ມີສຽງລະເບີດແລະສຽງປືນຕໍ່ຕ້ານເຮືອບິນດັງກ້ອງຂຶ້ນໃນທົ່ວ
ນະຄອນຫລວງລີເບຍກຸງຕຣີໂປລີ ໃນເຊົ້າວັນພຸດມື້ນີ້ ບໍ່
ເທົ່າໃດຊົ່ວໂມງຫລັງ ຈາກທ່ານ Moammar Gadhafi
ຜູ້ນໍາລີເບຍໃຫ້ຄໍາໝັ້ນສັນຍາວ່າ ຈະເອົາໄຊຊະນະມາໃຫ້ໄດ້
ໃນການຕໍ່ສູ້ກັບພວກກະບົດແລະພວກກໍາລັງນາໆຊາດນັ້ນ.
ໃນການອອກມາປາກົດໂຕຕໍ່ປະຊາຊົນຄັ້ງທໍາອິດຂອງທ່ານ
ໃນຮອບນຶ່ງສັບປະດາ ທ່ານກາດດາຟີ ກ່າວຕໍ່ພວກສະໜັບ
ສະໜຸນທ່ານຢູ່ໃນບໍລິເວນບ້ານພັກຂອງທ່ານທີ່ກຸງຕຣີໂປລີ
ວ່າ ລີເບຍຕຽມພ້ອມແລ້ວ ເພື່ອການຕໍ່ສູ້ ບໍ່ວ່າມັນຈະກິນ
ເວລາດົນນານ ຫລືສັ້ນປານໃດກໍຕາມ.
ໂທລະພາບແຫ່ງຊາດລີເບຍອອກຂ່າວທີ່ຕົນເອີ້ນວ່າ
ການຖ່າຍທອດສົດການກ່າວຄຳປາໄສຂອງທ່ານກາດ
ດາຟິຕໍ່ຝູງຊົນນັ້ນ. ຜູ້ນໍາລີເບຍໄດ້ປະນາມການໂຈມຕີ
ຂອງທະຫານນາໆຊາດຕໍ່ກໍາລັງຂອງທ່ານ ໂດຍເອີ້ນ
ຄວາມພະຍາຍາມໃນການຈັດຕັ້ງປະຕິບັດເຂດຫ້າມບິນ
ຕາມມະຕິສະຫະປະຊາຊາດ ເໜືອປະເທດຂອງທ່ານນັ້ນວ່າ ເປັນສົງຄາມຕໍ່ຕ້ານສາສະໜາ ອິສະລາມ.
ໃນຂະນະທີ່ກໍາລັງຂອງຝ່າຍປະສົມສືບຕໍ່ການປະຕິບັດງານຂອງເຂົາເຈົ້າຢູ່ນັ້ນ ກໍາລັງທີ່ນິຍົມກາດດາຟີໄດ້ເພີ່ມທະວີການໂຈມຕີຂອງພວກເຂົາຕໍ່ພວກຫົວເມືອງຕ່າງໆ ທີ່ຢູ່ພາຍໃຕ້ຄວາມຄອບຄອງຂອງພວກກະບົດນັ້ນ.
ໃນການສູ້ລົບກັນບັ້ນຫລ້າສຸດ ພວກກໍາລັງທີ່ຈົງຮັກພັກດີຕໍ່ທ່ານກາດດາຟີ ໄດ້ແນເປົ້າໝາຍໃສ່ພວກຫົວເມືອງທີ່ຢູ່ພາຍໃຕ້ການຄວບຄຸມຂອງພວກກະບົດຄືເມືອງ Misrata ແລະເມືອງ Zintan ດ້ວຍການໂຈມຕີແບບດັກຍິງຈາກລົດຖັງແລະປືນໃຫຍ່.
ພົນເຮືອເອກ Samual Locklear ຜູ້ບັນຊາການດ້ານຍຸດທະສາດຂອງຝ່າຍປະສົມກ່າວໃນວັນອັງຄານວານນີ້ວ່າ ລາຍງານຂ່າວລັບຢືນຢັນວ່າ ກໍາລັງຂອງທ່ານກາດດາຟີກໍາລັງທໍາການໂຈມຕີພວກພົນລະເຮືອນໃນເມືອງ Misrata ອັນເປັນການຝ່າຝືນຕໍ່ມະຕິສະພາຄວາມໜັ້ນ ຄົງສະຫະປະຊາຊາດ.
ປະທານາທິບໍດີບາຣັກ ໂອບາ
ມາ ແຫ່ງສະຫະລັດໄດ້ຮຽກຮ້ອງ
ໃຫ້ພວກກໍາລັງທີ່ນິຍົມລັດຖະ
ບານ ຖອນອອກຈາກເມືອງ
Misrata ແລະຫົວເມືອງຕ່າງໆ ອີກຈໍານວນນຶ່ງ.