ທ່ານ Moammar Gadhafi ຜູ້ນໍາລີເບຍ ກ່າວວ່າ ປະເທດຂອງທ່ານ ພ້ອມທີ່ຈະທໍາສົງຄາມອັນຍາວນານ ກັບກໍາລັງຂອງຝ່າຍຕາເວັນຕົກທີ່ໄດ້ທໍາການໂຈມຕີທະຫານຂອງທ່ານດ້ວຍລູກສອນໄຟນັ້ນ.
ໃນຄໍາປາໄສທີ່ອັດໄວ້ແລະອອອກອາກາດທາງໂທລະພາບແຫ່ງຊາດໃນມືນີ້ ທ່ານກາດດາຟີ ກ່າວວ່າ ບໍ່ມີເຫດຜົນໃດໆທີ່ສະໜັບສະໜຸນການແຊກແຊງດັ່ງກ່າວໂດຍສະຫະລັດແລະພວກປະເທດໃນຢູໂຣບນັ້ນ ແລະວ່າການໂຈມຕີທາງອາກາດນີ້ແມ່ນເທົ່າກັບເປັນການກໍ່ການຮ້າຍ.
ນາຍທະຫານຂັ້ນສູງສຸດຂອງສະຫະລັດ ພົນເຮືອເອກ Mike Mullen ກ່າວວ່າ ການປະຕິບັດງານຂັ້ນຕົ້ນເພື່ອຈັດຕັ້ງປະຕິບັດ ມະຕິຈັດຕັ້ງເຂດຫ້າມບິນ ທີ່ໄດ້ຮັບອະນຸມັດໂດຍອົງການສະຫະປະຊາຊາດນັ້ນ ໄດ້ດໍາເນີນໄປດ້ວຍດີ ແລະວ່າ ທ່ານບໍ່ໄດ້ຮັບລາຍງານໃດໆ ວ່າໄດ້ມີພົນ ລະເຮືອນໄດ້ຮັບບາດເຈັບຫລືເສຍຊີວິດ ຍ້ອນການໂຈມຕີຄັ້ງນີ້.
ໂທລະພາບແຫ່ງຊາດລີເບຍກ່າວວ່າ ປະຊາຊົນ 48 ຄົນເສຍຊີວິດ ແລະ 150 ຄົນໄດ້ຮັບບາດເຈັບໃນການໂຈມຕີຂອງຝ່າຍພັນທະມິດນັ້ນ.
ເຈົ້າໜ້າທີ່ກະຊວງປ້ອງກັນປະເທດສະຫະລັດທ່ານນຶ່ງກ່າວວ່າ ໄດ້ມີການຍິງລູກສອນໄຟ Tomahawk ຈໍານວນຫລາຍກວ່າ 112 ລູກຈາກກໍ່າປັ່ນລົບແລະເຮືອດໍານໍ້າຂອງສະຫະລັດແລະອັງກິດ ໃນທະເລ Mediterranean ແລະການໂຈມຕີຄັ້ງນີ້ ໄດ້ຖືກເປົ້າໝາຍຫລາຍກວ່າ 20 ແຫ່ງທີ່ເຊື່ອວ່າເປັນໄພຂົ່ມຂູ່ໂດຍກົງຕໍ່ກໍາລັງຝ່າຍປະສົມແລະພວກ ພົນລະເຮືອນລີເບຍນັ້ນ.
ອົງການສະຫະປະຊາຊາດໄດ້ອະນຸມັດໃຫ້ນໍາໃຊ້ “ທຸກມາດຕະການທີ່ຈໍາເປັນ” ເພື່ອປົກປ້ອງພວກພົນລະເຮືອນໄວ້ ຈາກການໂຈມຕີໂດຍກອງກໍາລັງທີ່ຈົງຮັກພັກດີຕໍ່ທ່ານກາດດາຟີນັ້ນ. ກໍາລັງຂອງຝ່າຍລັດຖະ ບານລີເບຍ ພວມເຄື່ອນເຂົ້າໄປໃກ້ພວກຫົວເມືອງຕ່າງໆທີ່ຢູ່ໃຕ້ການຄວບຄຸມຂອງຝ່າຍຕໍ່ຕ້ານ.
- ທ່ານກາດດາຟິ ໄດ້ປະນາມການໂຈມຕີດັ່ງກ່າວວ່າ ເປັນການຮຸກຮານແບບເຮັດສົງຄາມທີ່ໄຮ້ເຫດຜົນ ແລະໃຫ້ຄໍາໝັ້ນສັນຍາວ່າ ຈະທໍາການຕອບໂຕ້ຕໍ່ເປົ້າໝາຍຕ່າງໆທາງດ້ານທະຫານແລະພົນລະເຮືອນໃນເຂດທະເລ Mediterranean ນັ້ນ ໂດຍກ່າວວ່າ ຂົງເຂດດັ່ງກ່າວນີ້ ໄດ້ກາຍເປັນສະໜາມລົບຢ່າງແທ້ຈິງແລ້ວ.