ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະລັດ ກ່າວວ່າ ພາລະກິດໃນລີເບຍ ສະແດງໃຫ້ເຫັນເຖິງ ຄວາມສໍາຄັນຂອງເນໂຕ້


ກອງປະຊຸມຂອງບັນດາລັດຖະມົນຕີປ້ອງກັນປະເທດຂອງກຸ່ມເນໂຕ້ ແລະທ່ານ Leon E. Panetta ລັດຖະມົນຕີປ້ອງກັນປະເທດສະຫະລັດ ທີ່ກຸງ Brussels, ວັນທີ 5 ຕຸລາ 2011.
ວັນທີ 5 ຕຸລາ 2011.
ກອງປະຊຸມຂອງບັນດາລັດຖະມົນຕີປ້ອງກັນປະເທດຂອງກຸ່ມເນໂຕ້ ແລະທ່ານ Leon E. Panetta ລັດຖະມົນຕີປ້ອງກັນປະເທດສະຫະລັດ ທີ່ກຸງ Brussels, ວັນທີ 5 ຕຸລາ 2011. ວັນທີ 5 ຕຸລາ 2011.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ລີ​ອອ​ນ ພະ​ແນັດຕາ ກ່າວ​ວ່າ ພາລະກິດ​ຂອງ​ເນ​ໂຕ້​ຢູ່​ໃນ​ລີ​ເບຍ ​ແມ່ນ​ເປັນ​ໂຕ​ຢ່າງ​ອັນ​ນຶ່ງ​ຂອງຄວາມ​ສໍາຄັນ​ຂອງ​ກຸ່ມ​ພັນທະ​ມິດ​ດັ່ງກ່າວ​ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ​ ​ເນ​ໂຕ້ສາມາດປະ​ຕິບັດ​ການ​ຢ່າງ​ໄດ້ຜົນ ໂດຍ​ມີ​ຢູ​ໂຣບ​ເອົາ​ບົດບາດ​ເປັນ​ຜູ້​ນໍາ.

ທ່ານ​ພະ​ແນັດຕາ​ໄດ້​ສະ​ແດງ​ຄວາມ​ເຫັນ​ດັ່ງກ່າວ​ຢູ່​ນະຄອນຫລວງ​ Brussels ບ່ອນ​ທີ່​ບັນດາ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງເນ​ໂຕ້​ກໍາລັງ​ປະຊຸມ​ກັນ​ກ່ຽວ​ກັບ​ເລື່ອງ​ລີ​ເບຍ ​ແລະ​ການ​ປະຕິບັດ​ງານ​ອື່ນໆ​ຂອງ​ເນ​ໂຕ້.

ກ່ອນ​ໜ້າ​ນີ້ ​ທ່ານ Panetta ກ່າວ​ຢູ່ທີ່​ກຸງ​ໄຄ​ໂຣວ່າ ການ​ປະຕິບັດ​ງານທາງ​ອາກາດ​ຂອງກຸ່ມ
ເນ​ໂຕ້​ຕໍ່​ລີ​ເບຍນັ້ນ ​ຈະຢຸດເຊົາ​ບໍ່​ໄດ້ ​ແລະ​ການ​ດໍາ​ເນີນ​ຂັ້ນ​ຕອນ​ທາງ​ດ້ານ​ການ​ເມືອງ ​ກໍ​ບໍ່​
ສາມາດ​ເລີ້ມ​ຂຶ້ນ​ໄດ້ ຈົນ​ກວ່າ​ເມືອງ Sirte ​ແລະ​ຂົງ​ເຂດ​ອື່ນໆຖືກ​ຍຶດໄດ້​ເສຍ​ກ່ອນ ​ແລະ​
ທ່ານກ່າວຕໍ່​ໄປ​ວ່າ ການ​ທີ່​ບໍ່​ຮູ້ຈັກ​ວ່າ​ທ່ານ​ກາດ​ດາ​ຟີ​ຢູ່​ໃສ​ນັ້ນ ກໍ​ເຮັດ​ໃຫ້​ຫຍຸ້ງຍາກ​ເຊ່ນ​ກັນ
ສໍາລັບ​ພວກພັນທະ​ມິດ​ທີ່ຈະ​ຕັດສິນ​ໃຈ​ວ່າ ​ເວລາ​ໃດ​ຈະ​ຢຸດ​ເຊົາ​ການ​ໂຈມ​ຕີ​ທາງ​ອາກາດ
ແລະ​ອໍານວຍໃຫ້ລັດຖະບານຊົ່ວຄາວ​ຂອງລີ​ເບຍ​ ຫັນໄປ​ຈັດການ​ກັບ​ບັນຫາ​ອື່ນໆ​.

ປະຊາຊົນ​ລີ​ເບຍ​ພາກັນ​ຫລັ່ງ​ໄຫລ​ໜີ​ອອກ​ຈາກ​ເມືອງ Sirte ໃນ​ວັນ​ອັງ ຄານ​ວານ​ນີ້ ຫລັງ
ຈາກການ​ລະດົມ​ຍິງ​ປືນ​ໃຫຍ່ໃສ່ ແລະ​ຍິງ​ປືນ​ສູ້​ລົບກັນຢ່າງ​ດຸ​ເດືອດມາ​ເປັນ​ເວລາ 3 ສັບປະ
ດາໄດ້​ບັງຄັບ​ໃຫ້​ພວກ​ຊາວເມືອງຕ້ອງ​ຫລົບໜີ​ອອກ​ໄປໃນ​ທີ່​ສຸດຜ່ານ​ດ່ານກວດກາ​ແຫ່ງ​
ຕ່າງໆ​ຂອງ​ລັດຖະບານ​ຊົ່ວຄາວ​ລີ​ເບຍ​ ທີ່​ເປັນ​ຝ່າຍ​ສັດຕູ​ນັ້ນ.

ພວກພາຫະນະ​ ທີ່​ບັນທຸກ​ວັດຖຸ​ສິ່ງ​ຂອງ​ແລະ​ບັນທຸກ​ພວກ​ຄອບຄົວ​ທີ່​ມີ​ຄວາມ​ຢ້ານ​ກົວ​
ແລະ​ອຶດຫິວ ​ຄ່ອຍໆ​ຄືບ​ຄານ​ອອກໄປຈາກ​ເມືອງ​ຍຸດ​ທະ​ສາດ​ແຄມ​ຝ່ັງ​ທະ​ເລ​ດັ່ງກ່າວ ​ໂດຍ
ຜ່ານ​ການ​ກວດກາວັດຖຸ​ສິ່ງ​ຂອງ​ທີ່​ຕິດ​ໂຕ​ມາ​ນໍາ​ ພ້ອມ​ທັງ​ກວດ​ເບິ່ງ​ຊື່ ​ໂດຍ​ພວກກໍາລັງ​
ຂອງ​ສະພາ​ໄລຍະ​ຂ້າມ​ຜ່ານ​ແຫ່ງ​ຊາດ​ຫລື NTC ທີ່​ມີ​ຄວາມສົງ​ໄສກ່ຽວ​ກັບ​ພວກ​ເຂົາ​ເຈົ້າ​
ນັ້ນ. ພວກ​ນັກ​ຕໍ່ສູ້​ຂອງ​ອໍານາດ​ປົກຄອງ​ຊົ່ວຄາວ​ໄດ້​ລົດ​ຜ່ອນ​ການລະດົມຍິງໃສ່​ເມືອງ
Sirte ຂອງ​ພວກ​ເຂົາ​ເຈົ້າ​ລົງໃນ​ວັນອັງຄານ​ວານ​ນີ້ ​ເພື່ອ​ປ່ອຍ​ໃຫ້​ພວກ​ຊາວ​ເມືອງ​ອົບ
ພະຍົບໜີ.

XS
SM
MD
LG