ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກກະບົດລີເບຍຕຽມພ້ອມ ທີ່ຈະທໍາການໂຈມຕີທີ່ໝັ້ນ ແຫ່ງສຸດທ້າຍຂອງກາດດາຟີ (ເບິ່ງວີດີໂອ)


ພວກນັກລົບຂອງຝ່າຍສະພາໄລຍະຂ້າມຜ່ານແຫ່ງຊາດ ຫລື NTC ເຊົາພັກຜ່ອນ ຂະນະລໍຖ້າທໍາການໂຈມຕີເມືອງ Bani Walid, ວັນທີ 4 ກັນຍາ 2011.
ພວກນັກລົບຂອງຝ່າຍສະພາໄລຍະຂ້າມຜ່ານແຫ່ງຊາດ ຫລື NTC ເຊົາພັກຜ່ອນ ຂະນະລໍຖ້າທໍາການໂຈມຕີເມືອງ Bani Walid, ວັນທີ 4 ກັນຍາ 2011.

ພວກ​ກະບົດ​ລີ​ເບຍ​ກ່າວ​ວ່າ ​ເຂົາ​ເຈົ້າ​ກໍາລັງຕຽມ​ພ້ອມ​ທີ່​ຈະ​ເຂົ້າ​ປິດ​ລ້ອມ​ເມືອງ Bani Walid
ຊຶ່ງ​ເປັນທີ່​ໝັ້ນ​ທີ່​ຍັງ​ເຫລືອແຫ່ງ​ສຸດ​ທ້າຍ​ຂອງຜູ້ນໍາ​ລີ​ເບຍ ​ມວມມາ ​ກາດ​ດາ​ຟີ ນັ້ນ. ພວກ
ນັກ​ຕໍ່ສູ້​ຕ້ານ​ທ່ານ​ກາດ​ດາ​ຟີກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ພວກ​ເຂົາ​ເຈົ້າ​ຕຽມ​ພ້ອມ​ທີ່​ຈະ​ທໍາ​ການ
ໂຈມ​ຕີ.

ໃນ​ວັນ​ເສົາ​ວານ​ນີ້ ສະພາ​ປົກຄອງ​ລະຍະ​ຂ້າມ​ຜ່ານ​ແຫ່ງ​ຊາດຂອງລີ​ເບຍ ໄດ້ຮຽກຮ້ອງ​ໃຫ້
​ພວກ​ພົນລະ​ເຮືອນ​ໃນ​ຂົງ​ເຂດ​ຕ່າງໆທີ່​ຍັງ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ກໍາລັງ​ກາດ​ດາ​ຟີນັ້ນ
ໃຫ້​ພາກັນ​ເຂົ້າ​ມາ​ຮ່ວມ​ກັບ​ຝ່າຍ​ຂອງ​ຕົນ ​ໂດຍ​ໃຫ້​ຄໍາ​ໝັ້ນ​ສັນຍາວ່າຈະ​ບໍ່​ທໍາ​ການ​ແກ້​ແຄ້ນ​ໃດໆ.

ສະພາ​ປົກຄອງ​ລະຍະ​ຂ້າມ​ຜ່ານ ໄດ້​ຕໍ່​ເວລາ​ເສ້ນ​ຕາຍ​ສໍາລັບໃຫ້ພວກຝ່າ​ຍຄ້ານ​ວາງ​ອາວຸດ
ນັ້ນ ອອກໄປຈົນ​ຮອດ​ວັນ​ເສົາໜ້າ ຊຶ່ງ​ທາງ​ພວກ​ເຈົ້າ​ໜ້າ​ທີ່ NTC ຫວັງ​ວ່າ ຈະ​ສາມາດ​ຫລີກ​
ລ່ຽງ​ການເຂົ້າ​ປິດລ້ອມພວກ​ຂົງ​ເຂດ​ຕ່າງໆ ​ທີ່​ພວກ​ພົນລະ​ເຮືອ​ນອາ​ໄສ​ຢູ່​ນັ້ນ.

ທີ່​ປະ​ເທດ​ອີ​ຕາ​ລີ ​ໃນ​ວັນ​ອາທິດ​ມື້​ນີ້ ລັດຖະມົນຕີ​ຕ່າງປະ​ເທດ​ Franco Frattini ​ໄດ້​ເຕືອນ​
ຕໍ່​ການກວດ​ລ້າງ​ຢ່າ​ງເຕັມ​ອັດຕາ ຕໍ່ພວກ​ນາຍ​ທະຫານຈາກ​ຢຸກຂອງ​ກາດ​ດາ​ຟີ ​ໂດຍ​ຮຽກ
ຮ້ອງ​ລີ​ເບຍ​ແລະ​ປະຊາ​ຄົມນາໆ​ຊາດ ບໍ່​ໃຫ້​ກະທໍາຄວາມ​ຜິດ​ພາດ​ແບບ​ດຽວ​ກັນ​ກັບທີ່​ໄດ້​
ກະທໍາມາຢູ່​ໃນ​ອິຣັກນັ້ນ ຊຶ່ງ​ສະຫະລັດ​ແລະ​ອໍານາດ​ປົກຄອງ​ໃໝ່​ຂອງ​ອິຣັກ​ໄດ້ທັບ​ມ້າງກອງ
ທັບ ຫລັງ​ຈາກ​ທີ່​ຊັດ​ດໍາ ຮຸດ​ເຊ​ນ ຕົກ​ອໍານາດ​ໄປ​ໃນ​ປີ 2003 ​ເຮັດ​ໃຫ້​ຊາວ​ອິຣັກຈໍານວນ​
ຫລາຍ ບໍ່​ມີ​ວຽກ​ເຮັດ​ງານ​ທໍາ​ແລະ​ສົ່ງ​ຜົນ​ໃຫ້​ຫລາຍໆ​ຄົນ ພາກັນ​ຫັນ​ໄປ​ຮ່ວມ​ໃນ​ການ​ກໍ່​
ກະບົດ.

ພ້ອມ​ດຽວ​ກັນ ທ່ານ Frattini ​ໄດ້​ເນ້ນ​ເຖິງ​ຄວາມ​ສໍາຄັນ​ໃນ​ການ​ປ້ອງ​ກັນ ບໍ່​ໃຫ້ພວກ​ຫົວ​
ຮຸນ​ແຮງແຊກ​ຊຶມ​ເຂົ້າໄປໃນ​ລັດຖະບານ​ຊຸດ​ໃໝ່ໄດ້ນັ້ນ.

XS
SM
MD
LG