ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສູ້ລົບກັນຢ່າງດຸເດືອດ ຍັງດຳເນີນຕໍ່ໄປ ໃນພາກຕາເວັນອອກລີເບຍ


ພວກກະບົດລີເບຍກໍາລັງເຄື່ອນໄຫວໃນພາກຕາເວັນອອກຂອງລີເບຍ.
ວັນທີ 3 ເມສາ 2011
ພວກກະບົດລີເບຍກໍາລັງເຄື່ອນໄຫວໃນພາກຕາເວັນອອກຂອງລີເບຍ. ວັນທີ 3 ເມສາ 2011

ການ​ສູ້​ລົບ​ກັນ​ຢ່າງ​ດຸ​ເດືອດ​ກໍາລັງ​ດໍາ​ເນີນ​ໄປ​ລະຫວ່າງ​ພວກ​
ກະບົດ​ລີ​ເບຍ​ແລະ​ພວກ​ກໍາລັງ​ທີ່ຈົງ​ຮັກ​ພັກດີຕໍ່​ທ່ານ​ມວມມາ
ກາດ​ດາ​ຟິ ຜູ້ນໍາ​ລີເລຍ​ຢູ່​ໃນ​ເມືອງ​ຍຸດ​ທະ​ສາດ​ບໍ່ນໍ້າມັນ​ແຫ່ງ​
ນຶ່ງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງປະ​ເທດ.ລາຍ​ງານ​ຈາກ​ເມືອງ
ເບຣກາ ກ່າວ​ວ່າ ການ​ປະ​ທະ​ກັນ​ບາງ​ຄັ້ງຍັງ​ດໍາ​ເນີນ​ຢູ່​ຕໍ່​ໄປ
ຊຶ່ງ​ບໍ່​ມີ​ຝ່າຍ​ໃດ​ຖອນ​ໂຕ​ອອກ​ຈາກ​ເມືອງ​ດັ່ງກ່າວ​ຢ່າງເດັດ
ຂາດ​ນັ້ນ.

ໃນ​ຂະນະ​ດຽວ​ກັນ​ກຸ່ມ​ເນ​ໂຕ້ ກ່າວ​ວ່າ ຕົນ​ກໍາລັງ​ທໍາ​ການ
ສືບສວນ​ທີ່​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຸ່ມ​ພັນທະ​ມິດ
ໄດ້​ຖືກ​ຂະ​ບວນລົດ​ຈຸ​ນຶ່ງ​ຂອງ​ພວກ​ນັກ​ຕໍ່ສູ້ຝ່າຍ​ກະບົດ​ທີ່
ເມືອງ ​ເບຣກາ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້.

ພວກ​ຜູ້​ຄົນ​ທີ່​ເຫັນ​ເຫດການ​ເກີດ​ຂຶ້ນ​ກ່າວ​ວ່າ ຜູ້​ໃດ​ຜູ້​ນຶ່ງ​ໃນ
ກຸ່ມກະບົດໄດ້​ຍິງ​ປືນ​ຕໍ່ຕ້ານ​ເຮືອບິນຂຶ້ນ​ສູ້​ທ້ອງຟ້າ ກ່ອນ
ການ​ໂຈມ​ຕີ​ທາງ​ອາກາດຂອງ​ພວກ​ພັນທະ​ມີດ​ນັ້ນ. ຍັງ​ບໍ່
ເປັນ​ທີ່ຈະ​ແຈ້ງ​ເທື່ອ​ວ່າ ​ແມ່ນ​ພວກ​ກະບົດ​ຍິງ​ປືນ​ນີ້​ຂຶ້ນ​ເພື່ອ​ສະ​ເຫລີ​ມສະຫລອງ ຫລື​ວ່າ​ແມ່ນ
ພວກ​ກໍາລັງ​ທີ່​ຈົງຮັກ​ພັກດີຕໍ່​ທ່ານ​ກາດ​ດາ​ຟີທີ່ແຊກ​ຊຶມ​ເຂົ້າ​ໄປ​ໃນ​ໝູ່​ຂອງ​ພວກ​ກະບົດ​ນັ້ນ​ແລ້ວ​ ຍິງ​ປືນ​ນີ້​ຂຶ້ນ​ນັ້ນ.

ເມືອງ​ເບຣກາ ​ເປັນ​ນຶ່ງໃນ​ບັນດາ​ຫົວ​ເມືອງ​ຕ່າງໆ​ທີ່​ມີ​ບໍ່​ນໍ້າມັນ​ຕັ້ງ​ຢູ່​ເລາະຕາມ​ແຄມ​ຝັ່ງທະ​ເລ​ Mediterranean ຊຶ່ງ​ໄດ້​ປ່ຽນ​ມື​ກັນ​ເຂົ້າ​ຄວບ​ຄຸມ​ລະຫວ່າງ​ພວກ​ກະບົດ​ແລະ​ຝ່າຍ​ລັດຖະບານ​ເປັນ​ຈໍານວນ​ຫລາຍ​ຄັ້ງນັບ​ແຕ່​ການ​ສູ້​ລົບ​ກັນ​ໄດ້​ເລີ້ມ​ຂຶ້ນ​ມາ​ໃນ​ກາງ​ເດືອນ​ກຸມພາ​ຜ່ານ​ມາ​ນີ້.

ພວກ​ກໍາລັງ​ທີ່​ນິຍົມ​ທ່ານ​ກາດ​ດາ​ຟີ ສ່ວນ​ໃຫຍ່​ແມ່ນ​ປ້ອງ​ກັນ​ຕົນ​ເອງ​ໄດ້​ກັບ​ພວກ​ນັກຕໍ່ສູ້ຝ່າ​ຍກະບົດທີ່​ປະກອບ​ດ້ວຍ​ອາວຸດ​ຂະໜາດ​ເບົາ​ແລະໄດ້​ຮັບ​ການ​ເຝິກ​ແບ​ບບໍ່​ດີ​ປານ​ໃດ​ໃນ​ເມືອງ​ເບຣກາ​ນັ້ນ ​ແຕ່​ກ່າວ​ກັນ​ວ່າ ພວກ​ກະບົດ​ໄດ້​ຄວບ​ຄຸມ​ໃນ​ຂົງ​ເຂດ​ຕ່າງໆ​ໃນ​ເຂດ​ອ້ອມ​ແອ້ມ
ມະຫາວິທະຍາ​ໄລ​ເບຣກາ​ນັ້ນ.

ພວກ​ກະບົດ​ໄດ້​ທໍາ​ຄວາມ​ພະຍາຍາມ​ເພື່ອ​ຈັດ​ຕັ້ງ​ຕົນ​ເອງ​ມາ ​ເພື່ອໃຫ້ເປັນ​ກໍາລັງ​ທີ່​ຢູ່ໃນ​ລະ ບຽບວິ​ໄນ​ຫລາຍ​ຂຶ້ນ​ແລະ​ໄດ້​ສົ່ງ​ພວກ​ອະດີດ​ຜູ້​ບັນຊາ​ການ​ທະຫານ​ເກົ່າ​ໄປ​ປະຕິບັດ​ງານ​ໃນ​ແນວ​ໜ້າ​ເພື່ອ​ເປັນ​ຜູ້​ນໍາພາໃນ​ການ​ສູ້​ລົບນັ້ນ.

XS
SM
MD
LG