໂຕ້ຊ່ອຍລີເບຍ ຕາມລ່າຫາໂຕ Gadhafi


ພວກກະບົດລີເບຍ ພວມຍິງຕໍ່ສູ້ຢ່າງດຸເດືອດ ຢູ່ນອກໂຮງແຮມ Corinthia ບ່ອນທີ່ພວກນັກຂ່າວຕ່າງປະເທດ ຈຳນວນນຶ່ງ ພັກເຊົາໃນນະຄອນຫຼວງຕຣີໂປລີ (25 ສິງຫາ 2011)
ພວກກະບົດລີເບຍ ພວມຍິງຕໍ່ສູ້ຢ່າງດຸເດືອດ ຢູ່ນອກໂຮງແຮມ Corinthia ບ່ອນທີ່ພວກນັກຂ່າວຕ່າງປະເທດ ຈຳນວນນຶ່ງ ພັກເຊົາໃນນະຄອນຫຼວງຕຣີໂປລີ (25 ສິງຫາ 2011)

ອັງກິດກ່າວວ່າ ອົງການເນໂຕ້ພວມໃຫ້ການຊ່ອຍເຫຼືອແກ່ພວກກະບົດລີເບຍໃນການຕາມລ່າ
ຫາໂຕທ່ານ Moammar Gadhafi ແລະສະມາຊິກຈຳນວນນຶ່ງຂອງອຳນາດການປົກຄອງຜູ້
ກ່ຽວຂະນະທີ່ພວກຝ່າຍຄ້ານລີເບຍໄດ້ສະເໜີໃຫ້ເງິນລາງວັນແກ່ຜູ້ໃດກໍຕາມທີ່ສາມາດຈັບທ່ານ
Gadhafi ໄດ້.

ລັດຖະມົນຕີກະຊວງປ້ອງກັນປະເທດອັງກິດທ່ານ Liam Fox ກ່າວຕໍ່ອົງການ ຂ່າວ Sky
ຂອງອັງກິດ ໃນວັນພະຫັດມື້ນີ້ວ່າ ອົງການເນໂຕ້ໃຫ້ຄວາມຊ່ອຍເຫຼືອ ແກ່ພວກກະບົດໃນ ດ້ານສືບລັບແລະອຸບປະກອນສອດແນມ ເພື່ອຊ່ອຍໃນການຊອກຫາທ່ານ Gadhafi.

ເວລານີ້ ກຳລັງຂອງພວກຝ່າຍຄ້ານກ່າວອ້າງວ່າ ຕົນສາມາດຄວບຄຸມ 90% ຂອງປະເທດ
ໄດ້ແລ້ວ ແຕ່ທ່ານ Gadhafi ຫຼົບລີ້ຢູ່ໃສແທ້ນັ້ນ ຍັງສືບຕໍ່ເປັນບັນຫາທີ່ລຶກລັບ. ເຈົ້າໜ້າທີ່
ສະຫະລັດເວົ້າວ່າ ເຂົາເຈົ້າເຊື່ອວ່າ ທ່ານ Gadhafi ຍັງຢູ່ໃນປະເທດລີເບຍ.

ຜູ້ນຳຂອງສະພາໄລຍະຂ້າມຜ່ານແຫ່ງຊາດ ຫຼື TNC ທ່ານ Mustafa Abdel Jalil ກ່າວ
ໃນມື້ວັນພຸດວານນີ້ວ່າ ກຸ່ມຝ່າຍຄ້ານຂອງທ່ານສະໜັບສະໜຸນການຕັດສິນໃຈຂອງພວກນັກ
ທຸລະກິດທ້ອງຖິ່ນ ທີ່ຈະໃຫ້ເງິນລາງວັນ 1 ລ້ານ 6 ແສນ 7 ໝື່ນໂດລາ ໃນຄວາມພະຍາ
ຍາມເພື່ອເລັ່ງລັດການຈັບໂຕທ່ານ Ga dhafi. ທ່ານ Jalil ເວົ້າວ່າ ສະພາໄລຍະຂ້າມຜ່ານ
ແຫ່ງຊາດຕ້ອງການດຳເນີນຄະດີ ທ່ານ Gadhafi ຢູ່ທີ່ລີເບຍ ບໍ່ແມ່ນຢູ່ທີ່ສານອາຍານາໆ
ຊາດທີ່ນະຄອນ Hague ປະເທດເນເທີແລນ ຊຶ່ງສານນາໆຊາດຕ້ອງການໂຕພັນເອກ
Gadhafi ໃນຂໍ້ຫາອາດຊະຍາກອນສົງຄາມ.

ຂະນະດຽວກັນ ອົງການຜູ້ຍົກຍ້າຍຖິ່ນຖານຫຼືອົບພະຍົບນາໆຊາດກ່າວວ່າ ກຳປັ່ນລຳນຶ່ງ
ທີ່ສົ່ງໄປຮັບຊາວຕ່າງປະເທດຈາກກຸງຕຣີໂປລີ ບໍ່ສາມາດເຂົ້າຈອດໄດ້ ຫຼັງຈາກໄດ້ມີຄວາມ ວິຕົກກັງວົນກ່ຽວກັບສະຖານະການດ້ານຄວາມປອດ ໃນນະຄອນດັ່ງກ່າວ ເຮັດໃຫ້ກຳປັ່ນ ຕ້ອງແລ່ນຢູ່ນອກຝັ່ງເປັນເວລາຫຼາຍໆມື້. ໂຄສົກຍິງຄົນນຶ່ງຂອງອົງການນີ້ກ່າວວ່າ ທາງອົງ ການມີຄວາມຫວັງໄປໃນແງ່ດີ ວ່າຕົນຈະສາມາດຍົກຍ້າຍພວກຄົນຕ່າງດ້າວອອກໄປໄດ້
ໃນວັນພະຫັດມື້ນີ້ ແລະກຳປັ່ນອີກລຳນຶ່ງພວມຢູ່ໃນລະຫວ່າງການເດີນທາງໄປຍັງນະຄອນ ຕຣີໂປລີ.

ພວກກະບົດລີເບຍໄດ້ຂະຫຍາຍການຄວບຄຸມຂອງຕົນຢູ່ທີ່ນະຄອນຫຼວງຕຣີໂປລີແລະໃນ
ເຂດອື່ນໆຂອງປະເທດ ໃນມື້ວັນພຸດວານນີ້ ຂະນະທີ່ເຂດທີ່ຍັງຄວບຄຸມໂດຍພວກຈົງຮັກ
ພັກດີຕໍ່ທ່ານ Gadhafi ໄດ້ທຳການຕ້ານຢັນຢ່າງແຂງແຮງນັ້ນ.

XS
SM
MD
LG