ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຽງລະເບີດ ຂະໜາດແຮງຫຼາຍຄັ້ງ ແຕກຂຶ້ນທີ່ ນະຄອນຫຼວງຂອງລີເບຍ


ພວກກະບົດລີເບຍທີ່ພວມທຳການສູ້ລົບ (18 ສິງຫາ 2011)
ພວກກະບົດລີເບຍທີ່ພວມທຳການສູ້ລົບ (18 ສິງຫາ 2011)

ໄດ້ຍິນສຽງລະເບີດຂະໜາດແຮງດັງຂຶ້ນຢ່າງນ້ອຍ 7 ຄັ້ງສັ່ນສະເທືອນນະຄອນຫຼວງຕຣີໂປລີ
ຂອງລີເບຍໃນຕອນເຊົ້າຂອງວັນສຸກມື້ນີ້ຂະນະທີ່ມີການຖິ້ມລະເບີດໂຈມຕີໃກ້ໆບ້ານພັກທ່ານ
Muammar Gadhafi ແລະຫຼາຍໆເຂດທາງກໍ້າຕາເວັນຕົກຂອງນະຄອນດັ່ງກ່າວ.

ເວລານີ້ກຳລັງຂອງພວກຝ່າຍຄ້ານ ພວມບຸກເຂົ້າໄປໃກ້ໆນະຄອນຫຼວງຈາກທາງທິດຕາເວັນ
ຕົກແລະທິດໃຕ້ ຂະນະທີ່ອົງການເນໂຕ້ຄວບຄຸມທະເລທີ່ຢູ່ທາງກໍ້າເໜືອ. ໃນແຕ່ລະມື້ມີພວກ
ອົບພະຍົບຈຳນວນຫຼາຍພັນຄົນພາກັນຫຼັ່ງໄຫຼອອກຈາກນະຄອນຫຼວງຕຣີໂປລີ.

ໃນວັນພະຫັດວານນີ້ ພວກນັກລົບຝ່າຍຄ້ານກ່າວວ່າ ຕົນໄດ້ເຂົ້າຄວບຄຸມໂຮງກັ່ນນໍ້າມັນທີ່ ຍັງໃຊ້ການໄດ້ແຫ່ງສຸດທ້າຍທີ່ເມືອງ Zawiya ຊຶ່ງຕັ້ງຫ່າງຈາກນະຄອນຫຼວງຕຣີໂປລີໄປທາງ
ກໍ້າຕາເວັນຕົກປະມານ 50 ຫຼັກກິໂລແມັດ. ປະຊາຊົນເວົ້າວ່າ ພວກກະບົດໄດ້ຄວບຄຸມສ່ວນ
ໃຫຍ່ຂອງເມືອງດັ່ງກ່າວນີ້.

ນອກນັ້ນແລ້ວໃນມື້ວານນີ້ ພວກກະບົດຍັງເວົ້າວ່າຕົນໄດ້ເຂົ້າຄວບຄຸມເມືອງ Sabratha ຊຶ່ງ
ເປັນຫົວເມືອງແຄມທະເລທີ່ຕັ້ງຢູ່ທາງທິດຕາເວັນຕົກຂອງເມືອງ Zawiya.

ຂະນະດຽວກັນລັດຖະບານລີເບຍໄດ້ຮຽກຮ້ອງໃຫ້ມີການຢຸດຍິງ. ນາຍົກລັດຖະມົນຕີ Bagh-
dadi Mahmudi ກ່າວຕໍ່ພວກນັກຂ່າວ ທີ່ນະຄອນຫຼວງຕຣີໂປລີວ່າ ການຍຸຕິຕໍ່ອັນທີ່ທ່ານ ເອີ້ນວ່າການໂຈມຕີທາງອາກາດຂອງອົງການເນໂຕ້ຕໍ່ປະຊາຊົນລີເບຍນັ້ນແມ່ນບາດກ້າວອັນ ທຳອິດເພື່ອຢຸດເຊົາການນອງເລືອດໃນລີເບຍ.

XS
SM
MD
LG