ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ກໍາລັງນິຍົມກາດດາຟີ ຕີພວກກະບົດ ຖອຍກັບຄືນ


ນັກຕໍ່ສູ້ຝ່າຍກະບົດຄົນນຶ່ງກໍາລັງເຊັກລູກສອນໄຟຂອງລາວທີ່ດ່ານກວດແຫ່ງນຶ່ງໃນເຂດແນວໜ້າ ຢູ່ຖະໜົນ ລະຫວ່າງເມືອງ Bin Jawad
ແລະເມືອງ Nawfiliyah ຂອງລີເບຍ ວັນທີ 29 ມີນາ 2011
ນັກຕໍ່ສູ້ຝ່າຍກະບົດຄົນນຶ່ງກໍາລັງເຊັກລູກສອນໄຟຂອງລາວທີ່ດ່ານກວດແຫ່ງນຶ່ງໃນເຂດແນວໜ້າ ຢູ່ຖະໜົນ ລະຫວ່າງເມືອງ Bin Jawad ແລະເມືອງ Nawfiliyah ຂອງລີເບຍ ວັນທີ 29 ມີນາ 2011

ມີ​ລາຍ​ງານ​ຂ່າວ​ວ່າພວກກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ Moammar Gadhafi ​ຜູ້​ນໍາ​ລີ​ເບຍ​ໄດ້ຂັບ​ດັນ​ໃຫ້​ກໍາລັງ​ຝ່າຍ​ກະບົດ​ ​ທີ່​ພະຍາຍາມ​ຈະບຸກຄືບໜ້າ​ໄປ​ສູ່​ພາກ​ຕາ​ເວັນ​ຕົກ​ຫາ​ເມືອງ​ Sirte ທີ່​ເປັນບ້ານ​ເກີດ​ເມືອງ​ນອນແລະ​ເປັນ​ທີ່​ໜັ້ນຂອງ​ທ່ານກາດ​ດາ​ຟີ​ນັ້ນ ຕ້ອງຖອຍກັບຄືນ.

ບັນດາ​ນັກ​ຂ່າວ​ຕ່າງປະ​ເທດ​ກ່າວ​ວ່າ ການ​ຕີ​ໂຕ້​ຕອບ​ຢ່າງ​ແຂງ​ແຮງ​ຂອງພວກ​ກໍາລັງ​ທີ່​ນິຍົມທ່ານ​ກາດ​ດາ​ຟີ​ໄດ້​ບັງຄັບ​ໃຫ້ຝ່າຍ​ກະບົດ​ຕ້ອງ​ຖອຍຫຼັງກັບຄືນ​ ໄປ​ຍັງ​ພາກ​ຕາ​ເວັນ​ອອກ​ຕື່ມ​ອີກ.

ໃນ​ວັນ​ຈັນ​ວານ​ນີ້ ພວກ​ກໍາລັງ​ນິຍົມ​ລັດຖະບານ​ໄດ້​ໂຈມ​ຕີ​ພວກ​ກະບົດໃຫ້​ຖອຍຄືນ​ດ້ວຍ​ການ​ໃຊ້​ລົດ​ຖັງ​ແລະ​ປືນ​ໃຫຍ່​ຍິງ​ຢ່າງ​ໜັກ.

ການ​ໂຈມ​ຕີ​ທາງ​ອາກດຂອງ​ນາໆ​ຊາດ​ຕໍ່​ພວກທະຫານ​ນິຍົມ
ກາດ​ດາ​ຟີໄດ້​ເຮັດ​ໃຫ້​ພວກ​ກໍາລັງ​ຕໍ່ຕ້ານ​ລັດຖະບານ​ສາມາດ
ຍຶດ​ເອົາ​ດິນ​ແດນ​ຄືນຫລາຍ​ແຫ່ງ​ໄດ້​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້. ໃນ​ບັນດາ​ຂົງ​ເຂດ​ທີ່
ຍຶດຄືນ​ໄດ້​ຈາກພວກ​ກໍາລັງ​ນິຍົ​ມລັດຖະບານ​ນັ້ນ​ຄື ​ເມືອງ Bin Jawad ແລະ​ພວກ​ຫົວ​
ເມືອງ​ບໍ່​ນໍ້າມັນ​ທີ່​ສໍາຄັນ​ຄື ​ເມືອງ Brega ​ແລະ​ເມືອງ Ras Lanuf ​ໃນ​ພາກ​ຕາ​ເວັນ​ອອກ
ຂອງ​ປະ​ເທດ​ນັ້ນ.

ການ​ສູ້​ລົບ​ກັນ​ເພື່ອ​ຍຶດ​ເອົາ​ເມືອງ Sirte ນີ້​ຄາດ​ວ່າ​ຈະ​ມີຄວາມຫຼໍ່ແຫຼມສຳຄັນ​ໃນ​ການບຸກ
ໂຈມຕີຂອງ​ພວກ​ກະບົດ​ເພື່ອ​ຍຸດຕິ​ການ​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ 42 ປີ​ຂອງ​ທ່ານ
ກາດ​ດາ​ຟີ​ນັ້ນ.

ເມືອງ Sirte ​ແມ່ນ​ຄອບ​ງໍາ​ໂດຍ​ພວກ​ສະມາຊິກ​ຊົນ​ເຜົ່າ Gadhadhfa ຂອງ​ທ່ານ​ກາດ​ດາ​ຟີ​ນັ້ນ ​ແຕ່​ຫລາຍ​ຄົນ​ໃນ​ຊົນ​ເຜົ່າ​ນຶ່ງ​ອີກ​ໃນ​ທ້ອງ​ຖິ່ນ​ຄືເຜົ່າ Firjan ນັ້ນ​ມີ​ຄວາມ​ຄຽດ​ແຄ້ນຕໍ່​ການ​ປົກຄອງ​ຂອງ​ທ່ານ​ກາດ​ດາ​ຟີນັ້ນ ​ແລະ​ທາງ​ຝ່າຍ​ພວກກະບົດພາກັນ​ຫວັງ​ວ່າຈະ​ຊັກ​ຊວນ​ພວກ​
ຊາວ​ເຜົ່າ​ເຫລົ່າ​ນີ້​ແລະ​ຊາວ​ເຜົ່າ​ອື່ນໆ​ຢູ່​ທີ​ນັ້ນ​ຊ່ອຍ​ເຫລືອ​ເຂົາ​ເຈົ້າ.

ກຸງ​ຕຣີ​ໂປ​ລີ ນະຄອນຫລວງ​ຂອງ​ລີ​ເບຍ​ກໍ​ເປັນ​ທີ່​ໜັ້ນ​ແຫ່ງ​ນຶ່ງ​ອີກ​ຂອງທ່ານ​ກາ​ດາ​ຟີ ​ໄດ້​ຍິນ​ສຽງ​ລະ​ເບີດ​ດັງ​ຂຶ້ນຢ່າງ​ແຮງ​ຫລາຍ​ຄັ້ງຢູ່​ໃກ້ໆ​ກັບນະຄອນຫລວງ​ໃນ​ຄືນ​ວັນ​ຈັນ​ວານ​ນີ້.

XS
SM
MD
LG