ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາລັງກາດດາຟີໂຈມຕີ ເຂດຊານເມືອງ Ras Lanuf


ນັກຕໍ່ສູ້ຂອງພວກກະບົດ ຢູ່ນອກເມືອງ Ras Lanuf ທີ່ເຂົາເຈົ້າຍຶດໄດ້, ວັນທີ 6 ກຸມພາ 2011.
ນັກຕໍ່ສູ້ຂອງພວກກະບົດ ຢູ່ນອກເມືອງ Ras Lanuf ທີ່ເຂົາເຈົ້າຍຶດໄດ້, ວັນທີ 6 ກຸມພາ 2011.

ກອງ​ກໍາລັງ​ທີ່​ຈົ່ງ​ຮັກ​ພັກດີ​ຕໍ່​ຜູ້​ນໍາ​ລີ​ເບຍ ທ່ານ​ມວມມາ ກາດ​ດາ​ຟີ ​ໄດ້​ເປີດ​ສາກ​ທໍາ​ການ​ໂຈມ​ຕີ​ທາງ​ອາ​ກາດ ຕໍ່ເຂດ​ຊານເມືອງກໍ້າ​ຕາ​ເວັນ​ອອກ​ຂອງ​ເມືອງ​ທ່າ Ras Lanuf ທີ່ຢູ່​ໃຕ້​ການ​ຄວບຄຸມ​ຂອງ​ຝ່າຍ​ກະບົດ​ນັ້ນໃນ​ວັນ​ຈັນ​ມື້​ນີ້ ​ໃນ​ການ​ສືບ​ຕໍ່​ການ​ໂຈມ​ຕີ​ໂຕ້​ຕອບ​ຄືນ​ຕໍ່​ພວກ​ທີ່​ພະຍາຍາມ​ຈະ​ໂຄ່ນ​ລົ້ມ​ລັດຖະບານ.

ບັນດາ​ອົງການ​ຂ່າວ​ລາຍ​ງານ​ວ່າ ບໍ່​ໄດ້​ມີ​ການ​ບາດ​ເຈັບ​ລົ້ມ​ຕາຍ​ໃດ​ໆ ຈາກການ​ໂຈມ​ຕີ ຢູ່​ນອກ​ເມື​ອງທ່າ​ດັ່ງກ່າວ ທີ່​ເປັນ​ສູນ​ກາງສົ່ງ​ອອກ​ນໍ້າມັນ​ຂອງ​ລີ​ເບຍ​ນໍາ​ນັ້ນ.

ກ່ອນ​ໜ້າ​ນັ້ນ ໄດ້​ມີ​ການ​ເຫັນ​ພວກ​ຊາວ​ເມືອງ​ພາກັນ​ຫລົບໜີ​ຈາກ​ເມືອງ​ Ras Lanuf ​ໄປ​ໃນ​ວັນ​ຈັນ​ມື້​ນີ້ ຍ້ອນ​ຢ້ານ​ກົວ​ວ່າ​ຈະ​ມີ​ການ​ໂຈມ​ຕີ​ຈາກ​ພວກ​ກໍາລັງ​ທີ່ຈົງ​ຮັກພັກດີ​ຕໍ່​ທ່ານ Gadhafi ຫລັງ​ຈາກ​ໄດ້​ມີ​ການ​ໂຈມ​ຕີ​ຢ່າງ​ນອງ​ເລືອດ​ຕໍ່​ຫົວ​ເມືອງ​ອື່ນໆ​ອີກທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງຝ່າ​ຍກະບົດໃນ​ວັນ​ອາທິດ​ວານ​ນີ້.

ພວກ​ນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ​ເຫັນ​ພວກຊາວ​ເມືອງ​ຫລາຍໆຄອບຄົວ​ພາກັນ​ຂັບ​ລົດ​ໜີ​ຈາກ​ເມືອງ Ras Lanuf ​ໃນ​ວັນ​ຈັນ​ມື້​ນີ້ ​ແລະ​ວ່າ ມີ​ພວກ​ກະບົດ​ບໍ່​ເທົ່າ​ໃດ​ຄົນຍາມ​ຢູ່​ຕາມ​ດ່ານກວດກາ​ແຫ່ງ​ຕ່າງໆ​ໃນ​ເຂດນັ້ນ. ພວກ​ນັກ​ຂ່າວເອງ​ກໍໄດ້​ພາກັນ​ອອກ​ຈາກ​ໂຮງ​ແຮມ​ໃຫຍ່ໃນ​ຕົວ​ເມືອງ​ໄປໃນ​ເຊົ້າ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ໂຮງ​ແຮມ​ເຕືອນ​ພວກ​ແຂກ​ທີ່​ພັກ​ຢູ່​ໃນ​ໂຮງ​ແຮມກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ເຂົາ​ເຈົ້າ.

ພວກ​ອົງການ​ຂ່າວ​ກ່າວ​ວ່າ ມີ​ປະຊາຊົນ​ພາກັນ​ຫລົບໜີ​ຈາກ​ເມືອງ​ແຄມ​ທະ​ເລ Bin Jawwad ຊຶ່ງ​ຢູ່​ທາງ​ກໍ້າ​ຕາ​ເວັນ​ຕົກ​ຂອງ​ເມືອງ Ras Lanuf ນັ້ນ​ເຊ່ນ​ກັນ.

ລາຍ​ງານ​ຂ່າວ​ອ້າງ​ຄໍາ​ເວົ້າ​ຂອງ​ພວກ​ກະບົດ​ວ່າ ພວກ​ເຂົາ​ເຈົ້າພວມ​ຮວມກໍາລັງ​ກັນ​ຄືນ​ ຫລັງ​ຈາກ​ພວກ​ກໍາລັງ​ທີ່​ຈົງ​ຮັກພັກດີ​ຕໍ່​ທ່ານ​ກາດ​ດາ​ຟີ​ ​ໄດ້ໃຊ້ລົດ​ຖັງ ​ເຮືອບິນ​ໄອ​ພົ່ນ ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ຕິດ​ອາວຸດ​ປືນ​ແລະ​ປືນໃຫຍ່​ ທໍາ​ການ​ໂຈມ​ຕີ​ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ສະກັດ​ກັ້ນ​ບໍ່​ໃຫ້​ພວກ​ກະບົດ​ຄືບ​ໜ້າ​ເຂົ້າ​ໄປ​ຍັງ​ນະຄອນຫລວງ​ນັ້ນ.

XS
SM
MD
LG