ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກກະບົດ ຢຶດໂຮງກັ່ນນໍ້າມັນ ໃນພາກຕາເວັນຕົກ ຂອງລີເບຍ (ເບິ່ງວີດີໂອ)


ພວກກະບົດລີເບຍ ພາກັນຍົກມືຂຶ້ນສະເຫຼີມສະຫຼອງໄຊຊະນະ ຂະນະທີ່ພວກເຂົາເຈົ້າບຸກເຂົ້າໄປໃນຫົວເມືອງແຄມ ທະເລ Zawiyah ໃນວັນທີ 15 ສິງຫາຜ່ານມາ.
ພວກກະບົດລີເບຍ ພາກັນຍົກມືຂຶ້ນສະເຫຼີມສະຫຼອງໄຊຊະນະ ຂະນະທີ່ພວກເຂົາເຈົ້າບຸກເຂົ້າໄປໃນຫົວເມືອງແຄມ ທະເລ Zawiyah ໃນວັນທີ 15 ສິງຫາຜ່ານມາ.

ພວກກະບົດລີເບຍກ່າວວ່າ ຕົນຢຶດໄດ້ໂຮງກັ່ນນໍ້າມັນທີ່ຍັງແລ່ນໄດ້ບ່ອນສຸດທ້າຍຂອງລັດຖະ
ບານທີ່ຫົວເມືອງແຫ່ງນຶ່ງທາງກໍ້າຕາເວັນຕົກຂອງນະຄອນຫຼວງຕຣີໂປລີຂະນະທີ່ພວກຕົນສືບ
ຕໍ່ການບຸກໂຈມຕີໄປຍັງນະຄອນຫຼວງເພື່ອບັງຄັບໃຫ້ຜູ້ນຳຂອງລີເບຍທ່ານ Moammar Ga-
dhafi ສະລະອຳນາດນັ້ນ.

ພວກກະບົດກ່າວໃນວັນພະຫັດມື້ນີ້ວ່າ ຕົນໄດ້ເຂົ້າຄວບຄຸມໂຮງກັ່ນນໍ້າມັນໃນ Zawiya ຊຶ່ງ
ຕັ້ງປະມານ 50 ຫຼັກກິໂລແມັດຫ່າງຈາກນະຄອນຫຼວງຕຣີໂປລີໄປທາງກໍ້າຕາເວັນຕົກ ນຶ່ງມື້
ຫຼັງຈາກບັນດາຜູ້ບັນຊາການຂອງພວກກະບົດເວົ້າວ່າເຂົາເຈົ້າໄດ້ອັດທໍ່ສົ່ງເຊື້ອໄຟທັງເຂົ້າແລະ ອອກຈາກສະຖານທີ່ດັ່ງກ່າວ.

ປະຊາຊົນທີ່ພາກັນຫຼົບໜີຈາກເມືອງ Zawiya ກ່າວໃນມື້ວັນພຸດວານນີ້ວ່າ ກຳລັງຂອງພວກ
ຕໍ່ຕ້ານລັດຖະບານ ໄດ້ເຂົ້າຄວບຄຸມສ່ວນໃຫຍ່ຂອງເມືອງດັ່ງກ່າວ ບ່ອນທີ່ໃນບັດ​ນີ້ມີທຸງຊາດ
ສີແດງ ດຳ ແລະຂຽວຂອງພວກເຂົາເຈົ້າປິວສະບັດຢູ່ນັ້ນ. ກຳລັງນິຍົມ Gadhafi ໄດ້ຍິງຖະ
ຫຼົ່ມເມືອງດັ່ງກ່າວຕື່ມອີກໃນມື້ວັນພຸດວານນີ້ ຂະນະທີ່ພວກມືປືນຈຳນວນນຶ່ງ ທີ່ຍັງຫຼົບລີ້ຢູ່ທີ່
ໂຮງກັ່ນນໍ້າມັນ ດັກຍິງພວກນັກລົບຂອງກຸ່ມກະບົດ.

XS
SM
MD
LG