ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກລົບຝ່າຍກະບົດ ຕຽມທໍາການໂຈມຕີ ທີ່ໝັ້ນຂອງກາດດາຟີ (ເບິ່ງວີດີໂອກັບຮູບສະລາຍດ໌)


ກໍາລັງເສີມຂອງຝ່າຍກະບົດ ທີ່ມາຈາກນະຄອນຫລວງຕຣີໂປລີ ຂັບລົດຜ່ານດ່ານກວດແຫ່ງນຶ່ງລະຫວ່າງເມືອງ Tarhouna ກັບ Bani Walid, ໄປຍັງແນວໜ້າທີ່ເມືອງ Bani Walid, ວັນຈັນ ທີ 5 ກັນຍາ 2011.
ກໍາລັງເສີມຂອງຝ່າຍກະບົດ ທີ່ມາຈາກນະຄອນຫລວງຕຣີໂປລີ ຂັບລົດຜ່ານດ່ານກວດແຫ່ງນຶ່ງລະຫວ່າງເມືອງ Tarhouna ກັບ Bani Walid, ໄປຍັງແນວໜ້າທີ່ເມືອງ Bani Walid, ວັນຈັນ ທີ 5 ກັນຍາ 2011.

ພວກ​ນັກລົບ​ຂອງ​ອໍານາດ​ປົກຄອງ​ຊົ່ວຄາວ​ລີ​ເບຍ​ ໄດ້​ສຸມ​ກໍາລັງ​ເພື່ອຈະ​ທໍາ​ການ​ໂຈມ​ຕີ​ນຶ່ງ​
ໃນທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ​ທີ່​ຍັງ​ເຫລືອຢູ່ບໍ່​ເທົ່າ​ໃດ​ແຫ່ງ ຂອງຜູ້​ນໍາ​ລີ​ເບຍ ​ມວມມາ ກາດ​ດາ​ຟີ
ນັ້ນ ​ຫລັງ​ຈາກທີ່​ການ​ເຈລະຈາທີ່ແນ​ໃສ່​ເພື່ອເກ້​ຍກ່ອມ​ໃຫ້​ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີຕໍ່​ທ່ານ
ກາດ​ດາ​ຟີ​ຍອມ​ຈໍານົນຢ່າງ​ສັນ​ຕິ ໃນ​ເມືອງ Bani Walid ທີ່​ຜູ້​ຄົນ​ໄດ້​ພາ​ກັບ​ອົບ​ພະຍົບໜີ
ອອກ​ໄປ​ແລ້ວ​ນັ້ນ ພັງ​ທະລາ​ຍລົງ.

ທ່ານ Abdullah Kanshil ຜູ້​ເຈລະຈາ​ສໍາລັບ​ສະພາ​ປົກຄອງລະຍະ​ຂ້າມ​ຜ່ານແຫ່ງ​ຊາດ​ລີ​
ເບຍ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ການ​ເຈລະຈາ​ກັນ​ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫລວ​ ເວລາ
ພວກ​ອາວຸ​ໂສ​ຊົນ​ເຜົ່າທີ່​ນິຍົມ​ທ່ານ​ກາດ​ດາ​ຟີ​ບໍ່​ຍອມຮັບ​ເອົາ​ຂໍ້​ສະ​ເໜີ​ທີ່​ຈະ​ສົ່ງ​ສະບຽງ​ຢຸກຢາ
ການ​ແພດ​ໄປ​ຍັງ​ເມືອງ Bani Walid ​ໂດຍ​ມີ​ເງື່ອນໄຂ​ວ່າ ​ໃຫ້​ພວກ​ນັກ​ລົບຂອງຝ່າຍ​ກະ
ບົດ​ເຂົ້າ​ໄປ​ໃນ​ເມືອງພ້ອມ​ກັນນັ້ນ. ​ແຕ່​ບໍ່​ມີ​ຖ້ອຍ​ຖະ​ແຫລ​ງ​ໃດໆ​ອອກ​ມາ​ຈາກ​ຝ່າຍ​ຊົນ​ເຜົ່າ
ນັ້ນ.

ກ່າວ​ກັນ​ວ່າ ເມືອງ Bani Walid ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​ນະຄອນຫລວງ​ຕຣີ​ໂປ​ລີ​ໄປ​ທາງ​ທິດ
ຕາ​ເວັນ​ອອກສຽງ​ໃຕ້ ​ປະມານ 170 ຫລັກ​ກິ​ໂລ​ແມັດນັ້ນ ​ຂາດເຂີນລົດໂຮງໝໍ ​ທ່ານໝໍ​
ແລະ​ສະບຽງ​ຢຸກຢາ ຮວມທັງນໍ້າ​ດື່ມ​ນໍ້າ​ໃຊ້ ​ແລະ​ເຂົາ​ປາ​ອາຫານ​ຢ່າງຮ້າຍແຮງ.

ໃນ​ຂະນະ​ດຽວ​ກັນ ທີ່​ກຸງ​ຕຣີ​ໂປ​ລີ ລັດຖະບານ​ຊົ່ວຄາວ​ລີ​ເບຍ​ໄດ້​ປະກາດ​ແຜນການ​ ທີ່​ຈະ​
ໂຮມ​ເອົາ​ພວກ​ນັກ​ຕໍ່ສູ້ຂອງ​ຕົນ 3000 ຄົນ​ເຂົ້າໃນ​ກໍາລັງ​ຕໍາຫລວດ​ແຫ່ງ​ຊາດ ​ແລະ​ຊອກ​
ວຽກ​ການ​ອື່ນໆ​ໃຫ້​ພວກ​ນັກຕໍ່ສູ້ ​ຄົນອື່ນໆ​ທີ​ຍັງ​ເຫລືອ​ນັ້ນ​ເຮັດ. ບັນດາ​ເຈົ້າ​ໜ້າ​ທີ່​ສະພາ​
ປົກຄອງລະຍະ​ຂ້າມ​ຜ່ານ​ກ່າວ​ວ່າ ​ແຜນການ​ດັ່ງກ່າວ​ກໍ​ຈະ​ໄຂ​ຮັບ​ເອົາ​ພວກ​ທີ່ທໍາ​ການ​ຕໍ່ສູ້​
ໃຫ້​ທ່ານ​ກາດ​ດາ​ຟີ​ນັ້ນ ​ເຊ່ນ​ກັນ.

ບົນທາງຫລວງ ໄປສູ່ເມືອງ Bani Walid:

XS
SM
MD
LG