ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກະບົດລີເບຍຄວບຄຸມ ສ່ວນໃຫຍ່ຂອງກຸງຕຣີໂປລີ (ເບິ່ງຮູບສະລາຍດ໌)


ໄດ້ມີການຈູດບັ້ງໄຟດອກສະເຫລີມສະຫລອງໃນເມືອງ Benghazi
ໃນຂະນະທີ່ພວກນັກຕໍ່ສູ້ຝ່າຍກະບົດ ເຄື່ອນເຂົ້າໄປໃນນະຄອນຫລວງຕຣີໂປລີ, ວັນທີ 22 ສິງຫາ 2011
ໄດ້ມີການຈູດບັ້ງໄຟດອກສະເຫລີມສະຫລອງໃນເມືອງ Benghazi ໃນຂະນະທີ່ພວກນັກຕໍ່ສູ້ຝ່າຍກະບົດ ເຄື່ອນເຂົ້າໄປໃນນະຄອນຫລວງຕຣີໂປລີ, ວັນທີ 22 ສິງຫາ 2011

ພວກ​ກະບົດ​ລີ​ເບຍ ທີ່​ກໍາລັງ​ກົດ​ດັນ​ໃຫ້ການ​ປົກຄອງຂອງ​ທ່ານ​ມວມມາ​ກາດ​ດາ​ຟີ
ຜູ້​ນໍາ​ລີ​ເບຍ​ສິ້ນ​ສຸດ​ລົງນັ້ນ ກ່າວ​ວ່າ ພວກ​ເຂົາເຈົ້າ​ຄວບ​ຄຸມສ່ວນ​ໃຫຍ່​ຂອງນະຄອນ
ຫລວງຕຣີໂປລີໄວ້ໄດ້ແລ້ວ ​ແຕ່​ການ​ສູ້​ລົບກັນ​ຍັງ​ດໍາ​ເນີນ​ສືບ​ຕໍ່ມາ ​ໃນ​ວັນ​ຈັນ​ມື້​ນີ້
ເນື່ອງ​ຈາກ​ວ່າ​ຍັງ​ມີ​ການ​ຕໍ່ຕ້ານເລັກໆ​ ນ້ອຍໆ​ຢູ່​ໃນໂຕເມືອງ.

ພວກ​ກະບົດ​ກ່າວ​ວ່າ ໄດ້​ເກີດການ​ປະ​ທະ​ກັນ​ຫລາຍ​ຄັ້ງ ຫລັງ​ຈາກ​ລົດ​ຖັງ​ຈໍານວນ​ນຶ່ງ
ໂຜ່​ອອກມາ​ຈາກ​ບໍລິ​ເວນຄຸ້ມ Bab al-Aziziya ຂອງ​ທ່ານ​ກາດ​ດາ​ຟີ ​ແລະ​ເປີດ​ສາກ
​ຍິງ​ໃສ່​ຝ່າຍ​ກະບົດ​. ແລະ​ເວລາ​ນີ້​ ບໍ່ມີ​ຜູ້​ໃດຮູ້ຈັກ​ວ່າ ທ່ານ​ກາດ​ດາ​ຟີ​ຢູ່​ໃສກັນ​ແທ້​.

ການ​ສູ້​ລົບ​ກັນ​ເກີດ​ຂຶ້ນ ​ຫລັງ​ຈາກ​ພວກ​ກະບົດ​ທໍາລາຍ​ເຂດ​ປ້ອງ​ກັນ​ທາງ​ນອກ​ກຸງ​ຕຣີ
​ໂປ​ລີ​ແລະ​ເຂົ້າ​ໄປ​ໃນ​ຈະ​ຕຸ​ລັດ Green ຫລື​ສີຂຽວ​ໃນໃຈກາງເມືອງ ບ່ອນ​ທີ່ຊາວ​ເມືອງ​
ຫລາຍ​ພັນ​ຄົນພາກັນ​ອອກ​ມາ​ຕ້ອນຮັບ​ແລະສະ​ແດງ​ຄວາມ​ດີ​ໃຈ​ກັບພວກ​ຝ່າຍ​ຄ້ານ​ນັ້ນ.
​ກໍາລັງ​ຂອງ​ຝ່າຍກະບົດ ​ໄດ້​ຮັບ​ການ​ຕ້ານ​ຢັນ​ພຽງ​ເລັກ​ນ້ອຍ​ ໃນ​ຂະນະ​ທ່ີ​ພວກ​ເຂົາ​ເຈົ້າ
​ເຂົ້າ​ຍຶດ​ເອົາ​ຖານທັບ​ທີ່​ສໍາຄັນ​ແຫ່ງ​ນຶ່ງ​ໃກ້ໆ​ກັບ​ໂຕ​ເມືອງ ​ແລະ​ເຄື່ອນ​ເຂົ້າ​ໄປ​ໃນ​ກຸງ​ຕຣີ
​ໂປ​ລີ​ ຈາກ​ທາງ​ທິດຕາ​ເວັນ​ຕົກ​.

ຫລັງ​ຈາກ​ພວກ​ກະບົດ​ເຂົ້າ​ໄປ​ຮອດແລ້ວ ພວກ​ປະຊາຊົນ​ລີ​ເບຍ​ທ່ີ​ອອກ​ມາສະ​ຫລອງ​
ດ້ວຍຄວາມ​ດີ​ອົກ​ດີ​ໃນ​ຢ່າງ​ຖ້ວມ​ລົ້ນ​ໃນ​ຈະ​ຕຸ​ລັດຂຽວ ​ທ່ີ​ພວກ​ກະບົດ​ໄດ້​ຕັ້ງ​ຊື່​ໃໝ່​ວ່າ
Martyrs Square ຫລື​ຈະຕຸ​ລັດ​ຜູ້ສະລະ​ຊີບ​ນັ້ນ ​ໄດ້​ພາກັນ​ດຶງ​ຮູບ​ໂພສ​ເຕີ້ຂອງ​ທ່ານ​
ກາດ​ດາ​ຟີລົງ ​ແລະ​ພາກັນ​ຢຽບ​ຍໍ່າ​ທໍາລາຍ​ຮູບເຫລົ່ານັ້ນ.

ຈົນ​ຮອດ​ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້ ລັດຖະບານ​ກາດ​ດາ​ຟີ​ໄດ້​ໃຊ້​ບໍລິ​ເວນ​ດັ່ງກ່າວ ເປັນ​ບ່ອນ
ໂຮມ​ຊຸມນຸມສະ​ແດງ​ຄວາມ​ສະໜັບສະໜຸນ​ຕໍ່ຜູ້​ນໍາ​ລີເບຍ​ທີ່ກໍາລັງ​ລີ້​ຊ່ອນ​ໂຕ​ຢູ່ໃນ​ຂະນະ​ນີ້.

ພວກ​ກະບົດ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຈັບ​ກຸມ​ລູກ​ຊາຍ 2 ຄົນ​ຂອງ​ທ່ານ​ກາດ​ດາ​ຟີ​ໄວ້​ແລ້ວ
ຮວມທັງ​ທ້າວ Seif al-Islam ທີ່​ໄດ້​ມີ​ການຄາດ​ຄະ​ເນ​ກັນ​ວ່າ ຈະ​ເປັນ​ຜູ້​ສືບ​ທອດ​ອໍານາດ
ຕໍ່​ຈາກ​ພໍ່​ນັ້ນ.

ທ່ານ Luis Moreno-Ocampo ​ແຫ່ງ​ສານ​ອາຍາ​ສາກົນ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ທ່ານ​
ຈະ​ຕິດຕໍ່​ກັບ​ພວກ​ກະບົດ​ແລະ​ຮຽກຮ້ອງໃຫ້ເຂົາ​ເຈົ້າ​ມອບ​ໂຕ​ທ້າວ Seif al-Islam ​ໃຫ້
​ສານ​ໂລກ​ທີ່ກຸງ Hague ​ໃນ​ເວລາອັນ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້. ທ້າວ Seif al-Islam ​ໄດ້​ຖືກ
​ຟ້ອງ​ຮ້ອງ​ ພ້ອມ​ດ້ວຍ​ບິດາ​ຂອງ​ລາວ​ແລະ​ຫົວໜ້າ​ອົງການ​ສືບ​ລັບຂອງ​ລີ​ເບຍ​ ໃນ​ຂໍ້​ຫາກໍ່
​ອາ​ຊະ​ຍາ​ກໍາ​ຕ້ານ​ມະນຸດຊາດ ໃນ​ຖານ​ທີ່​ເປັນ​ຜູ້​ວາງ​ແຜນ ແລະ​ອອກ​ຄໍາ​ສັ່ງ​ໃຫ້​ທໍາ​ການ
​ໂຈມ​ຕີ​ຢ່າງຜິດ​ກົດໝາຍ​ຕໍ່​ພວກ​ພົນລະ​ເຮືອນ​ ໃນ​ຕອນ​ຕົ້ນ​ຂອງ​ການ​ປາບ​ປາມ​ພວກ​ປະ​
ທ້ວງ​ຕໍ່ຕ້ານ​ລັດຖະບານຢ່າງ​ຮຸນ​ແຮງນັ້ນ.

ໃນ​ຂະນະ​ດຽວ​ກັນ ພວກ​ຜູ້​ນໍາ​ຝ່າຍ​ຄ້ານ​ກ່າວ​ຕໍ່ພວກ​ນັກ​ຂ່າວ​ວ່າ ນາຍ Mohammed
ລູກ​ຊາຍ​ກົກ​ຂອງ​ທ່ານ​ກາດ​ດາ​ຟີ​ ໄດ້​ເຂົ້າ​ມອບ​ໂຕ​ຕໍ່​ກໍາລັງ​ຂອງ​ຝ່າຍ​ກະບົດ​ແລ້ວ.

ເບິ່ງຮູບສະລາຍດ໌ ຂອງບຸກຄົນທີ່ມີບົດບາດສໍາຄັນໆກ່ຽວກັບລີເບຍ (ເໜັງໂຕເມົາສ໌ໄປມາ

ຢູ່ທາງເທິງຮູບນ້ອຍ ເພື່ອເບິ່ງຄໍາບັນລະຍາຍ ພາສາອັງກິດ)

XS
SM
MD
LG