ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າທະຫານບ້ານ ຖືກແຕ່ງຕັ້ງເປັນ ລມຕ ປ້ອງກັນປະເທດລີເບຍ


ນາຍົກລັດຖະມົນຕີຮັກສາການຊົ່ວຄາວລີເບຍ ທ່ານ Abdurrahim El-Keib ( ຂ້າງຂວາ) c]tmjko Abdul Hafez Goga, ໂຄສົກປະຈໍາອານາດປົກຄອງຊົ່ວຄາວລີເບຍ ຫລື NTC ຮ່ວມກັນໃນ ກອງປະຊຸມຕໍ່ນັກຂ່າວ ໃນກຸງຕຣີໂປລີ, ລີເບຍ.
ວັນທີ 23 ພະຈິກ 2011.
ນາຍົກລັດຖະມົນຕີຮັກສາການຊົ່ວຄາວລີເບຍ ທ່ານ Abdurrahim El-Keib ( ຂ້າງຂວາ) c]tmjko Abdul Hafez Goga, ໂຄສົກປະຈໍາອານາດປົກຄອງຊົ່ວຄາວລີເບຍ ຫລື NTC ຮ່ວມກັນໃນ ກອງປະຊຸມຕໍ່ນັກຂ່າວ ໃນກຸງຕຣີໂປລີ, ລີເບຍ. ວັນທີ 23 ພະຈິກ 2011.

ພວກ​ຜູ້​ນໍາ​ທະຫານ​ບ້ານ​ລີ​ເບຍ​ທີ່ຊ່ອຍ​ໂຄ່ນ​ລົ້ມ​ມື້ລາງ​ຈອມຜະ​ເດັດ​ການ​ມວມມາ​ກາດ​ດາ​ຟີ​
ອອກ​ຈາກ​ອຳນາ​ດ​ໄປ​ໃນ​ການ​ລຸກ​ຮື​ຂຶ້ນ​ໃນ​ປີ​ນີ້ ​ໄດ້​ຮັບ​ຕໍາ​ແໜ່​ງສູງ​ສຸດ​ໃນ​ດ້ານ​ຄວາມ​ປອດ
ໄພ ​ໃນ​ການ​ແຕ່ງ​ຕັ້ງ​ຄະນະ​ລັດຖະບານ​ໃໝ່​ໂດຍ​ສະພາ​ປົກຄອງ​ແຫ່ງ​ຊາດ​ຊົ່ວຄາວ​ນັ້ນ.

ທ່ານ Abdurrahim el-Keib ນາຍົກລັດຖະມົນຕີຮັກສາການ​ຊົ່ວຄາວປະກາດ​ຄະນະ​ລັດ
ຖະບານ​ໃໝ່​ຂອງ​ທ່ານ​ໃຫ້​ຮູ້​ໃນ​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ແລງ​ວັນ​ອັງຄານ​ວານ​ນີ້ ຫລັງ​ຈາກ​ທໍາ​
ການ​ເຈລະຈາ​ກັນ​ມາ​ເປັນ​ເວລາ​ຫລາຍ​ສັບປະດາ. ທ່ານ​ໄດ້​ມອບ​ຕໍາ​ແໜ່​ງລັດຖະມົນຕີ​ປ້ອງ​
ກັນ​ປະ​ເທດ​ໃຫ້​ທ່ານ Osama al-Juwali ຫົວໜ້າ​ທະຫານບ້ານຈາກ​ເມືອງ

Zintan ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ຊຶ່ງ​ພວກ​ກໍາລັງ​ຂອງ​ທ່ານ​ໄດ້​ຊ່ອຍ​ຂັບ​ໄລ່​ກາດ
ດາ​ຟີ​ອອກ​ຈາກ​ກຸງ​ຕຣີ​ໂປ​ລີ ​ໃນ​ເດືອ​ງສິງຫາ​ຜ່ານ​ມາ​ແລະ​ຈັບ​ກຸມ​ນາຍ Seif al-Islam
ລູກຊາຍຄົນ​ນຶ່ງ​ຂອງ​ມື້​ລາງ​ກາດດາ​ຟີ​ໃນ​ສັບປະດາ​ຜ່ານ​ມາ​ໃນ​ເຂດ​ທະ​ເລ​ຊາຍ​ໃນ​ພາກ​ໃຕ້
ຂອງ​ປະ​ເທດ​ນັ້ນ.

ນາຍ Seif al-Islam ​ໄດ້​ຖືກ​ຄຸມ​ຂັງ​ຢູ່​ໃນ​ເມືອງ Zintan ​ເພື່ອ​ລໍຖ້າການຈັດ​ແຈງ​ດໍາ​ເນີນ
ຄະດີ. ພວກ​ທະຫານ​ບ້ານ​ເມືອງ Zintan ​ໄດ້​ກົດ​ດັນ​ໃຫ້​ສະພາ​ປົກຄອງ​ປະ​ເທດ​ຊົ່ວຄາວ
ມອບຕໍາ​ແໜ່​ງລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ທີ່​ສຳຄັນ​ນີ້​ໃຫ້​ທ່ານ Juwali.

XS
SM
MD
LG