ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອໍານາດປົກຄອງຊົ່ວຄາວລີເບຍ ທໍາການບຸກໂຈມຕີ ບັ້ນສຸດທ້າຍ ຕໍ່ເມືອງ Sirte


ພວກກໍາລັງຂອງອໍານາດປົກຄອງຊົ່ວຄາວລີເບຍພາກັນປະກອບລູກສອນ
ໄຟໃນລະຫວ່າງການບຸກໂຈມຕີເມືອງ Sirte, ລີເບຍ.
ວັນທີ 4 ຕຸລາ 2011.
ພວກກໍາລັງຂອງອໍານາດປົກຄອງຊົ່ວຄາວລີເບຍພາກັນປະກອບລູກສອນ ໄຟໃນລະຫວ່າງການບຸກໂຈມຕີເມືອງ Sirte, ລີເບຍ. ວັນທີ 4 ຕຸລາ 2011.

ພວກ​ນັກ​ຕໍ່ສູ້​ຂອງ​ອໍານາດ​ປົກຄອງ​ຊົ່ວຄາວ​ລີ​ເບຍ​ໄດ້​ເປີດ​ສາກ​ໃນ​ອັນ​ທີ່ເຂົາ​ເຈົ້າ​ເອີ້ນ​ວ່າ
ການ​ບຸກ​ໂຈມ​ຕີ​ບັ້ນ​ສຸດ​ທ້າຍຕໍ່​ເມືອງ Sirte ທີ່​ໝັ້ນ​ຂອງພວກກໍາລັງ​ຈົງ​ຮັກ​ພັກດີຕໍ່​ທ່ານ
ກາດ​ດາ​ຟີຂະນະ​ທີ່ບັນດາ​ເຈົ້າ​ໜ້າ​ທີ່​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຈະ​ແຕ່ງ​ຕັ້ງ​ຄະນະ​ລັດຖະບານ​
ໄລຍະ​ຂ້າມ​ຜ່ານ​ແຫ່ງ​ຊາດ​ໃໝ່​ຂຶ້ນ​ໃນ​ໄວໆ​ນີ້ ຫລັງ​ຈາກ​ຍຶດ​ເອົາ​ເມືອງ​ຍຸດ​ທະ​ສາດ​ແຄມ
ທະ​ເລ​ແຫ່ງ​ນີ້​ໄດ້​.

ກໍາລັງ​ຂອງ​ອໍານາດ​ປົກຄອງ​ຊົ່ວຄາວ​ໄດ້​ຍຶດ​ເອົາ​ດິນ​ແດນ​ແຫ່ງ​ໃໝ່​ຢູ່​ໃນ​ແລະ​ໃນ​ເຂດ​ອ້ອມ
​ແອ້ມ​ເມືອງ Sirte ​ໃນ​ວັນ​ຈັນ​ວານ​ນີ້. ​ດິນ​ແດນ​ໃໝ່ທີ່​ຍຶດ​ໄດ້​ນີ້​ແມ່ນ​ຮວມທັງ​ເມືອງນ້ອຍໆ
Qasr Abu Hadi ບ່ອນ​ທີ່ລາຍງານ​ເວົ້າ​ວ່າ ອະດີດ​ຜູ້​ນໍາ​ມວມມາ​ກາດ​ດາ​ຟີ ​ເກີດ​ຢູ່​ໃນ​ຕູບ
​ຂອງ​ກຸ່ມ​ຊົນເຜົ່າພະ​ເນ​ຈອນລ້ຽງສັດ​ ​ໃນ​ປີ 1942 ນັ້ນ.

ການ​ປະ​ທະ​ກັນ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້ສັງຫານ​ພວກ​ກໍາລັງ​ຕໍ່ຕ້ານ​ກາດ​ດາ​ຟີ 4 ຄົນ​ແລະ
​ໄດ້​ຮັບບາດ​ເຈັບ​ຕື່ມ​ອີກ 39 ຄົນ.

ລົດຂະບວນ​ນຶ່ງ​ຂອງ​ສະພາກາ​ແດງ​ໄດ້ລຳລຽງ​ບັ້ງ oxygen ແລະ​ສະບຽງຢຸກຢາ​ການ​
ແພດສຸກເສິນ​ຕ່າງໆ​ທີ່ຕ້ອງການ​ທີ່​ສຸດໄປ​ຍັງ​ໂຮງໝໍ Ibn Sina ​ໃນເມືອງ Sirte ຫລັງ​
ຈາກ​ບໍ່​ປະສົບ​ຜົນສໍາ​ເລັດໃນ​ຄວາມ​ພະຍາຍາມ​ຄັ້ງ​ກ່ອນ ​ເນື່ອງ​ຈາກ​ການ​ສູ້​ລົບ​ກັນ​ຢ່າງ​
ໜັກ​ນັ້ນ.

ພວກ​ແພດ​ໝໍ​ທີ່​ຫລົບໜີ​ອອກ​ມາ​ກ່າວ​ວ່າ ພວກ​ຄົນ​ເຈັບ​ພາກັນ​ຕາຍ​ຢູ່​ເທິງ​ໂຕະ​ຜ່າຕັດ​ທີ່
​ໂຮງໝໍເພາະວ່າ​ບໍ່​ມີ oxygen ​ແລະ​ບໍ່​ມີ​ນໍ້າມັນ​ເຊື້ອໄຟ​ສໍາ​ລັບ​ໃສ່​ພວກ​ເຄື່ອງ​ຈັກ​ແລ່ນ​ໄຟ
ຟ້າໃນ​ໂຮງໝໍນັ້ນ.

ທີ່​ກຸງ​ຕຣິ​ໂປ​ລີ ບັນດາ​ຜູ້ນໍາ​ອໍານາດ​ປົກຄອງ​ຊົ່ວຄາວ​ລີ​ເບຍ​ໃຫ້​ຄໍາ​ໜັ້ນສັນຍາ​ວ່າ​ ຈະ​ລົງ
ຈາກໜ້າທີ່​ຫລັງ​ຈາກ​ເຂົ້າຍຶດເອົາເມືອງ Sirte ​ໄດ້ ​ແລະມີ​ການ​ປະກາດ​ປົດ​ປ່ອຍປະ​ເທດ
​ແລ້ວ. ທ່ານ Mahmoud Jibril ນາຍົກລັດຖະມົນຕີຊົ່ວຄາວ ກ່າວ​ວ່າທ່ານ​ໄດ້​ຮຽກຮ້ອງ​
ໃຫ້​ມີປະກາດການ​ປົດ​ປ່ອຍປະ​ເທດ ຫລັງ​ຈາກ​ຍຶດ​ເອົາ​ເມືອງ Sirte ​ໄດ້ ​ເພາະວ່າການ​
ກະທໍາ​ເຊ່ນ​ນີ້​ຈະ​ຮັບປະກັນ​ວ່າ ທາງ​ເຂົ້າ​ປະ​ເທດ​ທັງໝົດໂດຍ​ທາງ​ນໍ້າ ທາງບົກ ​ແລະ​ທາງ
​ອາກາດ ໄດ້​ຮັບການຄໍ້າປະກັນ​ຄວາມ​ປອດ​ໄພດີ​ແລ້ວ​ນັ້ນ.

XS
SM
MD
LG