ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີທາງອາກາດ ຊ່ອຍພວກກະບົດ ບຸກຄືບໜ້າສູ່ພາກຕາເເວັນຕົກ


ພວກະບົດລີເບຍກໍາລັງເດີນທາງມຸ່ງໜ້າໄປສູ່ເມືອງ Sirte ໃກ້ໆກັບເມືອງ Bin Jawad, ;aomu 28 ມີນາ , 2011
ພວກະບົດລີເບຍກໍາລັງເດີນທາງມຸ່ງໜ້າໄປສູ່ເມືອງ Sirte ໃກ້ໆກັບເມືອງ Bin Jawad, ;aomu 28 ມີນາ , 2011

ພວກ​ກະບົດ​ລີ​ເບຍ​ກໍາລັງ​ສືບ​ຕໍ່​ການ​ບຸກ​ຄືບ​ໜ້າ​ໄປ​ສູ່​ພາກ​ຕາ​ເວັນ​ຕົກ​ເພື່ອໄປ​ຍຶດ​ເອົາ​ຫົວ​ເມືອງ​ຕ່າງໆ​ຄືນ ​ຈາກກໍາລັງ​ຂອງ​ທ່ານ​ກາດ​ດາ​ຟີ ຜູ້ນໍາ​ລີ​ເບຍໂດຍ​ພາກັນ​ສວາຍໃຊ້​ປະໂຫຍ​ດ
ການ​ໂຈມ​ຕີ​ທາງ​ອາກາດ​ຂອງນາໆ​ຊາດ​ຕໍ່​ພວກ​ທະຫານ​ທີ່​ນິຍົມ​ລັດຖະບານ​ນັ້ນ.

ພວກ​ກະບົດ​ໄດ້​ແນ​ເປົ້າ​ໝາຍ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ວັນ​ອາ
ທິດ​ວານ​ນີ້​ໃສ່ເມືອງ Sirte ບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ​ກາດ​ດາ​ຟີ ​ແລະ​ມີ​ຂ່າວ​ລື​ກັນໃນ​ວັນ​ຈັນ​ມື້​ນີ້​ວ່າ ​ເມືອງ​ດັ່ງ
ກ່າວ​ໄດ້​ຕົກ​ຢູ່​ໃນ​ກໍາມື​ຂອງ​ພວກ​ກະບົດ​ແລ້ວ. ​ເຖິງ​ຢ່າງ​ໃດ​ກໍ​ດີ ລາຍ​ງານ​ທີ່​ວ່າ​ນີ້​ບໍ່​ສາມາດ​ຢືນຢັນ​ໄດ້ ​ແລະ​ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ຢູ່​ໃນ​ເມືອງ Sirte ​ງຽບ​ສະຫງົບ​ແລະ​ບໍ່​ມີ​ຮ່ອງຮອຍ​ໃດໆ​ສະ​ແດງ​ໃຫ້​ເຫັນ​ວ່າ​ ​ໄດ້ມີ​ການ​ສູ້​ລົບ​ກັນ​ຢູ່​ໃນ​ເມືອງ​ນັ້ນ.

ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ຝ່າຍ​ພັນທະ​ມິດ ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ເມືອງ Sirte ​ເປັນເທື່ອ​ທໍາ​ອິດ​ໃນ​ວັນ​ອາທິດ​ວານ​ນີ້ ຫລັງ​ຈາກ​ພວກ​ກະບົດ​ຍຶດດິນ​ແດນ​ຄືນໄດ້​ຫລາຍ​ແຫ່ງ ຮວມທັງ​ພວກ​ເມືອງ​ບໍ່​ນໍ້າມັນ​ສໍາຄັນ​ ຄື​ເມືອງ Brega ​ແລະ​ Ras Lanuf ນັ້ນ.

ການ​ຖິ້ມ​ລະ​ເບີດ​ໂຈມ​ຕີ​ຢ່າງ​ໜັກ​ໄດ້​ເຮັດ​ໃຫ້​ນະຄອນຫລວງ Tripoli ສັ່ນ​ສະ​ເທືອ​ນເຊ່ນ​ກັນໃນ​ແລງ​ວັນອາທິດ​ວານ​ນີ້ ຊຶ່ງ​ໄດ້​ຍິນ​ສຽງ​ລະ​ເບີດແລະສຽງ​ປືນ​ຕໍ່ຕ້ານ ເຮືອບິນ​ດັງ​ຂຶ້ນ​ໃນ​ຈໍານວນ​ຫລວງຫລາຍ. ​ໃນ​ເວລາ​ຕໍ່​ມາ ​ໂທລະ​ພາບ​ແຫ່ງ​ຊາດ​ລີ​ເບຍຢືນຢັນ​ວ່າ ​ໄດ້​ມີ​ການ​ໂຈມ​ຕີ​ທາງ​ອາກາດ​ໃສ່​ທັງເມືອງ Sirte ​ແລະ​ກຸງ Tripoli.

ຕົກ​ມາ​ຮອດ​ຕອນ​ແລງ​ວັນ​ອາທິດ​ວານ​ນີ້ ພວກ​ນັກ​ຕໍ່ສູ້​ຕ້ານ​ທ່ານ​ກາດ​ດາ​ຟີ​ໄດ້​ຍຶດ​ເອົາ​ເມືອງ Bin Jawad ຄືນ​ໄດ້​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ລີ​ເບຍ. ​ເມືອງດັ່ງກ່າວ​ນີ້​ເປັນ​ຈຸດ​ໄກ​ສຸດ​ໃນ​ພາກ​ຕາ​ເວັນ​ຕົກ ​ທີ່​ພວກ​ນັກ​ຕໍ່ສູ້​ຝ່າຍ​ຄ້ານ​ໄດ້ບຸກຄືບ​ໜ້າໄປ​ຮອດ ​ກ່ອນ​ທີ່​ພວກ​ທະຫານ​ຝ່າຍ​ລັດຖະບານ​ທໍາ​ການ​ຕອບ​ໂຕ້​ແລະ​ຂັບໄລ່​ເຂົາ​ເຈົ້າ​ໃຫ້ຖອຍຄືນ​ໃນ​ຕົ້ນ​ເດືອນ​ນີ້.

ພວກ​ກະບົດ​ກໍາລັງ​ພະຍາ​ຍາມ​ຍຸດຕິ​ການ​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ 42 ປີ​ຂອງ​ທ່ານ​ກາດ​ດາ​ຟີ​ນັ້ນ.

ໃນ​ຂະນະ​ດຽວ​ກັນ ກຸ່ມ​ເນ​ໂຕ​ປະກາດ​ໃຫ້​ຊາບ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ຕົນ​ຈະ​ເປັນ​ຜູ້​ບັນຊາ​ການໂດຍ​ເຕັມ​ຂອງ​ການ​ປະຕິບັດ​ງານ​ທາງ​ທະຫານທັງ​ໝົດ​ຂອງ​ນາໆ​ຊາດ​ໃນ​ລີ​ເບຍ ຮວມທັງ​ການ​ໂຈມ​ຕີ​ທາງ​ອາກາດ​ນໍາ. ທ່ານ Anders Fogh Rasmussen ​ເລຂາ​ທິການ​ໃຫຍ່​ຂອງ​ກຸ່ມ​ເນ​ໂຕກ່າວ​ວ່າ ພວກ​ປະ​ເທດ​ສະມາຊິກ 28 ປະ​ເທດ​ຂອງ​ກຸ່ມ​ເນ​ໂຕ ຈະ​ເລີ້ມ​ດໍາ​ເນີນ​ການ​ປະຕິບັດ​ງານທາງ​ທະຫານ​ແບບ​ທີ່​ໃຫ້​ມີ​ຜົນ​ກະທົບ​ໃນ​ທັນທີ.

XS
SM
MD
LG