ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລີເບຍຈະຄວບຄຸມໂຕ ລູກຊາຍກາດດາຟີໄວ້ ຈົນກວ່າມີການຕົກລົງກັນ ໃນເລື້ອງດໍາເນີນ ຄະດີຜູ້ກ່ຽວ


ຮູບພາບຂອງທ້າວ Seif al-Islam ລູກຊາຍມື້ລາງຜູ້ນໍາກາດດາຟີ
ແຫ່ງລີເບຍທີ່ປາກົດຢູ່ໃນວີດີໂອ ໃນແວບໄຊ ຂອງ YouTube.
ວັນທີ 21 ພະຈິກ 2011. .
ຮູບພາບຂອງທ້າວ Seif al-Islam ລູກຊາຍມື້ລາງຜູ້ນໍາກາດດາຟີ ແຫ່ງລີເບຍທີ່ປາກົດຢູ່ໃນວີດີໂອ ໃນແວບໄຊ ຂອງ YouTube. ວັນທີ 21 ພະຈິກ 2011. .

ພວກ​ທະຫານ​ບ້ານ​ລີ​ເບຍ​ທີ່​ຈັບ​ກຸມ​ລູກ​ຊາຍທີ່​ຫລົບ​ໜີ​ໂທດຂອງມື້​ລາງ​ຜູ້ຜະ​ເດັດການ​ປະ​ເທດ​ກ່າວ​ວ່າ ຕົນ​ຈະ​ສືບ​ຕໍ່ຄຸມ​ຂັງ​ນາຍ Seif al-Islam ກາດ​ດາ​ຟີ​ ​ໄວ້​ທີ່​ເມືອງ Zintan ​ໃນພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ ຈົນ​ຮອດ​ເວລາໃດສາມາດຈັດ​ແຈງ​ເລື້ອງ​ການດໍາ​ເນີນ​ຄະດີ​ຜູ້ກ່ຽວ​ໄດ້.

ພວກ​ສະມາຊິກ​ສະພາ​ປົກຄອງ​ເມືອງ Zintan ກ່າວ​ໃນ​ຕອນ​ແລງ​ວັນ​ອາທິດ​ວານ​ນີ້​ວ່າ ພວກ​ຕົນ​ຈະ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ນາຍ Seif al-Islam ​ໃນ​ລະຫວ່າງ​ທີ່​ລັດຖະບານຊົ່ວຄາວໃນ​ກຸງ​ຕຣີ​ໂປ​ລີ​ ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ ​ຊະ​ຕາ​ກໍາ​ຂອງ​ຜູ້ກ່ຽວ ​ກັບ​ພວກ​ຜູ້ຕາງໜ້າ​ຂອງ​ສານ​ອາຍາ​ນາໆ​ຊາດ. ທ່ານ Mahmoud Shamman ລັດຖະມົນຕີ​ຖະ​ແຫລ​ງຂ່າວ​ລີ​ເບ​ຍກ່າວ​ຕໍ່​ອົງການ​ຂ່າວ AP ວ່າ ​ລັດຖະບານ​ບໍ່​ມີ​ຄວາມ​ຂັດຂ້ອງ​ໃດໆຕໍ່​ການ​ກັກ​ຂັງ ​ນາຍ Seif al-Islam ​ໄວ້​ໃນ​ເມືອງ Zintan ຈົນ​ກວ່າ​ຈະ​ສາມາດຈັດ​ແຈງ​ກັນ​ເລື້ອງການ​ດໍາ​ເນີນ​ຄະດີຜູ້ກ່ຽວ​ໄດ້​ນັ້ນ.

ພວກ​ສະມາຊິກ​ກອງ​ທະຫານ​ບ້ານ​ເມືອງ Zintan ​ໄດ້ເຜີຍ​ແຜ່ພາບ​ວີ​ດີ​ໂອຂອງນາຍ Seif al-Islam ທາງ YouTube ​ໃນ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ຢູ່​ໃນ​ວີ​ດີ​ໂອ​ນັ້ນ ນາຍ Seif al-Islam ທີ່ມີ​ໜວດ​ເຄົາດົກໜາ ​ແລະ​ໃສ່​ເສື້ອ​ຄຸມ​ສີ​ນໍ້າຕານ ​ກ່າວ​ວ່າ ຕົນ​ກໍາລັງໄດ້​ຮັບ​ການ​ປິ່ນປົວ​ບາດ​ແຜ​ເລັກ​ນ້ອຍທີ່​ໄດ້​ຮັບຈາກການ​ໂຈມ​ຕີທາງ​ອາກາດຂອງ​ກຸ່ມ​ເນ​ໂຕ້​ຫວ່າງ​ໄວໆ​ມາ​ນີ້​ ທີ່​ເມືອງ Zintan ​ແລະ​ເອີ້ນພວກ​ທີ່ຈັບ​ກຸມ​ຕົນ​ວ່າ ອ້າ​ຍນ້ອງ​ແລະ​ຄອບຄົວ.

ພວກ​ນັກລົບ​ເມືອງ Zintan ​ຈັບນາຍ Seif al-Islam ​ໄດ້ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ໃນ​ເຂດ​ທະ​ເລ​ຊາຍ​ໃນ​ພາກ​ໃຕ້​ຂອງ​ລີ​ເບຍ ​ໃນ​ຂະນະ​ທີ່​ຜູ້ກ່ຽວ​ກໍາລັງ​ພະຍາຍາມ​ຫລົບໜີ​ຈາກ​ປະ​ເທດ​ກັບ​ເພື່ອນ​ຮ່ວມ​ງານຫລາຍ​ຄົນ. ​ພວກ​ເຂົາ​ເຈົ້າ​ໄດ້​ສົ່ງ​ໂຕ​ນາຍ Seif al-Islam ​ໄປ​ຍັງ​ບ່ານ​ເກີດ​ເມືອງ​ນອນ​ຂອງ​ເຂົາ​ເຈົ້າ​ໃນ​ເວລາ​ຕໍ່​ມາ.

XS
SM
MD
LG