ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເອເຊຍອົບພະຍົບຄົນຂອງຕົນ ອອກຈາກລີເບຍ


ພວກແຮງງານຟີລິບປິນ ເດີນທາງກັບຄືນປະເທດຈາກລີເບຍ.
ພວກແຮງງານຟີລິບປິນ ເດີນທາງກັບຄືນປະເທດຈາກລີເບຍ.

ຟີ​ລິບ​ປິນກ່າວ​ວ່າ ລັດ​ມຸນຕີ​ຕ່າງປະ​ເທດ​ຂອງ​ຕົນເປັນ​ຜູ້​ຄຸ້ມ​ກັນດ້ວຍ​ໂຕ​ທ່ານເອງ ພົນລະ​ເມືອງ​ຟີ​ລິບ​ປີນ ປະມານ 550 ຄົນ​ ອອກຈາກນະຄອນຫລວງ​ຂອງ​ລີ​ເບຍ ໂດຍ​ທາງບົກ​ທີ່ສ່ຽງອັນຕະລາຍ ​ໄປ​ຍັງ​ປະ​ເທດ​ເພື່ອນ​ບ້ານ ​ຕູ​ນີ​ເຊຍ.

Website ຂອງ​ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ວ່າ ລັດຖະ
ມຸນຕີ​ຕ່າງປະເທດ Albert del Rosario ​ເດີນທາງ​ໄປ
ຮອດ​ກຸງ Tripoli ​ໃນ​ວັນ​ອາທິດ​ວານ​ນີ້ ຫລັງ​ຈາກ​ການ
ເດີນທາງທີ່ຫຍຸ້ງຍາກທີ່ຕ້ອງ​ຜ່ານ​ຜ່າ​ດ່ານ​ກວດກາ​ຢ່າງ​ນ້ອຍ 20 ​ແຫ່ງ. ​ໃນ​ວັນ​ຈັນ​ມື້​ນີ້ ທ່ານ​ໄດ້​ນໍາພາ​ຂະ​ບວນ ລົດ​ຕູ້​ແລະ​ລົດ​ບັສ 55 ຄັນ ບັນທຸກ​ພວກ​ແຮງ​ງານຟີ​ລິບ​ປິນ ທີ່​ຢາກ​ຫລົບໜີ​ຈາກ​ການຈະລາຈົນ​ທີ່​ຮຸນ​ແຮງຂຶ້ນ​ໃນ​ລີ​ເບຍ​ນັ້ນ.

ການ​ເດີນທາງ​ທີ່​ວ່າ​ນີ້ ແມ່ນ​ນຶ່ງ​ໃນ​ບັນດາການ​ອົບ​ພະຍົບທີ່​ຫຍຸ້ງ​ຍາກ​ທີ່​ສຸດ ໃນ​ຂະນະ​ທີ່​ພວກ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ເອ​ເຊຍ​ພະຍາຍາມ​ອົບພະຍົບພົນລະ​ເມືອງ​ຂອງ​ຕົນ​ອອກ​ຈາກ​ລີ​ເບຍ​ໄປ​ນັ້ນ.

ຈີນ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ໄດ້​ອົບ​ພະຍົບພົນລະ​ເມືອງ​ຂອງ​ຕົນ​ຈໍານວນເກືອບ 29 ພັນ​ຄົນ
ແລ້ວ ​ອອກ​ຈາກ​ລີ​ເບຍ ຊຶ່ງ​ເວລາ​ນີ້​ສ່ວນຫລາຍ​ພາກັນ​ລໍຖ້າ​ຢູ່​ໃນ​ປະ​ເທດ Greece, Malta,
Tunisia ​ແລະ​ໃນ ປະ​ເທດ​ອື່ນໆ​ ເພື່ອ​ລໍຖ້າ​ການ​ຂົນ​ສົ່ງ​ກັບ​ຄືນ​ປະ​ເທດ.

ເກົາຫລີ​ໃຕ້ ຊຶ່ງ​ມີ​ພວກ​ແຮງ​ງານ​ກໍ່ສ້າງ​ຈໍານວນ​ຫລາຍ​ພັນ​ຄົນ​ໃນ​ລີ​ເບຍ ກ່າວ​ໃນ​ວັນ​ຈັນ​ມື້​ນີ້
ວ່າຕົນ​ຈະ​ສົ່ງເຮືອ​ຮັບ​ເໝົາ​ຈໍານວນ​ນຶ່ງ ​ໄປ​ຮັບ​ເອົາ​ພົນລະ​ເມືອງ​ຂອງ​ຕົນ​ໃນ​ຈໍານວນ​ຫລາຍ
ເທົ່າ​ທີ່​ຈະເປັນ​ໄປ​ໄດ້. ​ເຮືອບິນຮັບ​ເໝົາ​ຖ້ຽວ​ນຶ່ງ​ຂອງ​ເກົາຫລີ​ໃຕ້​ ໄດ້​ອົບ​ພະຍົບຊາວ​ເກົາຫລີ
ໃຕ້​ຈໍານວນ​ນຶ່ງ ​ກັບ​ຄືນ​ປະ​ເທດ​ໃນ​ສັບປະດາ​ຜ່ານ​ມາ.

ເຮືອ​ຂ້າມ​ຟາກ​ລໍາ​ນຶ່ງໄດ້​ໄປ​ເຖິງ​ທ່າ​ກໍາ​ປັ່ນ​ແຫ່ງ​ນຶ່ງ​ໃນ​ປະ​ເທດ​ເກາະ Malta ໃນ​ວັນ​ອາທິດ​
ວານ​ນີ້ພ້ອມ​ກັບ​ພວກ​ແຮງ​ງານ​ຊາວ​ເອ​ເຊຍ​ປະມານ 1800 ຄົນ ຮວມທັງ​ພົນລະ​ເມືອງ​ຈີນ
ປາ​ກິ​ສຖານ ຟີ​ລິບ​ປິນ ​ໄທ​ ແລະ​ຫວຽດນາມ.

ອົງການ​ຂ່າວສານ Antara ຂອງອິນ​ໂດ​ເນ​ເຊຍ ກ່າວ​ວ່າ ພົນລະ​ເມືອງ​ອິນ​ໂດ​ເນ​ເຊຍ​ ຈໍາ
ນວນ​ຫລາຍ​ກວ່າ 250 ຄົນ ​ໄດ້​ເດີນທາງ​ໄປ​ຮອດຕູ​ນີ​ເຊຍຢ່າງ​ປອດ​ໄພ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້.

XS
SM
MD
LG