ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານລີເບຍ ແລະຕູນີເຊຍ ປະທະກັນ


ທະຫານຕູນີເຊຍ ຢືນຍາມໃກ້ໆລົດຄັນນຶ່ງ ຂອງກຳລັງທີ່ຈົງຮັກພັກດີ ຕໍ່ຜູ້ນຳລີເບຍ ທ່ານ Moammar Gadhafi ທີ່ໄດ້ປີ້ນຂວໍ້າ ຫຼັງຈາກໄດ້ປະທະກັບທະຫານຕູນີເຊຍ ແລະພວກກະບົດຕໍ່ຕ້ານລັດຖະບານ (29 ເມສາ 2011)
ທະຫານຕູນີເຊຍ ຢືນຍາມໃກ້ໆລົດຄັນນຶ່ງ ຂອງກຳລັງທີ່ຈົງຮັກພັກດີ ຕໍ່ຜູ້ນຳລີເບຍ ທ່ານ Moammar Gadhafi ທີ່ໄດ້ປີ້ນຂວໍ້າ ຫຼັງຈາກໄດ້ປະທະກັບທະຫານຕູນີເຊຍ ແລະພວກກະບົດຕໍ່ຕ້ານລັດຖະບານ (29 ເມສາ 2011)

ກຳລັງທີ່ຈົງຮັກພັກດີຕໍ່ຜູ້ນຳລີເບຍ ທ່ານ Moammar
Gadhafi ໄດ້ປະທະກັນເປັນເວລາສັ້ນໆ ກັບທະຫານ
ຕູນີເຊຍໃນວັນສຸກມື້ນີ້ ຫຼັງຈາກໄດ້ຂ້າມຊາຍແດນ ເຂົ້າ
ໄປໃນປະເທດດັ່ງກ່າວເພື່ອຕິດຕາມພວກນັກລົບຕໍ່ຕ້ານ
ລັດຖະບານ.

ພວກທີ່ເຫັນເຫດການກ່າວວ່າ ທະຫານຕູນີເຊຍໄດ້ໂຈມ
ຕີໂຕ້ຄືນຂັບໄລ່ກຳລັງນິຍົມ Gadhafi ກັບເຂົ້າໄປໃນເຂດ
ຊາຍແດນຂອງລີເບຍ.

ທະຫານລັດຖະບານລີເບຍ ໄດ້ພະຍາຍາມທີ່ຈະເຂົ້າຢຶດ
ຄືນດ່ານຂ້າມຊາຍແດນແຫ່ງນຶ່ງ ໃນເຂດ Wazin ທາງ
ພາກຕາເວັນຕົກຂອງປະເທດ ຊຶ່ງໄດ້ຖືກພວກກະບົດບຸກ
ເຂົ້າຢຶດໃນສັບປະດາແລ້ວ.

ເຈົ້າໜ້າທີ່ຕູນີເຊຍກ່າວວ່າ ມີຊາວລີເບຍຈຳນວນຫຼາຍພັນຄົນໄດ້ພາກັນຫຼົບໜີໄປຍັງຕູນີເຊຍ ໃນໄລຍະສອງສາມມື້ຜ່ານມານີ້.

ນອກນັ້ນຍັງມີລາຍງານວ່າ ໄດ້ເກີດການສູ້ລົບກັນຢ່າງໜັກ ໃນບໍລິເວນອ້ອມແອ້ມສະໜາມ
ບິນຂອງເມືອງ Misrata ໃນວັນສຸກມື້ນີ້ນຶ່ງໃນຈຳນວນບໍ່ເທົ່າໃດເຂດຂອງເມືອງທ່າແຄມຝັ່ງ
ທະເລເມດີແຕເຣນຽນແຫ່ງນີ້ທີ່ຍັງຢູ່ພາຍໃຕ້ການຄວບຄຸມຂອງກຳລັງທີ່ນິຍົມລັດຖະບານນັ້ນ.

XS
SM
MD
LG