ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກາດດາຟີຄັດຄ້ານຕໍ່ການຕັ້ງ ເຂດຫ້າມການບິນ


ທ່ານກາດດາຟິ ຜູ້ນໍາລີເບຍ ວັນທີ 9 ມີນາ 2011
ທ່ານກາດດາຟິ ຜູ້ນໍາລີເບຍ ວັນທີ 9 ມີນາ 2011

ທ່ານ Moammar Gadhafi ຜູ້​ນໍາ​ລີ​ເບຍ​ກ່າວ​ວ່າ ທ່ານ
ຈະ​ທໍາ​ການ​ຕໍ່ສູ້​ກັບ​ພວກ​ປະ​ເທດ​ຝ່າຍ​ຕາ​ເວັນຕົກ​ ຖ້າ​ຫາກ
ປະເທດ​ເຫລົ່າ​ນີ້​ທໍາ​ການເຄື່ອນໄຫວ​ຈັດຕັ້ງເຂດຫ້າມການ
ບິນເໜືອ​ນ່ານຟ້າ​ຂອງ​ລີ​ເບຍ​ນັ້ນ.

ໃນ​ການ​ໃຫ້​ສໍາພາດ​ແກ່ໂທລະ​ພາບ​ແຫ່ງ​ຊາດ TRT ຂອງ​
ເທີ​ກກີ​ທີ່ອອກ​ອາກາດ​ໃນ​ວັນ​ພຸດມື້​ນີ້ ທ່ານ​ກາດ​ດາ​ຟີ ກ່າວ
ວ່າ ການ​ເຄື່ອນ​ໄຫວ​ເຊ່ນ​ນີ້ຈະ​ພາ​ໃຫ້​ປະຊາຊົນ​ລີ​ເບຍ​ເຫັນ​ວ່າ ​ເຈດ​ຕະນາ​ອັນ​ແທ້​ຈິງ​ຂອງພວກ​ປະ​ເທດ​ຕາ​ເວັນ​ຕົກ ​ແມ່ນ​ຍຶດ​ເອົາ​ນໍ້າມັນ​ຂອງ​ລີ​ເບຍ​ນັ້ນ.

ນອກນັ້ນ ​ໃນ​ວັນ​ພຸດ​ມື້​ນີ້ ​ໃນການ​ຖະ​ແຫລ​ງທີ່​ອອກ​ໃນ​ໂທລະພາບ​ແຫ່ງ​ຊາດ​ຂອງ​ລີ​ເບຍ ທ່ານ​ກາດ​ດາ​ຟີ ​ໄດ້​ກ່າວ​ອ້າງ​ຊໍ້າ​ແລ້ວ​ຊໍ້າ​ອີກ​ວ່າ ພວກ​ໜ່ວຍ​ສືບ​ລັບ​ຂອງ​ຕ່າງປະ​ເທດ​ແມ່ນ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ລຸກ​ຮື​ຂຶ້ນຂອງປະຊາຊົນ ຕໍ່ຕ້ານ​ລັດຖະບານ​ຂອງ​ທ່ານ​.

ໃນ​ການ​ກ່າວ​ຕໍ່​ປະຊາຊົນ​ກຸ່ມ​ນຶ່ງ​ຈາກ​ເມືອງ Zentan ທ່ານ​ກາດ​ດາ​ຟີ​ໄດ້​ຖິ້ມ​ໂທດ​ໃສ່​ພວກ​ກໍາລັງ​ພາຍ​ນອກ​ທີ່​ມາ​ຈາກ ອັຟກາ​ນີສຖານ ອາລຈີ​ເຣຍ ອິຈິບ​ແລະ​ດິນ​ແດນ​ປາ​ເລ​ສ​ໄຕ​ນ໌ ສໍາລັບ​ການ​ກໍ່​ການ​ກະບົດ​ຂຶ້ນ​ນີ້.

ພວກ​ທະຫານ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ກາດ​ດາ​ຟີ ​ໄດ້​ທໍາ​ການ​ໂຈມ​ຕີ​ເມືອງ Zawiya ທີ່ຢູ່​ພາຍໃຕ້​ການ​ຄວບ​ຄຸມ​ຂອງ​ຝ່າຍ​ກະບົດ​ເປັນ​ມື້​ທີ 5 ລຽນຕິດ​ມາ​ຮອດ​ວັນອັງຄານວານ​ນີ້ ອັນ​ເປັນ​ພາກສ່ວນ​ນຶ່ງ​ໃນ​ການ​ຕີ​ໂຕ້​ຕອບ​ຄືນ​ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ຍຶດ​ເອົາດິນ​ແດນ​ທີ່​ໄດ້​ເສຍໃຫ້ພວກ​ກະບົດ​ໄປ​ນັ້ນ​ຄືນ. ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ​ເມືອງ Zawiya ຊຶ່ງ​ຕັ້ງ​ຢູ່​ຫ່າງຈາກ​ນະ
ຄອນຫລວງ​ຕຣີ​ໂປ​ລີ​ໄປ​ທາງ​ກໍ້າ​ຕາ​ເວັນ​ຕົກ 50 ຫລັກກິ​ໂລ​ແມັດ ​ໄດ້​ຖືກ​ຍິງ​ປືນ​ຄົກ​ໃສ່​ຢ່າງ​ໜັກ.

ຢູ່​ທາງ​ພາກ​ຕາ​ເວັນ​ອອກ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ຝ່າຍ​ຄ້ານ ຝູງ​
ເຮືອບິນ​ລົບ​ຂອງ​ລີ​ເບຍ​ໄດ້​ທໍາ​ການ​ໂຈມ​ຕີ​ທາງ​ອາກາດ​ຫລາຍ​ບັ້ນ​ໃສ່​ທີ່​ໝັ້ນ​ແຫ່ງ​ຕ່າງໆ​
ຂອງ​ຝ່າຍ​ຕໍ່ຕ້ານ​ລັດຖະບານໃນ​ເຂດ​ອ້ອມ​ແອ້ມ​ເມືອງ Ras Lanuf ​ທ່າສົ່ງອອກ​ນໍ້າມັນ​
ທີ່ສໍາຄັນນັ້ນ.

ເມືອງ​ດັ່ງກ່າວ​ໄດ້​ຖືກ​ຖະລົ່ມດ້ວຍ​ລະ​ເບີດ​ຢ່າງ​ໜັກ​ໃນ​ຂະນະ​ທີ່ພວກກໍາລັງ​ນິຍົມ​ທ່ານ​ກາດ​
ດາ​ຟີ​ແນ​ເປົ້າ​ໝາຍ​ໃສ່​ອ່າງ​ເກັບ​ນໍ້າຂອງ​ເມືອງ​ດັ່ງກ່າວ​ໃນ​ບັນດາ​ສະຖານທີ່ສຳຄັນຕ່າງໆ​ນັ້ນ
ມາຈົນຮອດ​ແລງ​ວັນ​ອັງຄານ​ວານ​ນີ້​ ບັນດາ​ເຈົ້າ​ໜ້າ​ທີ່​ຝ່າຍ​ກະບົດ​ກ່າວ​ວ່າ ພວກ​ຕົນ​ຍັງ​ຄວບ​ຄຸມ​ເຂດ​ດັ່ງກ່າວນີ້​ຢູ່.

XS
SM
MD
LG