ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພວກສະໜັບສະໜຸນກາດດາຟີ ສະຫລອງໄຊຊະນະ


ພວກທະຫານແລະຜູ້ສະໜັບສະໜຸນ ກາດດາຟີ ສະຫລອງໄຊຊະນະ
ທີ່ຈະຕຸລັດສີຂຽວ ໃນກຸງຕຣີໂປລີ ວັນທີ 6 ມີນາ 2011
ພວກທະຫານແລະຜູ້ສະໜັບສະໜຸນ ກາດດາຟີ ສະຫລອງໄຊຊະນະ ທີ່ຈະຕຸລັດສີຂຽວ ໃນກຸງຕຣີໂປລີ ວັນທີ 6 ມີນາ 2011

ພວກ​ສະໜັບສະໜຸນ​ທ່ານ Moammar Gadhafi ຜູ້​ນໍາ​ລີ​ເບຍ​ ພາກັນສະ​ເຫລີ​ມສະຫລອງ​ໄຊຊະນະ​ຢູ່​ກາງ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ໃນນະຄອນ​ຫລວງຕຣີ​ໂປ​ລີ ​ໃນ​ວັນ​ອາ ທິດ​ມື້​ນີ້ ຫລັງ​ຈາກ​ລັດຖະບານ​ກ່າວ​ວ່າ ​ກໍາລັງ​ຂອງພວກ​ຕົນ​ໄດ້​ຍຶດ​ເອົາ​ຫົວ​ເມືອງ​ຕ່າງໆ​ທີ່ຢູ່ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ຝ່າຍ​ກະບົດຄືນ ອັນ​ເປັນ​ການ​ກ່າວ​ອ້າງ​ທີ່​ພວກ​ປະຊາຊົນ​ຢູ່​ໃນ​ເຂດເຫລົ່ານັ້ນ​ ​ໄດ້​ປະຕິ​ເສດ​.

ພວກ​ສະໜັບສະໜຸນ​ທ່ານ​ກາດ​ດາ​ຟີ​ ພາກັນໂບກ​ທຸງ ບີບ​ແກ​ລົດ​ແລະ​ຍິງ​ປືນ​ຂຶ້ນ​ຟ້າ​ໃນ​ການສະ​ຫລອງ​ໄຊຊະນະ​ນັ້ນ. ກ່ອນ​ໜ້າ​ນັ້ນ ​ໄດ້​ຍິນ​ສຽງ​ປືນ​ກົນ​ດັງ​ຂຶ້ນ​ໃນ​ກຸງ​ຕຣີ​ໂປ​ລີ ຊຶ່ງ​ພວກ​ໂຄສົກ​ລັດຖະບານ​ກ່າວ​ຕໍ່​ອົງການ​ຂ່າວຕ່າງໆ​ວ່າ ​ເປັນ​ການ​ສະ​ເຫລີ​ມສະຫລອງ​. ​ໂທລະພາບ​ແຫ່ງ​ລັດ​ຂອງ​ລີ​ເບຍ​ລາຍ​ງານ​ຂ່າວວ່າ ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ກາດ​ດາ​ຟີ ​ໄດ້​ຍຶດ​ເອົາເມືອງ Misrata ​ແລະເມື່ອ​ງທ່ານໍ້າມັນ Ras Lanuf ຄືນມາ​ຈາກ​ພວກ​ກະບົດ​ໄດ້​ແລ້ວ ​ແຕ່​ພວກ​ຊາວ​ເມືອງ​ແລະ​ພວກ ເຫັນ​ເຫດການ​ໃນ​ທັງ​ສອງ​ຫົວ​ເມືອງ​ປະຕິ​ເສດ​ຕໍ່​ຄໍາ​ກ່າວ​ອ້າງ​ຂອງ​ຝ່າຍລັດຖະບານ

ພວກ​ກໍາລັງ​ຝ່າຍ​ກະບົດ​ໄດ້​ຍຶດ​ເອົາ​ຫລາຍ​ຂົງ​ເຂດ​ໃນ​ປະ​ເທດ ຊຶ່ງ​ສ່ວນ​ຫລາຍ​ແມ່ນ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ ​ໃນ​ຂະນະ​ທີ່ລັດຖະບານ​ທ່ານ​ກາດ​ດາ​ຟີ​ຍັງ​ຄອບ​ຄອງ​ກຸງ​ຕຣີ​ໂປ​ລີ ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ຢູ່.

ພວກ​ກະບົດ​ໃຫ້​ຄໍາ​ໜັ້ນສັນຍາ​ວ່າ ຈະ​ສືບ​ຕໍ່​ທໍາ​ຄວາມ​ພະຍາຍາມ​ເພື່ອ​ຄືບ​ໜ້າ​ໄປ​ຍັງ​ກຸງ​ຕຣີ​ໂປ​ລີ ຫລັງ​ຈາກໄດ້​ຕ້ານ​ຢັນ​ແລະ​ຂັບ​ໄລ່​ພວກ​ກໍາລັງ​ທີ່​ນິຍົມ​ກາ​ດດາ​ຟີ​ ໃຫ້​ຖອຍ​ໄປ​ຈາກ​ເມືອງ Ras Ranuf ​ໃນ​ວັນ​ສຸກຜ່ານ​ມາ​ນັ້ນ.

XS
SM
MD
LG