ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທີ່ຕັ້ງຂອງກະບົດ ໃນລີເບຍ ຖືກໂຈມຕີ


ກຳລັງຂອງພວກຕໍ່ຕ້ານລັດຖະບານລີເບຍ ໃນເຂດແນວໜ້າ (7 ເມສາ 2011)
ກຳລັງຂອງພວກຕໍ່ຕ້ານລັດຖະບານລີເບຍ ໃນເຂດແນວໜ້າ (7 ເມສາ 2011)

ພວກ​ກະບົດ​ລີ​ເບຍ​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຸ່ມ​ເນ​ໂຕ້ໄດ້​ຕົກ​ໃສ່​ທີ່​ໝັ້ນ​ແຫ່ງ​ນຶ່ງ​ຂອງ​ຝ່າຍ​ກະບົດ​ຢູ່​ໃກ້ໆ​ກັບ​ເມືອງ Brega ​ໃນພາກ​ຕາ​ເວັນ​ອອກ​ຂອງ​ລີ​ເບຍ​ໃນ​ວັນ​ພະຫັດ​ມື້​ນີ້​ເຮັດ​ໃຫ້​ພວກ​ນັກ​ຕໍ່ສູ້​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ພວກ​ກະບົດ​ໄດ້​ທໍາ​ການ​ຕໍ່ສູ້​ກັບ​ພວກ​ທະຫານ​ທີ່ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ກາດດາ​ຟີ ຜູ້​ນໍາ​ລີ​ເບຍ​ມາ​ເພື່ອ​ຍຶດ​ເອົາ​ເມືອງ​ບໍ່​ນໍ້າມັນ​ແຫ່ງ​ນີ້​ຄືນ ຊຶ່ງ​ໄດ້​ຕົກ​ຢູ່ໃນ​ກໍາມື​ຂອງ​ຝ່າຍ​ກະບົດ​ແລະ​ຝ່າຍ​ລັດຖະບານ​ປ່ຽນ​ໄປ​ປ່ຽນ​ມາ​ຫລາຍ
ຄັ້ງ​ໃນ​ລະຫວ່າງ​ການ​ສູ້​ລົບ​ກັນ​ນີ້.

ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ບັນດາ​ຜູ້​ນໍາ​ຝ່າຍ​ກະບົດ​ໄດ້​ຕໍາ​ໜິຕິຕຽນ​ກຸ່ມ​ເນ​ໂຕ້​ວ່າ ບໍ່​ໄດ້​ປົກ​ປັກ​ຮັກສາ​ພວກ​ພົນລະ​ເຮືອນ ​ແລະ​ບໍ່​ໄດ້​ທໍາ​ການ​ໂຈມ​ຕີກໍາ​ລັງ​ຝ່າຍ​ລັດຖະບານ​ໄວ​ພໍ ຫລື​ທໍາ​ການ​ໂຈມ​ຕີ​ຢ່າງ​ແຂງ​ແຮງພໍ​ນັ້ນ.

ໃນ​ຂະນະ​ດຽວ​ກັນ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ກຸ່ມ​ຕິດ​ຕໍ່​ນາໆ​ຊາດ ອັນ​ມີ​ຮວມທັງສະຫະລັດ ສະຫະພາບ​ຢູ​ໂຣບ ​ແລະ​ພວກ​ປະ​ເທດ​ພັນທະ​ມິດ​ໃນ​ພາກຕາ​ເວັນ​ອອກ​ກາງ ຈະ​ພົບ​ປະກັນ​ທີ່​ປະ​ເທດ Qatar ​ໃນ​ສັບປະດາ​ໜ້າ​ນີ້ ເພື່ອ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ແຊກ​ແຊງ​ທາງ​ທະ ຫານ​ໃນ​ລີ​ເບຍ​ນັ້ນ.

ອົງການ​ຂ່າວ​ຝຣັ່ງ AFP ​ແຈ້ງ​ໃຫ້​ຊາບ​ວ່າ ຝຣັ່ງກໍ​ພວມ​ທໍາ​ຄວາມ​ພະຍາຍາມ​ເຊ່ນ​ກັນ​ເພື່ອ​ຊັກ​ຊວນ​ໃຫ້​ສະຫະພາບ​ອາ​ຟຣີກາ​ສົ່ງ​ພວກ​ຜູ້ຕາງໜ້າ​ຂອງ​ຕົນ​ໄປ​ຮວມ​ໃນ​ການ​ພົບ​ປະກັນ​ດັ່ງກ່າວ​ໃນ​ວັນ​ທີ 13 ​ເມສາ​ເດືອນ​ນີ້.

ພັນ​ເອກ​ກາດ​ດາ​ຟີ ​ໄດ້​ຮຽກຮ້ອງ​ໂດຍ​ກົງ​ໄປ​ຍັງ​ປະທານາທິບໍດີ​ບາຣັກໂອ​ບາ​ມາ​ແຫ່ງ​ສະຫະລັດ​ໃນ​ວັນ​ພຸດ​ວານ​ນີ້ ​ໃຫ້​ຢຸດ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຸ່ມ​ເນ​ໂຕ້​. ຈົດໝາຍ​ຍາວ 3 ໜ້າ​ເຈ້ຍ​ທີ່ໃຊ້​ຖ້ອຍ​ຄໍາ​ທີ່​ບໍ່​ຄ່ອງ​ແຄ້ວຂອງ​ຜູ້​ນໍາ​ລີ​ເບຍ ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ​ໂອ​ບາ​ມາ ຢຸດ​ອັນ​ທີ່ທ່ານ​ເອີ້ນ​ວ່າ ສົງຄາມ​ທີ່​ບໍ່​ຍຸຕິ​ທໍາ​ຕໍ່​ປະຊາຊົນ​ຊາດນ້ອຍໆ​ນັ້ນ.

ທ່ານ​ນາງ Hillary Clinton ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ປະຕິ​ເສດ​ຕໍ່​ຄໍາ​ຮຽກຮ້ອງ​ຂອງ​ກາດ​ດາ​ຟີ​ ​ແລະ​ກ່າວ​ເນ້ນ​ວ່າ ສະຫະລັດ​ແລະກຸ່ມ​ເນ​ໂຕ້ ຮຽກຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ​ກັນ ​ແລະ​ໃຫ້​ພວກ​ກໍາລັງ​ທີ່ຈົງ​ຮົກ​ພັກດີ​ຕໍ່​ທ່ານ​ກາດ​ດາ​ຟີ​ນັ້ນ ​ພາກັນ​ຖອນ​ອອກ​ຈາກ​ຫົວ​ເມືອງ​ຕ່າງໆ​ແລະ​ວ່າ​ໃຫ້​ທ່ານ​ກາດ​ດາ​ຟີ​ລົງ​ຈາກ​ອໍານາດ​ໄປ.

XS
SM
MD
LG