ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາປົກຄອງຊົ່ວຄາວລີເບຍ ພົບເຫັນ ຂຸມຝັງສົບໝູ່ ທີ່ກຸງຕຣີໂປລີ


ຊາກກະດູກທີ່ພົບເຫັນໃນຂຸມຝັງສົບໝູ່ໃກ້ໆກັບຄຸກ Abu Salim
ໃນກຸງຕຣີໂປລີ, ລີເບຍ.
ວັນທີ 26 ກັນຍາ 2011.
ຊາກກະດູກທີ່ພົບເຫັນໃນຂຸມຝັງສົບໝູ່ໃກ້ໆກັບຄຸກ Abu Salim ໃນກຸງຕຣີໂປລີ, ລີເບຍ. ວັນທີ 26 ກັນຍາ 2011.

ຄະນະ​ປົກຄອງ​ຊົ່ວຄາວຂອງ​ລີ​ເບຍ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນຂຸມ​ຝັງ​ສົບ​ໝູ່​ແຫ່ງ​ນຶ່ງ​ ທີ່​ເຊື່ອ​ກັນ​ວ່າ ​ເປັນ​ຊາກ​ສົບ​ຂອງ​ພວກ​ນັກ​ໂທດ​ຈໍານວນ 1270ຄົນ ​ທີ່​ໄດ້​ຖືກຂ້າ​ຕາຍໂດຍ​ພວກ​ກໍາລັງ​ຮັກສາຄວາມ​ປອດ​ໄພຂອງ ​ມວມມາ ກາດ​ດາ​ຟີ ​ໃນ​ການ​ສັງຫານ​ໝູ່​ທີ່​ຊົ່ວ​ຮ້າຍໃນ​ປີ 1996 ຢູ່ທີ່​ຄຸກ Abu Salim ​ໃນ​ກຸງ​ຕຣີ​ໂປ​ລີ​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ສືບສວນ​ໄດ້​ພົບ​ເຫັນ​ຂຸມ​ຝັງ​ສົບ​ໝູ່ດັ່ງກ່າວ ຊຶ່ງ​ເປັນ​ເດີ່ນ​ທີ່​ເຕັມ​ໄປ​ດ້ວຍຊາກ​ກະ​ດູກທີ່ຢາຍ​ຊະຊາຍຢູ່​ທົ່ວໄປ ​ໂດຍ​ໃຊ້​ຂ່າວ​ຂໍ້​ມູນ​ທີ່​ໄດ້​ຮັບຈາກ​ພວກເຫັນ​ເຫດການ​ແລະ​ອະດີດ​ເຈົ້າ​ໜ້າ​ທີ່​ລັດຖະບານ​ກາດ​ດາ​ຟີ.

ທາງ​ການ​ເຊື່ອ​ວ່າ​ພວກ​ຊາກ​ສົບ​ເຫລົ່າ​ນີ້​ແມ່ນ​ຖືກ​ເກັບ​ມ້ຽນ​ໄວ້​ໃນ​ຄຸກ ກ່ອນ​ຖືກນໍາ​ໄປ​ຝັງ​ໄວ້​ ​ໃນ​ປີ 2000 ຢູ່ເດີ່ນນອກ​ກໍາ​ແພງ​ຄຸກ​.

ພວກ​ນັກ​ໂທດ​ທີ່​ຖືກ​ສັງຫານ​ນັ້ນ​ສ່ວນ​ຫລາຍ​ແມ່ນ​ພວກ​ນັກ​ໂທດ​ການ​ເມືອງ ຮວມທັງ​ພວກ​
ນັກບວດ​ອິສລາມ ​ແລະ​ນັກ​ສຶກສາ​ທີ່​ກ້າ​ປາກກ້າ​ເວົ້າ​ຕໍ່ຕ້ານ​ທ່ານ​ກາດ​ດາ​ຟີ ອອກ​ມານັ້ນ.
ໃນ​ເດືອນ​ມິຖຸນາ ປີ 1996 ພວກ​ນັກ​ໂທດ​ເຫລົ່າ​ນີ້ໄດ້ພາກັນ​ກໍ່​ຈະລາຈົນ​ຂຶ້ນ ​ເພື່ອປະ​ທ້ວງ
ຕໍ່​ສະພາບ​ການ​ໃນ​ຄຸກ​ແລະ​ໄດ້​ຖືກ​ຍິງ​ຕາຍ​ໂດຍ​ພວກ​ກໍາລັງ​ທີ່​ໄດ້​ຮັບ​ຄໍາ​ສັ່ງ​ຈາກ​ບຸກຄົນ​ທີ່ຢູ່​
ໃນ​ວົງໃນ​ຂອງ​ອະດີດ​ຜູ້​ນໍາ​ລີ​ເບຍ​ຈໍານວນນຶ່ງ​ນັ້ນ.

ຄວາມໂກດ​ແຄ້ນ​ທີ່​ຍັງ​ຄ້າງ​ຄາ​ຢູ່ຈາກ​ການ​ສັງຫານໝູ່​ດັ່ງກ່າວໄດ້​ພາໃຫ້​ຜູ້​ຄົນ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ
ທ່ານ​ກາດ​ດາ​ຟີ​ໃນ​ເດືອນ​ກຸມພາ​ຜ່ານ​ມາ ​ເວລາພວກ​ຄອບຄົວ​ຂອງ​ພວກ​ນັກ​ໂທດ​ຈໍານວນ
ນຶ່ງ​ທີ່​ຖືກຂ້າ​ຕາຍ​ໄປ​ໃນ​ຄຸກ Abu Salim ພາກັນ​ທໍາ​ການເດີນ​ຂະ​ບວນປະ​ທ້ວງ​ໃນ​ເມືອງ
Benghazi ​ໃນພາກ​ຕາ​ເວັນອອກ​ຂອງ​ລີ​ເບຍ​ ຮຽກຮ້ອງ​ໃຫ້​ລັດຖະບານ​ປ່ອຍ​ໂຕ​ທະນາຍ
ຄວາມຂອງ​ເຂົາ​ເຈົ້າ​ນັ້ນ.

ໃນ​ແຫ່ງ​ອື່ນໆ​ອີກ​ໃນ​ລີ​ເບຍ ຝູງ​ເຮືອບິນ​ລົບ​ຂອງ​ກຸ່​ມ​ເນ​ໂຕ້ໄດ້​ຖິ້ມ​ລະເບີດ​ຖະຫລົ່ມ​ໃສ່​ເມືອງ
Sirte ບ້ານ​ເກີດ​ເມືອງ​ນອນ​ຂອງ​ກາດ​ດາ​ຟີ ​ໃນວັນ​ອາທິດ​ວານ​ນີ້ ຊຶ່ງ​ເປັນ​ການ​ຖິ້ມ​ລະ​ເບີດ​
ໜັກ​ຜິດ​ກ່ວາ​ປົກກະຕິ​. ກຸ່ມ ເນ​ໂຕ້​ກ່າວ​ໃນ​ວັນ​ເສົາ​ຜ່ານ​ມາ​ວ່າ ກໍາລັງ​ຂອງ​ຝ່າ​ຍພັນ​ທະ​ມິດ
ໄດ້​ຖິ້ມລະ​ເບີດ​ໃສ່​ພວກ​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ກາດ​ດາ​ຟີ​ໃນ​ເມືອງ Sirte ຫລັງ​ຈາກ​ມີ​ລາຍ​ງານ​
ຂ່າວ​ວ່າ ​ໄດ້​ມີ​ການ​ປະຫານ​ຊີວິດ​ຜູ້​ຄົນ ການ​ຈັບ​ໂຕ​ຜູ້ຄົນ​ເປັນ​ໂຕ​ປະກັນ ​ແລະ​ການ​ແນ​ເປົ້າ​
ໝາຍ​ໃສ່​ພວກ​ບຸກຄົນ​ຕ່າງໆ​ຢູ່​ໃນເມືອງ​.

XS
SM
MD
LG