ການໂຈມຕີທາງອາກາດທີ່ສົງໄສວ່າແມ່ນຂອງກຸ່ມເນໂຕ້ ໃສ່
ບໍລິເວນເຂດຢູ່ອາໄສຂອງທ່ານມວມມາກາດາຟີ ຜູ້ນໍາລີເບຍ
ໃນນະຄອນຫລວງກຸງ Tripoli ໄດ້ທໍາລາຍຕຶກອາຄານຢ່າງ
ນ້ອຍຫລັງນຶ່ງ.
ເຈົ້າໜ້າທີ່ລີເບຍທ່ານນຶ່ງກ່າວວ່າ ປະຊາຊົນ 45 ຄົນໄດ້ຮັບ
ບາດເຈັບຍ້ອນການໂຈມຕີດັ່ງກ່າວໃນເຊົ້າວັນຈັນມື້ນີ້ ແລະ
ວ່າມີປະຊາຊົນອື່ນໆຫລາຍຄົນຍັງຫາຍສາບສູນຢູ່.ທະຫານ
ຍາມຄົນນຶ່ງໃນສະຖານທີ່ດັ່ງກ່າວເວົ້າວ່າ ມີພຽງແຕ່ 4 ຄົນ
ເທົ່ານັ້ນໄດ້ຮັບບາດເຈັບ.
ທາງການລີເບຍກ່າວວ່າ ຕຶກຫລັງທີ່ຖືກທໍາລາຍນັ້ນ ແມ່ນໃຊ້ສໍາລັບການປະຊຸມຂອງພວກກະຊວງ ຫລືການປະຊຸມອື່ນໆ.
ສະຖານີໂທລະພາບແຫ່ງຊາດ 3 ຊ່ອງຂອງລີເບຍໄດ້ເຊົາອອກອາກາດ ເປັນເວລາສັ້ນໆ ຫລັງຈາກການລະເບີດຢ່າງແຮງ ໃນໃຈກາງກຸງTripoli ນັ້ນ.
ບໍ່ເປັນທີ່ຈະແຈ້ງວ່າ ທ່ານກາດດາຟີຢູ່ໃສເວລາການໂຈມຕີເກີດຂຶ້ນນັ້ນ. ການໂຈມຕີດັ່ງກ່າວມີຂຶ້ນໃນເວລາ 1 ມື້ ຫລັງຈາກພວກທະຫານຂອງຝ່າຍລັດຖະບານລະດົມຍິງຈະຫລວດໃສ່ເມືອງ Misrata ທີ່ຢູ່ພາຍໃຕ້ການຄວບຄຸມຂອງຝ່າຍກະບົດໃນພາກຕາເວັນຕົກຂອງລີເບຍ.
ພວກກໍາລັງທີ່ນິຍົມທ່ານກາດດາຟີໄດ້ທໍາການບຸກໂຈມຕີເຖິງແມ່ນລັດຖະບານອ້າງວ່າ ຕົນໄດ້ຢຸດການປະຕິບັດງານທາງທະຫານຕ້ານພວກນັກຕໍ່ສູ້ຂອງຝ່າຍກະບົດຢູ່ທີ່ນັ້ນ.
ການຍິງລະດົມແລະການຍິງປືນຕໍ່ສູ້ກັນໃນເມືອງ Misrata ໄດ້ເຮັດໃຫ້ປະຊາຊົນຫລາຍຮ້ອຍ
ຄົນເສຍຊີວິດ ໃນລະຫວ່າງການປິດລ້ອມຂອງລັດຖະບານຢ່າງນອງເລືອດກັນມາເປັນເວລາ
2 ເດືອນ. ພວກນາຍແພດກ່າວວ່າ ປະຊາຊົນຢ່າງໜ້ອຍ 32 ຄົນເສຍຊີວິດໃນການສູ້ລົບ
ກັນນັບແຕ່ວັນເສົາຜ່ານມານີ້.