ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເນໂຕ້ຍອມຮັບວ່າ ຕົນໄດ້ໂຈມຕີລົດຖັງ ພວກກະບົດໃນລີເບຍ


ພວກໄວ້ທຸກຫາມສົບຜູ້ເສຍຊີວິດຄົນນຶ່ງຈາກການໂຈມຕີທາງອາກາດ ຂອງອົງການເນໂຕ້ໃສ່ລົດຂອງພວກກະບົດ ໃນເສັ້ນທາງລະຫວ່າງເມືອງ Ajdabiyah ແລະເມືອງ Brega (8 ເມສາ 2011)
ພວກໄວ້ທຸກຫາມສົບຜູ້ເສຍຊີວິດຄົນນຶ່ງຈາກການໂຈມຕີທາງອາກາດ ຂອງອົງການເນໂຕ້ໃສ່ລົດຂອງພວກກະບົດ ໃນເສັ້ນທາງລະຫວ່າງເມືອງ Ajdabiyah ແລະເມືອງ Brega (8 ເມສາ 2011)

ອົງການເນໂຕ້ໃຫ້ການຢືນຢັນວ່າ ຕົນເປັນຜູ້ຮັບຜິດຊອບ
ໃນການໂຈມຕີທາງອາກາດ ທີ່ຖືກລົດຖັງຂອງພວກກະບົດ
ຕໍ່ຕ້ານລັດຖະບານຢູ່ນອກເມືອງ Brega ທາງພາກຕາເວັນ
ອອກຂອງລີເບຍໃນວັນພະຫັດວານນີ້ ໂດຍຖິ້ມໂທດໃສ່ສະ
ຖານະການທີ່ສັບສົນທາງພາກພື້ນດິນ.

ຮອງຜູ້ບັນຊາການ ຂອງອົງການເນໂຕ້ ທ່ານ Russell
Harding ກ່າວຕໍ່ພວກ ນັກຂ່າວໃນວັນສຸກມື້ນີ້ວ່າ ກຳລັງ
ຂອງຝ່າຍພັນທະມິດບໍ່ເຄີຍເຫັນພວກກະບົດໃຊ້ລົດຖັງມາ
ກ່ອນ.

ບັນດາຜູ້ນຳຂອງພວກກະບົດຕໍ່ຕ້ານລັດຖະບານກ່າວວ່າ
ມີ 4 ຄົນເສຍຊີວິດໃນການໂຈມຕີດັ່ງກ່າວ.

ທ່ານ Harding ໄດ້ປະຕິເສດທີ່ຈະຂໍຂະມາໂທດກ່ຽວກັບ
ເຫດຮ້າຍທີ່ວ່ານີ້ໂດຍເວົ້າວ່າສະຖາ ນະການທີ່ສັບສົນບໍ່
ແນ່ນອນທີ່ເມືອງ Brega ເຮັດໃຫ້ເປັນການຍາກທີ່ຈະຈຳແນກໄດ້ວ່າໃຜເປັນຜູ້ໃຊ້ຍານພາ
ຫະນະເຫຼົ່ານີ້.

ຫົວເມືອງສົ່ງອອກນໍ້າມັນດັ່ງກ່າວ ໄດ້ປ່ຽນມືໄປມາໃນການຄວບຄຸມ ລະຫວ່າງພວກກະບົດ ແລະກຳລັງຂອງຝ່າຍລັດຖະບານ ໃນໄລຍະການສູ້ລົບ ສອງສາມອາທິດຜ່ານມານີ້ໂດຍທີ່
ທັງສອງຝ່າຍໄດ້ບຸກຄືບໜ້າແລ້ວກໍຖອຍກັບຄືນ.

ຂະນະດຽວກັນ ເຈົ້າໜ້າທີ່ສືບສວນຂອງອົງການສະຫະປະຊາຊາດເວົ້າວ່າ ຕົນຈະກວດ
ກາເບິ່ງການລ່ວງລະເມີດສິດທິມະນຸດ ຂອງກຳລັງທະຫານ ທີ່ຈົງຮັກພັກດີ ຕໍ່ຜູ້ນຳລີເບຍ
ທ່ານ Moammar Gadhafi ແລະພວກນັກລົບຝ່າຍກະບົດ.

XS
SM
MD
LG