ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການສູ້ລົບກັນຢ່າງໜັກ ທີ່ເມືອງ Misrata ຂອງລີເບຍ


ນັກລົບຂອງຝ່າຍຕໍ່ຕ້ານລັດຖະບານຄົນນຶ່ງ ຢືນຢູ່ຫຼັງລົດກະບະ ທີ່ຕິດຕັ້ງເຄື່ອງຍິງຈະຫຼວດໃສ່ ຂະນະທີ່ຢຸດພັກ ຢູ່ທາງສາຍນຶ່ງ ລະຫວ່າງເມືອງ Ajdabiyah ແລະເມືອງ Brega (9 ເມສາ 2011)
ນັກລົບຂອງຝ່າຍຕໍ່ຕ້ານລັດຖະບານຄົນນຶ່ງ ຢືນຢູ່ຫຼັງລົດກະບະ ທີ່ຕິດຕັ້ງເຄື່ອງຍິງຈະຫຼວດໃສ່ ຂະນະທີ່ຢຸດພັກ ຢູ່ທາງສາຍນຶ່ງ ລະຫວ່າງເມືອງ Ajdabiyah ແລະເມືອງ Brega (9 ເມສາ 2011)

ທີ່ປະເທດລີເບຍ ມີລາຍງານວ່າ ໄດ້ເກີດການສູ້ລົບກັນ
ຢ່າງໜັກໃນມື້ວັນສຸກວານນີ້ຢູ່ໃນແລະກໍອ້ອມແອ້ມເມືອງ
Misrata ຫົວເມືອງພຽງແຫ່ງດຽວເທົ່ານັ້ນໃນພາກຕາ
ເວັນຕົກຂອງປະເທດທີ່ຍັງຢູ່ພາຍໃຕ້ການຄວບຄຸມຂອງ
ພວກຕໍ່ຕ້ານລັດຖະບານ.

ເມືອງ Misrata ຊຶ່ງເປັນຫົວເມືອງໃຫຍ່ອັນດັບ 3 ຂອງ
ປະເທດຕັ້ງຫ່າງຈາກນະຄອນຫຼວງຕຣີໂປລີ 160 ຫຼັກກິ
ໂລແມັດແລະມີຄວາມສຳຄັນທັງໃນດ້ານຍຸດທະສາດແລະ
ສັນຍາລັກນຳດ້ວຍ.

ເມືອງດັ່ງກ່າວ ໄດ້ຖືກປິດລ້ອມໂດຍກຳລັງທະຫານຝ່າຍ
ລັດຖະບານ ມາໄດ້ຫຼາຍອາທິດແລ້ວແລະຍັງບໍ່ທັນເປັນ
ທີ່ຈະແຈ້ງເທື່ອວ່າຝ່າຍໃດເປັນຝ່າຍໄດ້ປຽບຢູ່ທີ່ນັ້ນ.

ໃນອີກດ້ານນຶ່ງນັ້ນໃນມື້ວານນີ້ ອົງການເນໂຕ້ໃຫ້ການ
ຢືນຢັນວ່າເຮືອບິນລົບຂອງຕົນໄດ້ໂຈມຕີລົດຖັງທີ່ເປັນຂອງຝ່າຍຕໍ່ຕ້ານລັດຖະບານໃກ້ເມືອງ
Brega ໃນພາກຕາເວັນອອກຂອງປະເທດ.

ຮອງຜູ້ບັນຊາການຂອງອົງການເນໂຕ້ ທ່ານ Russell Harding ກ່າວຕໍ່ພວກນັກຂ່າວທີ່
ນະຄອນ Brussels ວ່າ ກຳລັງພັນທະມິດບໍ່ໄດ້ຮັບຂໍ້ມູນມາກ່ອນວ່າ ພວກຕໍ່ຕ້ານລັດຖະ
ບານໃຊ້ລົດຖັງແລະເຂົ້າໃຈວ່າລົດຖັງເຫຼົ່ານີ້ເປັນຂອງຝ່າຍລັດຖະບານ. ມີຢ່າງນ້ອຍ 5 ຄົນ ເສຍຊີວິດຈາກການໂຈມຕີທາງອາກາດຂອງອົງການເນໂຕ້ໃນມື້ວັນພະຫັດຜ່ານມາ.

XS
SM
MD
LG