ທ່ານມວມມາກາດດາຟີ ຜູ້ນໍາລີເບຍຮຽກຮ້ອງໃຫ້ປະຊາຊົນໃນກຸງຕຣີໂປລີ ທໍາການ
ກວດລ້າງພວກກະບົດອອກຈາກໂຕເມືອງ ຫລັງຈາກພວກນັກຕໍ່ສູ້ຝ່າຍຄ້ານເຂົ້າຍຶດ
ບໍລິເວນບ້ານພັກຂອງທ່ານ ແລະພາກັນຍຶດເອົາອາວຸດຍຸດໂທປະກອນ ໂທລະພາບ
ແລະຂອງທີ່ລະລຶກຈາກບໍລິເວນດັ່ງກ່າວ.
ໃນການຖະແຫຼງທີ່ອອກອາກາດໃນວັນພຸດມື້ນີ້ ທ່ານກາດດາຟີຍັງກ່າວຕື່ມວ່າ ທ່ານ
ໄດ້ອອກຈາກບໍລິເວນດັ່ງກ່າວໃນກຸງຕຣີໂປລີໄປຢ່າງລັບໆໂດຍບໍ່ມີຜູ້ຄົນເຫັນ ແຕ່ທ່ານ
ບໍ່ໄດ້ບອກໃຫ້ຮູ້ວ່າເວລາໃດ.
ໂທລະພາບຊ່ອງນຶ່ງທີ່ນິຍົມລັດຖະບານ ອ້າງຄໍາເວົ້າຂອງທ່ານກາດດາຟີກ່ອນໜ້ານີ້ວ່າ
ທ່ານໄດ້ຖອຍອອກຈາກບໍລິເວນ Bab al-Aziziya ໃນການເຄື່ອນໄຫວດ້ານກົນລະ
ຍຸດ ຫຼັງຈາກພວກເຮືອບິນກຸ່ມເນໂຕ້ຫລາຍສິບລໍາທໍາການໂຈມຕີສະຖານທີ່ດັ່ງກ່າວນັ້ນ
ໂທລະພາບ Al-Rai ແຈ້ງໃຫ້ຊາບໃນວັນພຸດມື້ນີ້ວ່າ ທ່ານກາດດາຟີໄດ້ກ່າວປາໄສຕໍ່ປະ
ຊາຊົນລີເບຍທີ່ສະຖານີວິທະຍຸທ້ອງຖິ່ນແຫ່ງນຶ່ງ ໂດຍເວົ້າວ່າ ທ່ານໄດ້ສະລະຊີວິດເພື່ອ
ຊາດ ຫລືໄຊຊະນະໃນການຕໍ່ສູ້ອັນທີ່ທ່ານເອີ້ນວ່າ ການຮຸກຮານຂອງກຸ່ມເນໂຕ້ນັ້ນ.
ພວກຊາວເມືອງໃນກຸງຕຣີໂປລີໄດ້ພາກັນສະເຫລີມສະຫລອງໃນເຊົ້າວັນພຸດມື້ນີ້ ຫລັງ
ຈາກພວກກະບົດໄດ້ບຸກເຂົ້າໄປໃນບໍລິເວນບ້ານພັກ Bab al-Aziziya ຂອງທ່ານກາດ
ດາຟີ ເຖິງແມ່ນບໍ່ເຫັນຮ່ອງຮອຍໃດໆຂອງຜູ້ນໍາທີ່ກໍາລັງທໍາການຕໍ່ສູ້ເພື່ອເອົາຊີວິດ
ລອດຫລືຄອບຄົວຂອງທ່ານກໍຕາມ.
ການບຸກເຂົ້າໄປໄດ້ມີຂຶ້ນຫລັງຈາກທໍາການສູ້ລົບມາເປັນເວລາ 3 ມື້ໃນກຸງຕຣີໂປລີ ທີ່
ທ່ານ Mustafa Abdel Jalil ຫົວໜ້າສະພາປົກຄອງຊາດລະຍະຂ້າມຜ່ານຂອງຝ່າຍ
ກະບົດ ກ່າວວ່າການສູ້ລົບດັ່ງກ່າວໄດ້ເອົາຊີວິດຜູ້ຄົນໄປຫລາຍກວ່າ 400 ຄົນແລະບາດ
ເຈັບອີກ 2000ຄົນ.ແຕ່ທ່ານບໍ່ໄດ້ບອກໃຫ້ຮູ້ຢ່າງເຈາະຈົງກ່ຽວກັບວ່າທ່ານໄດ້ເວົ້າເຖິງ
ຄວາມເສຍຫາຍຈາກທັງສອງຝ່າຍຫລືບໍນັ້ນ.
ທ່ານ Jalil ຍັງໄດ້ກ່າວຕໍ່ໂທລະພາບ France 24 ວ່າພວກນັກຕໍ່ສູ້ນິຍົມທ່ານກາດດາ
ຟີປະມານ 600 ຄົນໄດ້ຖືກຈັບກຸມ ແຕ່ວ່າ ການສູ້ລົບກັນນີ້ຈະບໍ່ສິ້ນສຸດລົງຈົນກວ່າຜູ້ນໍາ
ລີເບຍເອງຖືກຈັບກຸມເປັນຊະເລີຍເສິກ. ຫົວໜ້າກອງທັບຝ່າຍກະບົດຄົນໃໝ່ປະຈໍາກຸງ
ຕຣີໂປລີ ທ່ານ Abdel-Hakim Belhaj ກ່າວໃນຕອນແລງວັນອັງຄານວານນີ້ວ່າ ຂົງ
ເຂດນ້ອຍໆແຫ່ງນຶ່ງໃນບໍລິເວນບ້ານພັກອັນກວ້າງໃຫຍ່ຂອງທ່ານກາດດາຟີຍັງຕົກຢູ່
ພາຍໃຕ້ການຄວບຄຸມຂອງລັດຖະບານຢູ່.
ທ່ານ Mahmoud Jibril ນາຍົກລັດຖະມົນຕີຊົ່ວຄາວຂອງພວກກະບົດກໍານົດຈະທໍາ
ການພົບປະກັນໃນວັນພຸດມື້ນີ້ໃນກຸງປາຣີ ກັບປະທານາທິບໍດີຝຣັ່ງທ່ານ Nicolas
Zarkozy ຊຶ່ງທໍານຽບປະທານາທິບໍດີກ່າວວ່າ ຜູ້ນໍາທັງສອງຈະທໍາການໂອ້ລົມສົນ
ທະນາກັນເລື້ອງສະຖານະການໃນລີເບຍ ແລະຄວາມພະຍາຍາມຂອງນາໆຊາດເພື່ອ
ໃຫ້ການສະໜັບສະໜຸນໃນການໂອນອໍານາດດ້ານການເມືອງນັ້ນ.