ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນເນໂຕ້ໂຈມຕີ ໃກ້ໆສະຖານີໂທລະພາບ ລີເບຍ


ເຈົ້າໜ້າທີ່ພວມກວດກາເບິ່ງຄວາມເສຍຫາຍຢູ່ອາຄານຫຼັງນຶ່ງ ລຸນຫຼັງການໂຈມຕີທາງອາກາດຂອງເຮືອບິນເນໂຕ້ ທີ່ກຸງຕຣີໂປລີ ໃນຕອນເຊົ້າວັນທີ 30 ເມສາ 2011 (ຖ່າຍເວລາເຈົ້າໜ້າທີ່ລັດຖະບານລີເບຍພາໄປເບິ່ງ)
ເຈົ້າໜ້າທີ່ພວມກວດກາເບິ່ງຄວາມເສຍຫາຍຢູ່ອາຄານຫຼັງນຶ່ງ ລຸນຫຼັງການໂຈມຕີທາງອາກາດຂອງເຮືອບິນເນໂຕ້ ທີ່ກຸງຕຣີໂປລີ ໃນຕອນເຊົ້າວັນທີ 30 ເມສາ 2011 (ຖ່າຍເວລາເຈົ້າໜ້າທີ່ລັດຖະບານລີເບຍພາໄປເບິ່ງ)

ລີເບຍກ່າວວ່າ ກຳລັງທາງອາກາດຂອງອົງການເນໂຕ້ໄດ້
ໂຈມຕີສະຖານທີ່ແຫ່ງນຶ່ງ ໃກ້ໆກັບສຳນັກງານໂທລະພາບ
ແຫ່ງຊາດໃນຕອນເຊົ້າຂອງວັນເສົາມື້ນີ້ ຂະນະທີ່ຜູ້ນຳຂອງ
ລີເບຍທ່ານ Moammar Gadhafi ຢູ່ຂ້າງໃນສຳນັກງານ
ເພື່ອກ່າວຄຳປາໄສຕໍ່ປະເທດຊາດ.

ລັດຖະບານລີເບຍກ່າວວ່າ ການໂຈມຕີທີ່ວ່ານີ້ສະແດງໃຫ້
ເຫັນວ່າກຳລັງຂອງຝ່າຍພັນທະມິດແມ່ນແນເປົ້າໝາຍເປັນ
ພິເສດໃສ່ທ່ານ Gadhafi.

ໃນຄຳປາໄສທາງໂທລະພາບເປັນເວລາ 1 ຊົ່ວໂມງເຄິ່ງ
ນັ້ນ ຜູ້ນຳລີເບຍປະກາດວ່າ ທ່ານຈະບໍ່ຍອມສະລະອຳ
ນາດເດັດຂາດ.

ນອກນັ້ນທ່ານຍັງໄດ້ກ່າວຕໍ່ບັນດາປະເທດສະມາຊິກຂອງ
ອົງການເນໂຕ້ທີ່ພົວພັນນຳການໂຈມຕີທາງອາກາດ
ຢູ່ລີເບຍໂດຍຮຽກຮ້ອງໃຫ້ປະເທດເຫຼົ່ານີ້ເຈລະຈາຫາທາງ
ຢຸດຕິບັນຫາຂັດແຍ້ງ ແລະຢຸດເຊົາການຖິ້ມລະເບີດໃສ່ລີເບຍ.

ບັນຫາຂັດແຍ້ງໃນລີເບຍ ໄດ້ລາມກາຍເຂດຊາຍແດນຂອງປະເທດດັ່ງກ່າວອອກໄປໃນວັນ
ສຸກວານນີ້ຂະນະທີ່ກຳລັງຈົງຮັກພັກດີຕໍ່ Gadhafi ໄດ້ປະທະກັບທະຫານຕູນີເຊຍຫຼັງຈາກ
ໄດ້ໄລ່ຕາມພວກນັກລົບຕໍ່ຕ້ານລັດຖະບານຂ້າມຊາຍແດນເຂົ້າໄປໃນປະເທດດັ່ງກ່າວ.

ການລ່ວງລໍ້າທີ່ວ່ານີ້ໄດ້ຮັບການຕຳໜິຕິຕຽນຢ່າງແຮງຈາກເຈົ້າໜ້າ ທີ່ຕູນີເຊຍທີ່ໄດ້ຮຽກ
ໂຕເອກອັກຄະລັດຖະທູດລີເບຍໄປປະທ້ວງ.

ກຳລັງຂອງຝ່າຍລັດຖະບານລີເບຍໄດ້ພະຍາຍາມທີ່ຈະບຸກເຂົ້າຢຶດຄືນເອົາດ່ານຂ້າມຊາຍ
ແດນແຫ່ງນຶ່ງໃນເຂດ Wazi ທາງພາກຕາເວັນຕົກຂອງປະເທດ ຊຶ່ງໄດ້ຖືກພວກຕໍ່ຕ້ານ ລັດຖະບານຫຼືພວກກະບົດຢຶດເອົາໄປໃນສັບປະດາແລ້ວ.

XS
SM
MD
LG