ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລີເບຍໂຈມຕີເມືອງ Misrata ຄັ້ງໃໝ່


ເຮືອນທີ່ເຕັມໄປດ້ວຍລູກປືນຢູ່ຄຸ້ມ Bira ໃນເມືອງ Misrata ທີ່ໝັ້ນຂອງພວກຕໍ່ຕ້ານລັດຖະບານ ທີ່ຕັ້ງຫ່າງຈາກກຸງຕຣີໂປລີ ໄປທາງກໍ້າຕາເວັນອອກ 120 ຫຼັກກິໂລແມັດ (15 ເມສາ 2011)
ເຮືອນທີ່ເຕັມໄປດ້ວຍລູກປືນຢູ່ຄຸ້ມ Bira ໃນເມືອງ Misrata ທີ່ໝັ້ນຂອງພວກຕໍ່ຕ້ານລັດຖະບານ ທີ່ຕັ້ງຫ່າງຈາກກຸງຕຣີໂປລີ ໄປທາງກໍ້າຕາເວັນອອກ 120 ຫຼັກກິໂລແມັດ (15 ເມສາ 2011)

ໄດ້ຍິນສຽງປືນຍິງຕໍ່ສູ້ກັນດັງຂຶ້ນທີ່ເມືອງ Misrata ຂອງ
ລີເບຍ ບ່ອນທີ່ມີການກ່າວຫາວ່າກຳລັງທະຫານຝ່າຍລັດ
ຖະບານ ໄດ້ໃຊ້ລະເບີດລູກຫວ່ານທີ່ເປັນອັນຕະລາຍໃນ
ການໂຈມຕີທີ່ຍັງດຳເນີນຢູ່ຕໍ່ມາໃນເວລານີ້.

ໂຄສົກຄົນນຶ່ງຂອງພວກຕໍ່ຕ້ານລັດຖະບານກ່າວຕໍ່ອົງການ
ຂ່າວຣອຍເຕີ້ວ່າກຳລັງທີ່ຈົງຮັກພັກດີຕໍ່ທ່ານ Moammar
Gadhafi ຜູ້ນຳຂອງລີເບຍ ໄດ້ຍິງຈະຫຼວດ Grad ຢ່າງ
ນ້ອຍ 100 ລູກເຂົ້າໄປໃສ່ເຂດອຸດສາຫະກຳຂອງເມືອງດັ່ງ
ກ່າວໃນວັນເສົາມື້ນີ້.

ໂຄສົກເວົ້າວ່າຍັງບໍ່ມີລາຍງານກ່ຽວກັບການບາດເຈັບລົ້ມ
ຕາຍ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch
ກ່າວໃນມື້ວັນສຸກວານນີ້ວ່າ ທະຫານລັດຖະບານລີເບຍ
ໄດ້ໃຊ້ລະເບີດລູກຫວ່ານໃນຄຸ້ມທີ່ປະຊາຊົນອາໄສຢູ່ໃນ
ເມືອງດັ່ງກ່າວຊຶ່ງພາໃຫ້ມີຄວາມສ່ຽງສູງຕໍ່ພົນລະເຮືອນ.

ລະເບີດລູກຫວ່ານ ທີ່ບັນຈຸລະເບີດຂະໜາດນ້ອຍຈຳນວນຫຼວງຫຼາຍນັ້ນສາມາດທຳ
ລາຍໃນ ຂອບເຂດທີ່ກວ້າງຂວາງແລະບໍ່ເລືອກໜ້າ. ລະເບີດດັ່ງກ່າວນີ້ໄດ້ຖືກຫ້າມໂດຍ
ເກືອບທຸກປະເທດຍ້ອນຄວາມບໍ່ ແມ່ນຍຳແລະເປັນອັນຕະລາຍຮ້າຍແຮງ.

ເຈົ້າໜ້າທີ່ລີເບຍ ໄດ້ປະຕິເສດ ຕໍ່ການກ່າວຫາທີ່ວ່ານີ້. ໂຄສົກຂອງລັດຖະບານລີເບຍ ທ່ານ
Moussa Ibrahim ໄດ້ທ້າໃຫ້ກຸ່ມປົກປ້ອງສິດທິມະນຸດໄປພິສູດຄວາມຈິງ.

ການກ່າວອ້າງທີ່ວ່ານີ້ ມີຂຶ້ນໃນຂະນະທີ່ພວກຜູ້ນຳຂອງປະເທດຕາເວັນຕົກ ໃນກຸ່ມພັນທະ
ມິດເນໂຕ້ໄດ ້ປະກາດໃນມື້ວານນີ້ວ່າ ຈະສືບຕໍ່ການປະຕິບັດງານທາງທະຫານໃນລີເບຍຈົນ
ກວ່າທ່ານ Gadhafi ຈະສະຫຼະອຳນາດ.

XS
SM
MD
LG