ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕາງໜ້າຂອງທ່ານກາດດາຟີ ຂໍເຈລະຈາ ກັບຝ່າຍກະບົດ


ພວກກໍາລັງກະບົດທີ່ຕໍ່ຕ້ານຜູ້ນໍາລີເບຍ ໃນລົດບັນທຸກຕິດອາວຸດຄັນນຶ່ງ
ໃກ້ໆກັບເມືອງ Ras Lanuf, ໃນພາກຕາເວັນອອກຂອງລີເບຍ ວັນທີ 7, ມີນາ 2011
ພວກກໍາລັງກະບົດທີ່ຕໍ່ຕ້ານຜູ້ນໍາລີເບຍ ໃນລົດບັນທຸກຕິດອາວຸດຄັນນຶ່ງ ໃກ້ໆກັບເມືອງ Ras Lanuf, ໃນພາກຕາເວັນອອກຂອງລີເບຍ ວັນທີ 7, ມີນາ 2011

ພວກ​ກະບົດ​ລີ​ເບຍ​ທີ່​ກໍາລັງ​ທໍາ​ການ​ຕໍ່ສູ້​ເພື່ອ​ໂຄ່ນ​ລົ້ມ​ລັດຖະ
ບານ Moammar Gadhafi ກ່າວ​ວ່າ ຜູ້ຕາງໜ້າ​ທ່ານ​
ກາດດາ​ຟີ​ທ່ານ​ນຶ່ງ​ໄດ້​ສະ​ເໜີ​ໃຫ້​ມີ​ການໂອ້​ລົມ​ສົນທະນາ​
ກັນກັບ​ຄະນະ​ນໍາພາ​ຂອງ​ພວກ​ກະບົດ ​ແຕ່​ຄໍາ​ສະ​ເໜີ​ທີ່​
ວ່າ​ນີ້​ໄດ້​ຖືກ​ປະຕິເສດ​ໄປ.

ໂຄ​ສົກຂອງ​ຝ່າ​ຍກະບົດ​ກ່າວ​ໃນວັນອັງຄານ​ມື້​ນີ້​ວ່າ ໄດ້
ມີ​ການສະ​ເໜີ​ທີ່ວ່າ​ນີ້ ​ແຕ່​ກ່າວ​ວ່າ ພວກ​ກະບົດ​ຈະ​ບໍ່​ທໍາ​
ການ​ເຈລະຈາໃດໆ​ກັບ​ທ່ານ​ກາດ​ດາ​ຟີ. ບັນດາ​ຜູ້ຕາງໜ້າ
ຂອງ​ທ່ານ​ດາດດາ​ຟີ​ໄດ້​ບໍ່​ໄດ້ໃຫ້ຄວາມເຫັນ​ໃດໆ​ກ່ຽວ​ກັບ​ເລື່ອງນີ້.

ໃນ​ວັນ​ຈັນ​ວານ​ນີ້ ພວກ​ສະມາຊິກ​ສະພາ​ປົກຄອງ​ພາຍ​ໃຕ້​ ການ​ນໍາພາ​ຂອງ​ພວກ​ກະບົດ​ໃນ​
ເມືອງ Benghazi ​ໄດ້​ປະຕິ​ເສດ​ຕໍ່​ຄໍາ​ຮຽກຮ້ອງ​ເພື່ອໃຫ້​ມີ​ການໂອ້​ລົມ​ສົນທະນາ​ກັນ​ໂດຍອະ
ດີດ​ນາ​ຍົກ​ລັດຖະມົນຕີ Jadallah al-Talhi ຊຶ່ງ​ພວກ​ກະບົດ​ກ່າວ​ວ່າ ຈະ​ບໍ່​ມີ​ການເຈລະຈາ
ສັນຕິພາບໃດໆ​ທີ່ເປັນ​ໄປ​ໄດ້ ນອກຈາກ​ວ່າ​ທ່ານກາດ​ດາ​ຟີ​ຈະລາ​ອອກ​ຈາກ​ຕໍາ​ແໜ່​ງ​ເທົ່າ​ນັ້ນ.

ໃນ​ຄໍາຮຽກຮ້ອງທີ່​ອອກ​ອາກາດ​ທາງ​ໂທລະພາບ​ແຫ່ງ​ລັດ​ນັ້ນ ທ່ານ Talhi ຊຶ່ງ​ເຄີຍ​ເປັນ​ເອກ​
ອັກຄະ​ລັດຖະທູດ​ລີ​ເບຍ​ປະ​ຈໍາ​ອົງການ​ສະຫະ​ປະຊາ​ຊາດ​ໃນ​ປີ 2008 ນັ້ນ ຮຽກຮ້ອງ​ຕໍ່​ພວກ​
ກະບົດ​ໃຫ້​ທໍາ​ການ​ເຈລະຈາ​ກັນ​ເພື່ອ​ຈະ​ແກ້​ໄຂ​ວິ​ກິດ​ການ​ແລະ​ຊ່ອຍ​ຢຸດ​ການ​ນອງ​ເລືອດ​ກັນ​ນັ້ນ.

ກໍາລັງ​ທີ່​ນິຍົມ​ທ່ານ​ກາດ​ດາ​ຟີ​ສືບ​ຕໍ່​ທໍາ​ການ​ໂຈມຕີ​ໂຕ້​ຕອບ​ຕໍ່​ພວກ​ກະບົດ​ໃນ​ວັນ​ອັງຄານ​ມື້​ນີ້
ຊຶ່ງໄດ້​ທໍາ​ການ​ໂຈມ​ຕີ​ທາງ​ອາກາດ​ຢ່າງນ້ອຍນຶ່ງບັ້ນໃສ່ເມືອງ​ທ່າ​ນໍ້າມັນ Ras Lanuf ຫລັງ​
ຈາກ​ໄດ້​ທໍາ​ການໂຈມ​ຕີ​ຫລາຍ​ບັ້ນ​ໃນ​ມື້ກ່ອນ​ນັ້ນ.

ພວກ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ກາດ​ດາ​ຟີ ​ໄດ້ພະຍາ​ຍາມທີ່ຈະປ້ອງ​ກັນ​ບໍ່​ໃຫ້​ພວກ​ກະບົດ​ທໍາ
ຄວາມຄືບ​ໜ້າ​ຕໍ່​ໄປ​ຍັງ​ນະຄອນຫລວງຕຣີ​ໂປ​ລີນັ້ນ.

XS
SM
MD
LG