ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລົດຂອງຝ່າຍກຳລັງທີ່ນິຍົມກາດດາຟີ ຂ້າມຊາຍແດນ ເຂົ້າໄປໃນ ປະເທດໄນເຈີ (ເບິ່ງວີດີໂອ)


ພວກນັກລົບອໍານາດປົກຄອງຊົ່ວຄາວລີເບຍພາກັນສະເຫລີມສະຫລອງຢູ່ທີ່ດ່ານກວດກາແຫ່ງນຶ່ງທີ່ຕັ້ງຢູ່ລະຫວ່າງ ເມືອງ
Tarhouna ແລະເມືອງ Bani Walid, ລີເບຍ.
ວັນທີ 6 ກັນຍາ 2011.
ພວກນັກລົບອໍານາດປົກຄອງຊົ່ວຄາວລີເບຍພາກັນສະເຫລີມສະຫລອງຢູ່ທີ່ດ່ານກວດກາແຫ່ງນຶ່ງທີ່ຕັ້ງຢູ່ລະຫວ່າງ ເມືອງ Tarhouna ແລະເມືອງ Bani Walid, ລີເບຍ. ວັນທີ 6 ກັນຍາ 2011.

ຂະ​ບວນລົດ​ຈໍານວນ​ນຶ່ງ​ທີ່​ບັນທຸກ​ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທານ​ມວມ ມາ​ກາດ​ດາ​ຟີ​ ໄດ້​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ປະ​ເທດ​ເພື່ອນ​ບ້ານ Niger ໃນ​ຂະນະ​ທີ່​ພວກ​ນັກ​ລົບ​ຕໍ່ຕ້ານ​ທ່ານ​ກາດ​ດາ​ຟີ​ ສືບ​ຕໍ່ໂຮມຊຸມນຸມ​ກໍາລັງຢູ່​ນອກ​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ ​ຂອງ​ທ່ານ​ກາດ​ດາ​ຟີ​ ທີ່​ໄດ້​ຖືກ​ໂຄ່ນລົ້ມ​ໄປ ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ​ ​ລົດ​ທະຫານ​ຫລາຍ​ກວ່າ 10 ຄັນໄດ້ຂ້າມເຂົ້າ​ ​ໄປ​ໃນ​ປະ​ເທດ ​Niger ​ໃນ​ແລງ​ວັນ​ຈັນ​ວານ​ນີ້ ​ແລະ​ແລ່ນ​ໄປ​ຮອດ​ເມືອງ Agadez ​ແລ້ວ. ກ່ອນ​ໜ້າ​ນີ້ ທ່ານ Mansour Dhao ຫົວໜ້າ​ກອງ​ພົນ​ນ້ອຍ ຮັກສາ​ຄວາມ​ປອດ​ໄພ​ຂອງ​ກາດ​ດາ​ຟີ​
ໄດ້​ຂ້າ​ມຊາຍ​ແດນ​ເຂົ້າ​ໄປ​ໃນ​ປະ​ເທດ Niger ກັບ​ພວກ​ຊາວ​ລີ​ເບຍ​ອີກຈຳນວນນຶ່ງ​.

ເວລາ​ນີ້ ຍັງ​ບໍ່​ຮູ້​ວ່າ​ທ່ານ​ກາດ​ດາ​ຟີ​ຢູ່​ໃສ​ນັ້ນ ​ແລະ​ກໍ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ມີ​ພວກ​ຍາດຕິ​ພີ່ນ້ອງ​ຫລືເຈົ້າ​ໜ້າ​ທີ່ຈາກ​ລັດຖະບານ​ຂອງ​ທ່ານ​ກາດ​ດາ​ຟີ​ຮວມຢູ່​ໃນ​ພວກ​ທີ່​ເຂົ້າ​ໄປ​ໃນ Niger ນັ້ນ​ຫລື​ບໍ ຫລື​ວ່າ​ພວກ​ນີ້​ຈະ​ຕິດຕາມ​ໄປ​ນໍາ​ຫລັງ.

ໃນ​ຂະນະ​ດຽວ​ກັນ ພວກ​ກໍາລັງ​ກອງໜຸນ​ຕໍ່ຕ້ານ​ກາດ​ດາ​ຟີ​ໄດ້​ເຂົ້າ​ຮ່ວມ ກັບ​ພວກ​ນັກ​ລົບ​ຫລາຍ​ພັນ​ຄົນ​ຢູ່​ນອກ​ເມືອງ Bani Walid ຂອງລີ​ເບຍ ກ່ອນ​ວັນ​ເສ້ນ​ຕາຍ​ໃນ​ວັນ​ເສົາ​ຈະ​ມາ​ນີ້ ສໍາລັບ​ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ກາດ​ດາ​ຟີ​ທັງ​ໝົດ​ຕ້ອງ​ຍອມ​ຈໍານົນ​ນັ້ນ.

ພວກ​ນັກ​ເຈລະຈາ​ອໍານາ​ດປົກຄອງຊົ່ວຄາວ​ໄດ້​ທໍາ​ການ​ພົບ​ປະ​ເຈລະຈາກັບ​ພວກ​ອາວຸ​ໂສ​ຊົນ​ເຜົ່າ​ແລະ​ພວກ​ກໍາລັງ​ນິຍົມ​ກາດ​ດາ​ຟີ​ຈາກ​ເມືອງ Bani Walid ຊຶ່ງ​ເປັນ​ທີ່​ໜັ້ນ​ແຫ່ງ​ນຶ່ງ​ໃນ​ຈໍານວນ​ທີ່​ໝັ້ນ 3 ​ແຫ່ງ​ທີ່​ຍັງ​ເຫລືອ​ຂອງ​ພວກ​ນິຍົມ​ກາດ​ດາ​ຟີ​ນັ້ນ.

ເບິ່ງວີໂອ - ພວກຄົນເຂົ້າເມືອງຜິວດຳ ໃນລີເບຍ

ເບິ່ງວີດີໂອ - ພວກກະບົດປິດລ້ອມ ທີ່ໝັ້ນແຫ່ງສຸດທ້າຍ ຂອງກາດດາຟີ

XS
SM
MD
LG