ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລີເບຍ ເລືອກຕັ້ງເອົາຜູ້ນໍາຝ່າຍຄ້ານ ເປັນປະທານສະພາ

學校大禮堂在舉行阿爾布佐夫化學獎頒獎典禮。列寧曾在大禮堂內同其他大學生討論反政府示威活動。 (美國之音白樺)
學校大禮堂在舉行阿爾布佐夫化學獎頒獎典禮。列寧曾在大禮堂內同其他大學生討論反政府示威活動。 (美國之音白樺)

ສະພາ​ແຫ່ງ​ຊາດຊຸດ​ໃໝ່ ຂອງ​ລີ​ເບຍ ໄດ້​ເລືອ​ກ​ເອົາອະດີດ​ຜູ້​ນໍາ​ຝ່າຍ​ຄ້ານ ທ່ານ Moham-
med el-Megarif ​ເປັນ​ປະ​ທາ​ນສະພາ.

ທ່ານ Megarif ​ໄດ້​ຮັບຄະ​ແນນ​ 113 ສຽງ​ ຈາກ​ສະພາ​ແຫ່ງ​ຊາດ​ທີ່​ມີ​ສະມາຊິກ ທັງ​ໝົດ
200 ຄົນ ​ໂດຍໄດ້ໄຊຊະນະ ທ່ານ Ali Zidan ທີ່​ບໍ່​ສັງກັດ​ພັກ ຊຶ່ງ​ໄດ້ຮັບ​ສຽງ​ສ​ະໜັບສະ​
ໜຸນ 85 ສຽງ.

ການ​ລົງ​ຄະ​ແນນ​ສຽງ​ ​ໃນຕອນ​ແລງ​ຂອງ​ວັນ​ພະຫັດວານ​ນີ້ ​ມີ​ຂື້ນ​ນຶ່ງ​ມື້ຫລັງ​ຈາກສະພາ​ປົກ
ຄອງຊົ່ວ​ຄາວໃນ​ໄລຍະ​ຂ້າມ​ຜ່ານຂອງ​ລີ​ເບຍ ​ໄດ້​ມອບ​ອໍານາດ​ຄືນໃຫ້​ແກ່​ສະພາ ຊຶ່ງ​ໄດ້​ຖືກ
ເອົາໃນເດືອນ​ແລ້ວ​ນີ້ ​ໃນ​ການ​ເລືອກ​ຕັ້ງ​ແບບ​ເສຣີ​ຄັ້ງທໍ​າອິດຂອງ​ປະ​ເທດ ​ໃນຮອບ 60 ປີ.

ທ່ານ Megarif ເຄີຍ​ເປັນຜູ້​ນໍາຂະ​ບວນການຝ່າຍ​ຄ້ານ​ຂອງ​ລີ​ເບຍທີ່​ເກົ່າແກ່​ທີ່​ສຸດ ຄື​ພັກ​ແນວ​
ໂຮມ​ແຫ່ງ​ຊາດ​ເພື່ອ​ຟື້ນ​ຟູລີ​ເບ​ຍ ທີ່​ໄດ້​ພະຍາຍາມ​ມາ​ຫຼາຍໆ​ຄັ້ງ ເພື່ອຍຸຕິ​ການ​ປົກຄອງ​ເປັນ​ເວ
ລາ 42 ປີ​ຂອງ​ມື້ລາງ​ຜູ້​ນໍາ Moamar Gadhafi.

ຫລັງ​ຈາກ​ໄດ້ຫລົບ​ໜີໄປ​ລີ້​ໄພ​ຢູ່​ຕ່າງປະ​ເທດ​ໃນປີ 1980 ທ່າ​ນ Megarif ​ໄດ້​ກັບ​ຄືນ​ມາລີ​ເບຍ
ຫຼັງຈາກ​ໄດ້​ມີການ​ໂຄ່ນ​ລົ້ມ​ຂັບ​ໄລ່ທ່ານ Godhafi ​ໃນປີກາຍ​ນີ້.

ທ່ານ Megarif ຊຶ່ງ​ໃນປັດຈຸບັນ​ນີ້​ເປັນຫົວໜ້າ​ພັກ​ແນວ​ໂຮມ​ແຫ່ງ​ຊາດ ຈະ​ນໍາພາ​ສະພາ​ຊຸດໃໝ່
​ໃນ​ຂະນະ​ທີ່ສະພາ​ເລືອກ​ເອົານາຍົກ​ລົດຖະມົນ​ຕີແລະຈັດ​ແຈງປະ​ເທດ​ໄປ​ສູ່​ການ​ເລືອກ​ຕັ້ງສະພາ
ຢ່າງ​ເຕັມ​ສ່ວນຫລັງ​ຈາກໄດ້​ມີການ​ຮ່າງ​ລັດຖະທໍາ​ມະນູນ​ໃໝ່.

XS
SM
MD
LG