ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນໂຕ້ຈະສືບຕໍ່ ການໂຈມຕີລີເບຍ


ຄວັນກຸ້ມຂຶ້ນ ບໍ່ດົນຫຼັງຈາກເກີດເຫດລະເບີດ ໃນເຂດກໍ້າຕາເວັນອອກສຽງໃຕ້ ຂອງກຸງຕຣີໂປລີ (14 ເມສາ 2011)
ຄວັນກຸ້ມຂຶ້ນ ບໍ່ດົນຫຼັງຈາກເກີດເຫດລະເບີດ ໃນເຂດກໍ້າຕາເວັນອອກສຽງໃຕ້ ຂອງກຸງຕຣີໂປລີ (14 ເມສາ 2011)

ພວກຜູ້ນຳຂອງອັງກິດ ຝຣັ່ງ ແລະສະຫະລັດກ່າວວ່າ
ກຸ່ມພັນທະມິດເນໂຕ້ ຈະສືບຕໍ່ ທຳການປະຕິບັດງານ
ທາງທະຫານ ຢູ່ໃນລີເບຍຈົນກວ່າທ່ານ Moammar
Gadhafi ສະລະອຳນາດ.

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron
ປະທານາທິບໍດີຝຣັ່ງທ່ານ Nicolas Sarkozy ແລະ
ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາກ່າວ
ວ່າການປ່ອຍໃຫ້ທ່ານ Gadhafi ກຳອຳນາດຕໍ່ໄປນັ້ນ
ຈະເປັນການເນລະຄຸນ ທີ່ບໍ່ຍຸດຕິທຳ ຕໍ່ປະຊາຊົນຊາວ
ລີເບຍ.

ໃນຖະແຫຼງການຮ່ວມສະບັບນຶ່ງທີ່ພິມເຜີຍແຜ່ໂດຍ
ໜັງສືພິມນາໆຊາດຫຼາຍໆສະບັບໃນວັນສຸກມື້ນີ້
ພວກຜູ້ນຳທັງສາມເວົ້າວ່າມັນເປັນເລື່ອງບໍ່ໜ້າເປັນ
ໄປໄດ້ທີ່ບຸກຄົນໃດບຸກຄົນນຶ່ງໄດ້ພະຍາຍາມສັງຫານ
ໝູ່ປະຊາຊົນຂອງຕົນແລ້ວຍັງຈະສາມາດມີບົດບາດ ຢູ່ໃນລັດຖະບານໃນ ອະນາຄົດຂອງພວກເຂົາເຈົ້າໄດ້.

ໃນວັນສຸກມື້ນີ້ລູກສາວຂອງທ່ານ Gadhafi ໄດ້ອອກມາປ້ອງກັນທ່ານໂດຍໄດ້ຈັດການໂຮມ
ຊຸມນຸມພວກສະໜັບສະໜຸນຫຼາຍຮ້ອຍຄົນຢູ່ນອກບ້ານພັກທ່ານ Gadhafiໃນນະຄອນຫຼວງ
ຕຣີໂປລີທີ່ຖືກສະຫະລັດຖິ້ມລະເບີດໂຈມຕີໃນປີ 1986 ນັ້ນ.

ນາງ Aisha Gadhafi ກ່າວຕໍ່ຝູງຊົນວ່າ ການລາອອກຈາກຕຳແໜ່ງຂອງບິດານາງນັ້ນຈະ
ເປັນການສົບປະໝາດຕໍ່ປະຊາຊົນຊາວລີເບຍທັງໝົດ.

ບັນດາລັດຖະມົນຕີການຕ່າງປະເທດ ຂອງອົງການເນໂຕ້ ພວມປະຊຸມກັນຢູ່ນະຄອນເບີລິນ
ເປັນມື້ທີ 2 ໃນວັນສຸກມື້ນີ້ ຂະນະທີ່ພວກທ່ານພະຍາຍາມຊອກຫາຊອງທາງແກ້ໄຂຄວາມ
ບໍ່ລົງຮອຍກັນກ່ຽວກັບວ່າ ການປະຕິບັດງານທາງທະຫານຢູ່ໃນລີເບຍຄວນຈະດຳເນີນການ
ແບບໃດ. ຝຣັ່ງແລະອັງກິດໄດ້ຮຽກຮ້ອງໃຫ້ກຸ່ມພັນທະມິດເນໂຕ້ເພີ່ມທະວີການໂຈມຕີທາງ ອາກາດຕໍ່ເປົ້າໝາຍຕ່າງໆຂອງກຳລັງທ່ານ Gadhafi ແຕ່ປະເທດອື່ນໆມີຄວາມລະມັດລະ
ວັງກ່ຽວກັບການຂະຫຍາຍການປະຕິບັດງານທາງທະຫານໃນລີເບຍ.

XS
SM
MD
LG