ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ McCain ຢ້ຽມຢາມ ເມືອງ Benghazi ໃນລີເບຍ


ສະມາຊິກສະພາສູງສະຫະລັດ ທ່ານ John McCain (ຂວາ) ຍ່າງໄປກັບທ່ານ Abdul Hafiz Ghoqa ໂຄສົກຂອງສະພາປົກຄອງແຫ່ງຊາດໃນໄລຍະຂ້າມຜ່ານຂອງລີເບຍ (NTC) ໃນລະຫວ່າງການຢ້ຽມຢາມເມືອງ Benghazi ທີ່ໝັ້ນຂອງພວກຕໍ່ຕ້ານລັດຖບານ ໃນພາກຕາເວັນອອກລີເບຍ (22 ເມສາ 2011)
ສະມາຊິກສະພາສູງສະຫະລັດ ທ່ານ John McCain (ຂວາ) ຍ່າງໄປກັບທ່ານ Abdul Hafiz Ghoqa ໂຄສົກຂອງສະພາປົກຄອງແຫ່ງຊາດໃນໄລຍະຂ້າມຜ່ານຂອງລີເບຍ (NTC) ໃນລະຫວ່າງການຢ້ຽມຢາມເມືອງ Benghazi ທີ່ໝັ້ນຂອງພວກຕໍ່ຕ້ານລັດຖບານ ໃນພາກຕາເວັນອອກລີເບຍ (22 ເມສາ 2011)

ສະມາຊິກສະພາສູງສະຫະລັດ ທ່ານ John McCain
ໄດ້ເດີນທາງໄປເຖິງເມືອງ Benghazi ທີ່ໝັ້ນຂອງພວກ
ຕໍ່ຕ້ານລັດຖະບານ ໃນວັນສຸກມື້ນີ້ ເພື່ອພົບປະກັບພວກ
ຜູ້ນຳຝ່າຍຄ້ານ ແລະຊັ່ງຊາຕີລາຄາເບິ່ງສະຖານະການຢູ່
ທີ່ນັ້ນ.

ທ່ານ McCain ກ່າວຕໍ່ພວກນັກຂ່າວວ່າ ພວກຕໍ່ຕ້ານ
ລັດຖະບານເປັນ “ວິລະຊົນ” ຂອງທ່ານລຸນ ຫຼັງທີ່ທ່ານ
ໄດ້ເດີນທາງໄປເຖິງເມືອງ Benghazi ໃນພາກຕາເວັນ
ອອກຂອງລີເບຍ ຊຶ່ງເປັນສູນກາງໃນການປະຕິບັດງານ
ຂອງພວກຕໍ່ຕ້ານລັດຖະບານຢູ່ໃນປະເທດລີເບຍ.

ທ່ານ McCain ສະມາຊິກລັດຖະສະພາອະວຸໂສສັງກັດ
ພັກຣີພັບບລີກັນແມ່ນນຶ່ງໃນບັນດາພວກທີ່ໃຫ້ການ
ສະໜັບສະໜຸນຢ່າງແຂງຂັນສຸດຕໍ່ການແຊກແຊງທາງ
ທະຫານຢູ່ໃນປະເທດລີເບຍບ່ອນ ທີ່ພວກຕໍ່ຕ້ານລັດ
ຖະບານ ພວມທຳການສູ້ລົບກັບກຳລັງທີ່ຈົງຮັກພັກດີຕໍ່ທ່ານ Moammar Gadhafi ຜູ້
ນຳຂອງລີເບຍນັ້ນ.

ການເດີນທາງໄປຢ້ຽມຢາມຂອງທ່ານ ມີຂຶ້ນນຶ່ງມື້ ຫຼັງຈາກສະຫະລັດໄດ້ໃຫ້ການອະນຸມັດ
ກ່ຽວກັບການນຳໃຊ້ເຮືອບິນບໍ່ມີຄົນຂັບຕິດອາວຸດເພື່ອໃຫ້ການສະໜັບສະໜຸນຕໍ່ການປະຕິ
ບັດງານທາງທະຫານຂອງອົງການເນໂຕ້ໃນລີເບຍ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດທ່ານ Robert Gates ກ່າວວ່າ ປະທາ
ນາທິບໍດີສະຫະລັດທ່ານບາຣັກໂອບາມາ ໄດ້ໃຫ້ການອະນຸມັດຕໍ່ການນໍາໃຊ້ເຮືອບິນບໍ່ມີຄົນ
ຂັບທີ່ຄວບຄຸມຢູ່ແຕ່ໄກໆທີ່ສາມາດທຳການຍິງລູກສອນໄຟໂຈມຕີໄດ້ຢ່າງແມ່ນຍຳນັ້ນ.

ພວກເຈົ້າໜ້າທີ່ກ່າວວ່າ ເຮືອບິນບໍ່ມີຄົນຂັບ ຈະເປັນປະໂຫຍດທີ່ສຸດ ໃນການໂຈມຕີຢູ່ໃນ
ເຂດເທດສະບານຕ່າງໆເຊັ່ນເມືອງ Misrata ບ່ອນທີ່ເຮືອບິນເຫຼົ່ານີ້ສາມາດບິນຕໍ່າໆແລະ
ໂຈມຕີເປົ້າໝາຍຕ່າງໆໃນບ່ອນທີ່ແອອັດໄປດ້ວຍຜູ້ຄົນໂດຍມີຄວາມແມ່ນຍຳເພີ່ມຂຶ້ນ.

XS
SM
MD
LG