ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກໍາລັງລີເບຍ ເປີດສາກໂຈມຕີ ເມືອງ Misrata ຄືນໃໝ່.


ຊາຍຄົນນຶ່ງແລ່ນໜີຈາກດ່ານກວດກາແຫ່ງນຶ່ງໃກ້ໆກັບເຂດທ່າກໍາປັ່ນ ເມືອງ Misrata, ລີເບຍ , ວັນທີ 1 ພຶດສະພາ, 2011
ຊາຍຄົນນຶ່ງແລ່ນໜີຈາກດ່ານກວດກາແຫ່ງນຶ່ງໃກ້ໆກັບເຂດທ່າກໍາປັ່ນ ເມືອງ Misrata, ລີເບຍ , ວັນທີ 1 ພຶດສະພາ, 2011

ພວກ​ເຫັນ​ເຫດການ​ແລະ​ໂຄສົກ​ຝ່າຍ​ຄ້ານ​ພາກັນ​ກ່າວ​ວ່າ ກໍາລັງ​ຂອງ​ລີ ​ເບຍ​ໄດ້ເປີດ​ສາກ​ທໍາ​ການ​ໂຈມ​ຕີ​ບັ້ນ​ໃໝ່​ອີກ ຕໍ່​ເມືອງ Misrata ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ.

ພວກ​ເຫັນ​ເຫດການ​ເວົ້າ​ວ່າ ພວກ​ລົດ​ຖັງ​ຢູ່​ທາງ​ກໍ້າ​ຕາ​ເວັນ​ຕົກ​ຂອງ​ເມືອງ​ທີ່​ຖືກ​ປິດ​ລ້ອມ​ນັ້ນ ​ໄດ້​ລະດົມ​ຍິງ​ໃສ່ເມືອງ​ດັງ​ກ່າວ​ອີກ​ໃນ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກ​ທີ່​ກໍາລັງ​ຂອງ​ລີ​ເບຍ​ໄດ້​ໂຈມ​ຕີ​ເຂດ​ທ່າ​ເຮືອ​ທີ່​ຖືກໂຈມ​ຕີ​ມາ​ຫລາຍ​ຄັ້ງ​ແລ້ວນັ້ນ ​ໃນ​ວັນ​ອາທິດ​ວານ​ນີ້​ ​ໃນຂະນະ​ທີ່ກໍາລັງ​ມີ​ການ​ຂົນ​ ອາຫານ​ແລະ​ສໍາພາລະ​ທາງ​ການ​ແພດ​ລົງ​ຈາກ​ກໍາ​ປັ່ນ​ຊ່ວຍ​ເຫລືອ
ຈາກເກາະ Malta ​ລໍາ​ນຶ່ງ ສົ່ງ​ຜົນ​ໃຫ້​ເຮືອ​ລໍາ​ນັ້ນ​ຕ້ອງ​ເຄື່ອນ​ອອກ​ໄປ​ຍັງ​ທະ​ເລ​ໂດຍ​ໄວ.

ໃນມື້ວານ​ນີ້​ເຊ່ນ​ກັນ ສະຖານທູດ​ອັງກິດ​ແລະ​ອີ​ຕາ​ລີ​ໃນນະຄອນຫລວງ​ ຕຣີ​ໂປ​ລີຂອງ​ລີ​ເບຍ​ ກໍໄດ້​ຖືກ​ໂຈມ​ຕີໃນອັນ​ທີ່ແລ​ເຫັນ​ໄດ້ວ່າເປັນການ​ຕອບ​ໂຕ້​ແກ້​ແຄ້ນຄືນຕໍ່​ການ​ຍິງ​ລູກ​ສອນ​ໄຟ​ໂຈມ​ຕີ​ຂອງ​ກຸ່ມ​ເນ​ໂຕ້​ ທີ່​ກ່າວ​ກັນ​ວ່າ ​ໄດ້​ສັງຫານ​ລູກ​ຊາຍ​ຄົນ​ນຶ່ງ​ແລະ​ຫລານ​ນ້ອຍ 3 ຄົນ​ຂອງ​ທ່ານ​ກາດ​ດາ​ຟີ ຜູ້​ນໍາ​ລີ​ເບຍນັ້ນ. ຄວາມ​ວຸ້ນວາຍ​ດັ່ງກ່າວ​ໄດ້​ກະ​ຕຸ້ນ​ໃຫ້​ສະຫະ​ປະຊາ​ຊາດ​ ​ຖອນ​ພວກ​ພະນັກງານ​ນາໆ​ຊາດ​ຂອງ​ຕົນ​ອອກ​ຈາກ​ກຸງ​ຕຣີ​ໂປ​ລີ.

ທ່ານ William Hague ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ​ ​ໄດ້ ກ່າວ​ປະນາມ​ການ​ໂຈມ​ຕີ​ພວກສະຖານທູດ​ ຊຶ່ງ​ໄດ້​ເຮັດ​ໃຫ້​ສະຖານທູດ​ຂອງອັງກິດ​ຖືກ​ໄຟ​ໄໝ້​ຢ່າງ​ຮ້າຍ​ແຮງ​ນັ້ນ. ທ່ານ Hague ກ່າວ​ວ່າ ການ​ໂຈມ​ຕີ​ສະຖານທູດ​ ​ແມ່ນ​ລະ​ເມີດ​ຕໍ່ສົນທິສັນຍາ​ Vienna ​ແລະ​ທ່ານກ່າວ​ຕື່ມ​ວ່າ ລັດຖະບານ​ຂອງ​ທ່ານ​ໄດ້​ເນລະ​ເທດ​ເອກ​ອັກຄະ​ລັດຖະທູດ​ລີ​ເບຍ​ປະ​ຈໍາ​ອັງກິດ.

ອີ​ຕາ​ລີ​ຢືນຢັນ​ວ່າ​ສະຖານທູດ​ຂອງ​ຕົນ​ແມ່ນ​ນຶ່ງ​ໃນ​ຫລາຍໆສະຖານທູດ​ໃນ​ກຸງ​ຕຣີ​ໂປ​ລີ ​ທີ່​ໄດ້​ຮັບ​ຄວາ​ມ​ເສຍ​ຫາຍ​ຈາກ​ການ​ທໍາລາຍ​ໂຈມ​ຕີແລະ ​ກ່າວ​ຫາ​ລັດຖະບານ​ທ່ານ​ກາດ​ດາ​ຟີ​ວ່າ ບໍ່​ໄດ້​ເອົາ​ມາດ​ຕະການ​ເພື່ອ​ປົກ​ປ້ອງ​ພວກ​ສະຖານທູດ​ຕ່າງປະ​ເທດ​.

ພວກ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ສ່ວນ​ຫລາຍ​ໄດ້​ອັດ​ສະຖານທູດ​ຂອງ​ຕົນ​ໃນ​ກຸງ​ຕຣີ​ໂປ​ລີ ​ແລະ​ອົບ​ພະຍົບພວກ​ພະນັກງານ​ຂອງ​ພວກ​ຕົນ​ອອກໄປກ່ອນ​ການ​ເຂົ້າ​ແຊກ​ແຊງ​ທາງ​ທະຫານ​ຂອງ​ກຸ່ມ​ເນ​ໂຕ້​ເລີ້ມ​ຂຶ້ນ​ ເມື່ອ​ຫລາຍ​ສັບປະດາ​ຜ່ານ​ມາ.

XS
SM
MD
LG