ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ພັນລະຍາແລະລູກເຕົ້າ ຂອງທ່ານກາດດາຟີ ຫລົບໜີໄປລີ້ໄພ ຢູ່ອາລຈີເຣຍ (ເບິ່ງວີດີໂອ)


ນາງ Safiya Gadhafi, ພັນລະຍາຂອງທ່ານມວມມາ ກາດດາຟີ ຜູ້ນໍາລີເບຍພ້ອມດ້ວຍລູກເຕົ້າ ເດີນທາງໄປ ຮອດອາລຈີເຣຍໃນວັນຈັນ. ວັນທີ 30 ສິງຫາ 2011

ພວກ​ຜູ້​ນໍາ​ກຸ່ມ​ກະບົດ​ໃນ​ລີ​ເບຍ​ຮຽກຮ້ອງ​ໃຫ້​ທາງ​ການ​ຂອງອາລຈີ​ເຣຍ ສົ່ງ​ໂຕ​ພັນ​ລະ​ຍາ
​ຂອງ​ທ່ານ​ມວມມາ​ກາດ​ດາ​ຟີ ຜູ້​ນໍາ​ລີ​ເບຍ ​ພ້ອມ​ທັງ​ພວກລູກ 3 ຄົນ​ໃຫ້​ພວກ​ຕົນ ຫລັງ
​ຈາກ​ພວກ​ຄອບຄົວ​ດັ່ງກ່າວ ​ເຂົ້າ​ໄປ​ໃນ​ປະ​ເທດ​ອາລຈີ​ເຣຍ​ໃນ​ເຊົ້າ​ວັນ​ຈັນ​ວານ​ນີ້.

ກະຊວງ​ການ​ຕ່າງປະ​ເທດ​ອາລຈີ​ເຣຍປະກາດ​ໃຫ້​ຮູ້​ວ່າ ນາງ Safiya ພັນ​ລະ​ຍາ​ທ່ານ​ກາດ
​ດາຟີ ນາງ Aisha ຜູ້ເປັນລູກສາວ ​ແລະ​ລູກ​ຊາຍຂອງ​ທ່ານ​ອີກ 2 ຄົນ ​ຄືທ້າວ Moham-
mad ແລະ​ທ້າວ Hannibal ໄດ້​ຂ້າ​ມຊາຍ​ແດນ​ເຂົ້າ​ໄປໃນອາລຈີເຣຍໂດຍທາງລົດ ​ແລະ​
ກ່າວຕື່ມ​ວ່າ ພວກ​ຜົວເມຍ​ຂອງພວກ​ລູກ​ໆ​ພ້ອມ​ທັງ​ພວກຫລານ​ຂອງ​ຜູ້​ນໍາ​ລີ​ເບຍກໍ​ໄດ້​
ເດີນທາງໄປ​ຮອດ​ອາລຈີ​ເຣຍ​ເຊ່ນ​ກັນ.

ບັນດາ​ເຈົ້າ​ໜ້າທີ່ອາລຈີ​ເຣຍກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ແຈ້ງ​ຂ່າວ​ນີ້​ ໃຫ້ເລຂາທິການ​ໃຫຍ່
​ສະຫະປະຊາ​ຊາດ ​ແລະ​ສະພາ​ປົກຄອງ​ແຫ່ງ​ຊາດ​ລະຍະ​ຂ້າມ​ຜ່ານ​ຂອງ​ຝ່າຍ​ຄ້ານ​ລີ​ເບຍ
​ຊາບແລ້ວ. ບັນດາ​ເຈົ້າ​ໜ້າ​ທີ່ຝ່າຍ​ກະບົດ​ເຄີຍ​ກ່າວ​ຫາອາລຈີ​ເຣຍ​ ຊຶ່ງ​ເປັນ​ປະ​ເທດເພື່ອນ
​ບ້ານປະ​ເທດດຽວ​ໃນ​ພາກພື້ນອາ​ຟຣິກາ​ເໜືອ ທີ່ຍັງ​ບໍ່​ທັນ​ໄດ້​ຮັບ​ຮູ້​ສະພາ​ປົກ​ຄອງແຫ່ງຊາດ
ລະຍະຂ້າມຜ່ານ​ນັ້ນວ່າ ໃຫ້ການ​ສະໜັບສະໜຸນ​ແກ່​ທ່ານ​ກາດ​ດາ​ຟີແລະສົ່ງ​ພວກທະຫານ
​ຮັບຈ້າງ​ໃຫ້​ທ່ານ​ກາດ​ດາ​ຟີ​ເພື່ອ​ທໍາ​ການ​ປາບ​ປາມ​ການປະ​ທ້ວງ​ນັ້ນ ​ແຕ່​ອາລຈີ​ເຣຍໄດ້​ປະ
ຕິ​ເສດ ​ຕໍ່​ຂໍ້​ກ່າວ​ຫາ​ດັ່ງກ່າວ.

ຜູ້​ນໍາ​ລີ​ເບຍ​ໄດ້​ຫາຍ​ໂຕ​ໄປ​ນັບ​ແຕ່​ພວກ​ນັກ​ຕໍ່ສູ້​ຝ່າຍ​ກະບົດ​ເຂົ້າ​ຍຶດນະຄອນ​ຫລວງ​ຕຣີ​ໂປ​ລີ
ໃນ​ສັບປະ​ດາ​ແລ້ວ​ນີ້ ​ແຕ່​ທໍານຽບຂາວ​ກ່າວ​ວ່າ ທາງ​ລັດຖະບານ​ສະຫະລັດ​ບໍ່​ມີ​ຮ່ອງຮອຍ
​ໃດໆທີ່​ສະ​ແດງ​ໃຫ້​ເຫັນ​ວ່າທ່ານ​ກາດ​ດາ​ຟີ​ໄດ້​ຫລົບໜີ​ຈາກ​ລີ​ເບຍ​ແລ້ວ​ນັ້ນ. ກ່ຽວ​ກັບ​ພວກ
​ລູກ​ຊາຍຄົນ​ອື່ນໆ​ຂອງ​ທ່ານ​ກາດ​ດາ​ຟີ​ ທີ່​ໄດ້​ຫລິ້ນ​ບົດບາດ​ສໍາຄັນ​ໃນ​ກອງທັບ​ແລະ​ດ້ານ​ເສດ
ຖະກິດ​ຂອງ​ລີ​ເບຍ ຢູ່​ໃສ​ນັ້ນ ກໍ​ຍັງ​ບໍ່​ເປັນ​ທີ່​ຮູ້ຈັກ​ກັນ​ເທື່ອ.

ໃນ​ເວລາ​ດຽວ​ກັນ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ສະຫະລັດກຸ່ມ​ນຶ່ງກ່າວ​ວ່າ ຕົນ​ໄດ້​ພົບ​ເຫັນ​ຫລັກ​
ຖານກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນກໍ່​ອາ​ຊະ​ຍາ​ກໍາ​ສົງຄາມ ​ໂດຍ​ພວກ​ກໍາລັງ​ທີ່​ນິຍົມ​ທ່ານ​ກາດ
ດາ​ຟີ​ ໃນ​ເມືອງ Misrata ນັ້ນ.

ພວກ​ນາຍ​ແພດ​ປະ​ຈໍາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກ່າວ​ຢູ່​ໃນ​ລາຍ​ງານສະບັບ​ນຶ່ງ​ ທີ່​ເປີດ​ເຜີຍ
​ໃຫ້​ຮູ້​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ​ກໍາລັງ​ທີ່​ຈົງ​ຮັກພັກດີ​ຕໍ່​ທ່ານ​ກາດ​ດາ​ຟີ​ໄດ້​ທໍາ​ການ​ຄາດ​ຕະກໍາ
ທາລຸນ​ນະ​ກໍາ ຂົ່ມຂືນ​ຊໍາ​ເລົາ ທໍາ​ການ​ກັກ​ຂັງ​ຜູ້​ຄົນ​ດ້ວຍ​ການ​ບັງຄັບ​ນັ້ນ. ລາຍ​ງານ​ສະບັບ​ນີ້​
ກ່າວ​ຕື່ມ​ວ່າ ພວກ​ທະຫານ​ໄດ້​ບັງຄັບ​ພວກ​ພົນ​ລະ​ເຮືອນ ໃຫ້​ເປັນ​ເຄື່ອງກໍາ​ບັງລູກປືນເພື່ອ​ປົກປ້ອງສາງສຳພາວຸດຈາກການໂຈມຕີຂອງອົງການ​ເນ​ໂຕ້ ​ແລະ​ກີດ​ກັນ​ພວກ​ພົນລະ​ເຮືອນ
ບໍ່​ໃຫ້​ໄດ້​ຮັບ​ການ​ຊ່ອຍ​ເຫລືອ​ດ້ານ​ມະນຸດ​ສະ​ທໍາ.

ເບິ່ງວີດີໂອ ເຮືອນຂອງໂມຮາເມດ ກາດດາຟີ ລູກຊາຍຂອງກາດດາຟີ ທີ່ຍັງບໍ່ໄດ້ຍ້າຍເຂົ້າໄປຢູ່

XS
SM
MD
LG