ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດຖະບານ ລີເບຍ ຈັບ ອະດີດໂຄສົກ ຂອງກາດາຟີ


ທ່ານ Moussa Ibrahim ອະດີດໂຄສົກ ຂອງມວມມາ ກາດາຟີ ໄດ້ຖືກຈັບ ໃນວັນເສົາທີ 20 ຕຸລາ, 2011
ທ່ານ Moussa Ibrahim ອະດີດໂຄສົກ ຂອງມວມມາ ກາດາຟີ ໄດ້ຖືກຈັບ ໃນວັນເສົາທີ 20 ຕຸລາ, 2011
ລີເບຍເວົ້າວ່າ ກໍາລັງຂອງລັດຖະບານ ໄດ້ຈັບອະດີດໂຄສົກ
ຂອງທ່ານມວມມາ ກາດາຟີ ໃນວັນເສົາວານນີ້ ຊຶ່ງເປັນວັນ
ຄົບຮອບນຶ່ງປີພໍດີ ທີ່ມື້ລາງຈອມຜະເດັດການຄົນນີ້ໄດ້ຖືກຈັບ
ໂຕ ແລະເສຍຊີວິດໄປ.

ຖະແຫລງການສະບັບນຶ່ງຂອງລັດຖະບານເວົ້າວ່າ ທ່ານ
Moussa Ibrahim ໄດ້ຖືກຈັບ ທີ່ດ່ານຊາຍແດນຢູ່ເມືອງ
Tarhuna ທາງພາກກາງຂ້ອນຂ້າງໄປທາງເໜືອຂອງປະ
ເທດ ແລະຈະຖືກນໍາຕົວໄປມອບແກ່ພວກເຈົ້າໜ້າທີ່ຢູ່ໃນ
ນະຄອນຫຼວງ Tripoli ເພື່ອສອບປາກ ຄຳຜູ້ກ່ຽວ.

ທ່ານ Ibrahim ເປັນໂຄສົກຂອງທ່ານມວມມາ ກາດາຟີ ໃນ
ລະຫວ່າງທີ່ເກີດສົງຄາມກາງ ເມືອງໃນລີເບຍ ໃນປີ 2011. ບໍ່ມີໃຜຮູ້ບ່ອນລີ້ຊ່ອນຕົວຂອງທ່ານນັບແຕ່ລັດຖະບານກຸງ
Tripoli ໄດ້ຖືກໂຄ່ນລົ້ມ ໃນເດືອນສິງຫາຂອງປີດຽວກັນນັ້ນ.
ທ່ານ Moammar Gadhafi ຖືກຫ້ອມລ້ອມ ໄປດ້ວຍພວກນັກຕໍ່ສູ້ ໃນເມືອງ Sirte ຂອງລີເບຍພາບຖ່າຍໃນທີ 20 ຕຸລາ, 2011
ທ່ານ Moammar Gadhafi ຖືກຫ້ອມລ້ອມ ໄປດ້ວຍພວກນັກຕໍ່ສູ້ ໃນເມືອງ Sirte ຂອງລີເບຍພາບຖ່າຍໃນທີ 20 ຕຸລາ, 2011

ທ່ານມວມມາ ກາດາຟີ ໄດ້ເສຍຊີວິດໄປໃນວັນທີ 20 ຕຸລາປີ 2011
ລຸນຫລັງທີ່ຂະບວນ ລົດພວກສະໜັບສະໜຸນທ່ານ ໄດ້ຖືກຕີໂດຍ
ເຮືອບິນ ແລະກຳລັງທະຫານບ້ານ ທີ່ຕໍ່ຕ້ານທ່ານ ໃນຂະນະທີ່ພວມ ພະຍາຍາມຫລົບໜີອອກໄປຈາກເມືອງ Sirte.

ບໍ່ພໍເທົ່າໃດຊົ່ວໂມງລຸນຫລັງທີ່ໄດ້ມີການປະກາດກ່ຽວກັບການຈັບ
ທ່ານ Ibrahim ສຽງບັນ ທຶກຢູ່ໃນໜ້າ Facebook ຂອງອະດີດໂຄ
ສົກທ່ານນີ້ ກໍໄດ້ປະຕິເສດການກ່າວອ້າງຂອງລັດຖະບານທີ່ເວົ້າ
ວ່າໄດ້ກັກໂຕທ່ານໄວ້. ສຽງບັນທຶກດັ່ງກ່າວ ຊຶ່ງຍັງບໍ່ທັນໄດ້ຮັບການ
ພິສູດວ່າແມ່ນສຽງໃຜແທ້ນັ້ນ ເວົ້າວ່າ ທ່ານ Ibrahim ບໍ່ໄດ້ຖືກຈັບ ແລະເວລານີ້ອາໄສຢູ່ ໃນຕ່າງປະເທດ.
XS
SM
MD
LG