ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກະບົດລີເບຍຕໍາໜິຕິຕຽນກຸ່ມເນໂຕ້ໃນລີເບຍ


ທ່ານ Abdel Fattah Younes ຫົວໜ້າຝ່າຍກະບົດໃນລີເບຍ ເຂົ້າຮ່ວມກອງປະຊຸມຖະແຫລງຂາວທີ່ເມືອງ Benghazi, ວັນທີ 6, ເມສາ 2011
ທ່ານ Abdel Fattah Younes ຫົວໜ້າຝ່າຍກະບົດໃນລີເບຍ ເຂົ້າຮ່ວມກອງປະຊຸມຖະແຫລງຂາວທີ່ເມືອງ Benghazi, ວັນທີ 6, ເມສາ 2011

ຫົວໜ້າ​ກໍາລັງກຸ່ມ​ກະບົດ​ລີ​ເບຍ ຕໍາ​ໜິຕິຕຽນ​ກຸ່ມ​ເນ​ໂຕ້​ວ່າ​ບໍ່
ໄດ້​ດໍາ​ເນີນການ​ໂຈມ​ຕີ​ທາງ​ອາກາດ​ຢ່າງ​ໄວ​ໃສ່​ເມືອງ
Misrata ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ລີ​ເບຍ ​ໂດຍ​ກ່າວ​ວ່າ
ການ​ຊັກຊ້າ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ພວກພົນລະ​ເຮືອນເສຍ​ຊີ
ວິດ​ໄປຫລາຍ​ຄົນ.

ທ່ານ Abdel Fattah Younes ກ່າວ​ວ່າ ກຸ່ມ​ເນ​ໂຕ້​ໄດ້
ເຄື່ອນ​ໄຫວ​ຊ້າຫລາຍ ​ໂດຍ​ປະ​ໃຫ້​ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກ
ດີ​ຕໍ່​ທ່ານ​ກາດ​ດາ​ຟີ ຜູ້​ນໍາ​ລີ​ເບຍ​ທໍາ​ຄວາມ​ຄືບ​ໜ້າ​ເຂົ້າ​ໄປ​
ໃນ​ເມືອງ​ດັ່ງກ່າວ. ທ່ານ Younes ກ່າວ​ຕື່ມ​ວ່າ ທ່ານ
ອາດ​ຈະ​ຮຽກຮ້ອງ​ໄປ​ຍັງບັນດາ​ຜູ້​ນໍາ​ຝ່າຍ​ກະບົດ​ໃຫ້ພາ
ກັນ​ຮ້ອງທຸກ​ຕ່າງໆ​ຂອງ​ຕົນ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ
ປະຊາຊາດ ຊຶ່ງ​ເປັນ​ຜູ້​ອະນຸມັດ​ໃຫ້​ກໍາລັງ​ໃນ​ລີ​ເບຍ​ ຢຸດ​ພວກ​ທະຫານ​ຝ່າຍ​ລັດຖະບານ​ບໍ່ໃຫ້ທໍາລາຍ​ພວກ​ພົນລະ​ເຮືອນ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກຸ່ມ​ເນ​ໂຕ້ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ຕົນເໜືອ​ລີ​ເບຍ​ນັ້ນ​ບໍ່​ໄດ້
ລົດ​ລົງ​ແຕ່​ທ່ານ​ກາດ​ດາ​ຟີ​ໄດ້​ໃຊ້​ພວກ​ພົນລະ​ເຮືອນ ​ເປັນ​ເຄື່ອງ​ກໍາ​ບັງ ​ແລະເຊື່ອງ​ລົດເກາະ
ລົດຖັງ​ຂອງ​ທ່ານ​ໃນ​ຂົງເຂດ​ທີ່ມີ​ປະຊາຊົນ​ອາ​ໄສ​ຢູ່ຢ່າງ​ຫລວງຫລາຍ​ນັ້ນ.

ນາຍ​ພົນ​ຈັດຕະວາ Mark van Uhm ຫົວໜ້າ​ຝ່າຍ​ປະຕິບັດ​ງານ​ຂອງກຸ່ມ​ພັນທະ​ມິດກ່າວ
ວ່າ ໃນ​ເມືອງ Misrata ກຸ່ມ​ພັນທະ​ມິດ​ສາມາດຢືນຢັນ​ໄດ້​ຢ່າງ​ເດັດຂາດ​ວ່າ​ ພວກ​ລົດ​ຖັງ​ກໍາ
ລັງກະຈາຍກັນຢູ່ ​ແລະ​ໃຊ້​ປະຊາ​ຊົນ​ເປັນ​ເຄື່ອງ​ກໍາ​ບັງ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ເຮືອບິນ​ຂອງ
ກຸ່ມ​ເນໂຕ້ຮູ້ຈັກ​ແລະ​ແນ​ເປົ້າ​ໝາຍ​ໃສ່​ພວກ​ລົດຖັງ​ເຫລົ່າ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ຝ່າຍ​ກະບົດ​ໂຕ້​ແຍ້​ງຕໍ່​ການ​ກ່າວ​ອ້າງ​ຂອງ​ນາຍ​ພົນ Van Uhm ນັ້ນ​ວ່າ ພວກ​ພົນລະ​ເຮືອນ​ແມ່ນ​ມີໜ້າ​ຢູ່​ໃນ​ທຸກ​ຂົງ​ເຂດໃນ​ບ່ອນ​ໃດ​ທີ່​ພວກ​ທະຫານ​ຂອງ​ຝ່າຍ​ກາດ​ດາ​ຟີ​ຕັ້ງ​ທີ່​ໝັ້ນ​ຢູ່​ນັ້ນ.

ທ່ານ Oana Lungescu ​ໂຄສົກ​ປະ​ຈໍາ​ກຸ່ມ​ເນ​ໂຕ້ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ຈັງຫວະ​
ຂອງ​ການ​ປະຕິບັດ​ງານ​ນັບ​ແຕ່​ກຸ່ມ​ເນ​ໂຕ້ໄດ້​ເລີ້ມ​ຮັບ​ພາລະກິດ​ມາ​ບໍ່​ໄດ້​ຜ່ອນຄາຍ​ລົງ. ກຸ່ມ
ພັນທະ​ມິດ​ແຈ້ງ​ໃຫ້ຊາບ​ວ່າ ການ​ໂຈມ​ຕີ​ທາງອາກາດຂອງ​ຝ່າຍ​ປະສົມ​ໄດ້​ທໍາລາຍ​ທະຫານ
ຂອງ​ລັດຖະບານ​ລີ​ເບຍ​ໄປ​ແລ້ວ 30 ​ເປີ​ເຊັນ​ ໃນ​ຂະນະ​ທີ່​ພວມກໍາລັງ​ຈັດ​ຕັ້ງ​ປະຕິບັດ​ຕາມ
ມະຕິເຂດ​ຫ້າມ​ບິນ​ ທີ່​ໄດ້​ຮັບ​ອະນຸມັດ​ຈາກສະຫະ​ປະຊາ​ຊາດ​ ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ປົກ​ປ້ອງ
ພວກ​ພົນລະ​ເຮືອນ​ນັ້ນ.

ການ​ກ່າວ​ຫາ​ຂອງ​ພວກ​ກະບົດ​ໄດ້​ມີ​ຂຶ້ນ​ໃນ​ຂະນະ​ທີ່​ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ກາດ​
ດາ​ຟີ ​ໄດ້​ຂັບ​ໄລ່​ພວກ​ກໍາລັງ​ຝ່າຍ​ກະບົດ​ໃຫ້​ແຕກຖອຍຄັ້ງ​ໃຫຍ່​ໃນຮອບ​ຫລາຍ​ມື້​ ໃນ​ລະ
ຫວ່າງ​ການ​ສູ້​ລົບ​ກັນ​ຢູ່​ໃກ້ໆ​ກັບ​ເມືອງ Brega ​ເມືອງບໍ່​ນໍ້າມັນ​ທີ່​ສໍາຄັນ​ໃນ​ພາກ​ຕາ​ເວັນ​
ອອກ​ຂອງ​ລີ​ເບຍ​ນັ້ນ.

ທັງ​ສອງ​ຝ່າຍ​ຕ່າງ​ຄົນ​ຕ່າງ​ຍິງໂຈມຕີ​ກັນ​ຢ່າງ​ໜັກ​ໃນ​ວັນ​ອັງຄານ​ວານ​ນີ້ ນຶ່ງມື້​ຫລັງ​ຈາກ​
ພວກ​ກະບົດ​ໄດ້​ຍຶດ​ເອົາ​ພື້ນ​ທີ່ແຫ່ງ​ນຶ່ງທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່ຂອງ​ເມືອງ Brega.

XS
SM
MD
LG