ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ກໍາລັງຝ່າຍກະບົດລີເບຍ ຫຍັບເຂົ້າໃກ້ເມືອງ Sirte ຫລາຍຂຶ້ນ (ເບິ່ງຮູບສະລາຍດ໌)


ທີ່ດ່ານກວດກາແຫ່ງນຶ່ງຂອງຝ່າຍກະບົດ ໄກຈາກເມືອງ Sirte ,ລີເບຍ 160 ຫລັກກິໂລແມັດ. ວັນທີ 28 ສິງຫາ 2011.

ກໍາລັງ​ຂອງ​ຝ່າຍຕໍ່ຕ້ານ​ ພວມ​ຫຍັບ​ເຂົ້າ​ໃກ້​ ​ເມືອງ Sirte ບ້ານ​ເກີດ​ເມືອງ​ນອນ​ຂອງ
ທ່ານ​ມວມມາ​ກາດ​ດາ​ຟີ ​ຫລາຍ​ຂຶ້ນ ໃນ​ຂະນະ​ທ່ີ​ພວກ​ເຂົາ​ເຈົ້າ​ສືບ​ຕໍ່​ຊອກ​ຫາ​ຜູ້ນໍາ​ລີ​
ເບຍ​ທີ່​ກໍາລັງ​ຕໍ່ສູ້​ເອົາ​ໂຕ​ລອດນັ້ນ ຫລັງ​ຈາກໄດ້ເຂົ້າ​ຄວບ​ຄຸມ​ນະຄອນຫລວງ​ຂອງ​ປະ
ເທດເລ້​ວ.

ພວກ​ຜູ້​ບັນຊາ​ການ​ຝ່າຍ​ກະບົດ​ໃນ​ເມືອງ Misrata ກ່າວ​ວ່າ ​ພວກ​ກໍາລັງ​ຂອງ​ຝ່າຍ​ຄ້ານ
ທີ່​ພວມ​ຄືບ​ໜ້າ​ເຂົ້າ​ໄປຫາ​ເມືອງ Sirte ຈາກທິດຕາ​ເວັນ​ຕົກ​ໄດ້​ເຄື່ອນ​ເຂົ້າ​ໄປ​ວົງ​ລັດ​ສະ
ໝີ 30 ຫລັກ​ກິ​ໂລ​ແມັດ​ຈາກ​ເມືອງ​ແຄມ​ທະ​ເລດັ່ງກ່າວ ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​ກຸງ​ຕຣີ​ໂປ​ລີ​ໄປ
ທາງ​ທິດຕາ​ເວັນ​ອອກ 450 ຫລັກ​ກິ​ໂລ​ແມັດ. ​ໂຄສົກ​ຝ່າຍ​ຄ້ານ​ທ່ານ​ນຶ່ງ​ກ່າວ​ໃນ​ວັນ​ອາ
ທິດ​ວານ​ນີ້​ວ່າ ກໍາລັງ​ຝ່າຍ​ຕໍ່ຕ້ານ​ລັດຖະບານ​ຈະ​ຍຶດ​ເອົາ​ເມືອງ Sirte ດ້ວຍ​ກໍາລັງ ​ຖ້າ​
ຫາກ​ການ​ເຈລະຈາ​ກັນ​ກັບ​ພວກ​ຜູ້​ນໍາ​ຊົນ​ເຜົ່າເພື່ອໃຫ້​ຍອມ​ຈໍານົນ​ນັ້ນບໍ່​ໄດ້​ຮັບ​ຜົນ​ສໍາ​ເລັດ​.

ທ່ານ​ກາດ​ດາ​ຟີ​ໄດ້​ຫາຍ​ໂຕ​ໄປ​ນັບ​ແຕ່​ພວກ​ນັກ​ຕໍ່ສູ້​ຝ່າຍ​ກະບົດ​ຍຶດ​ເອົາ​ກຸງ​ຕຣີ​ໂປ​ລີ ​ແລະ​ຂົງ​ເຂດ​ເມືອງ Sirte ຖື​ວ່າ​ເປັນ​ເຂດ​ນຶ່ງ​ທ່ີ​ທ່ານ​ກາດ​ດາ​ຟີ​ ອາດໄດ້​ຫລົບໜີ​ໄປ​ລີ້​ຊ່ອນ​ຢູ່​.

ທ່ານ Mustafa Jalil ຫົວໜ້າ​ສະພາໄ​ລຍະ​ຂ້າມ​ຜ່ານ​ແຫ່ງ​ຊາດຂອງ​ຝ່າຍ​ກະບົດ ກ່າວ​ໃນ
ວັນ​ຈັນ​ມື້​ນີ້​ວ່າ ທ່ານ​ກາດ​ດາ​ຟີ​ຍັງ​ສືບ​ຕໍ່​ເປັນ​ໄພ​ຂົ່ມຂູ່​ຕໍ່​ລີ​ເບຍ​ແລະ​ຕໍ່​ໂລກ. ພ້ອມ​ດຽວ​ກັນ
ທ່ານ Jalil ຍັງໄດ້ຮຽກຮ້ອງ​ຂໍການ​ຊ່ອຍ​ເຫລືອ​ຕໍ່​ໄປ​ຈາກ​ກຸ່ມ​ເນ​ໂຕ້ ທີ່​ໄດ້ທໍາການ​ໂຈມ​ຕີ
ທາງ​ອາກາດຕໍ່ພວກ​ກກໍາລັງ​ນິຍົມ​ທ່ານ​ກາດ​ດາ​ຟີມາ​ຕັ້ງ​ແຕ່​ເດືອນ​ມີນາ​ເປັນ​ຕົ້ນ​ມາ ພາຍ
ໃຕ້​ຄໍາ​ສັ່ງ​ຂອງ​ສະຫະ​ປະຊາ​ຊາດ​ເພື່ອ​ປົກ​ປ້ອງ​ພວກ​ພົນລະ​ເຮືອນ. ຖ້ອຍ​ຖະ​ແຫລ​ງຂອງ​
ທ່ານ Jalil ມີ​ຂຶ້ນ​ໃນ​ຂະນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່ປ້ອງ​ກັນ​ປະ​ເທດ ຈາກ​ພວກ​ປະ​ເທດ​ຕ່າງໆ​
ທີ່​ພົວພັນ​ໃນ​ດ້ານ​ທະຫານ​ໃນ​ລີ​ເບຍ ​ພົບ​ປະຫາລືກັນ​ຢູ່ທີ່​ປະ​ເທດ Qatar.

XS
SM
MD
LG