ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລູກຊາຍ ກາດດາຟີ ຖືກຈັບໄດ້ ທີ່ລີເບຍ


ທ້າວ Seif al-Islam Gadhafi ລູກຊາຍຄົນນຶ່ງຂອງມີ້ລາງຜູ້ນໍາ
ກາດດາຟີ ແຫ່ງລີເບຍ ທີ່ຖືກຈັບໄດ້ໃນວັນເສົາມື້ນີ້, ທີ 19 ພະຈິກ 2011.
ທ້າວ Seif al-Islam Gadhafi ລູກຊາຍຄົນນຶ່ງຂອງມີ້ລາງຜູ້ນໍາ ກາດດາຟີ ແຫ່ງລີເບຍ ທີ່ຖືກຈັບໄດ້ໃນວັນເສົາມື້ນີ້, ທີ 19 ພະຈິກ 2011.

















ບັນດາ​ເຈົ້າ​ໜ້າ​ທີ່​ທະຫານ​ຂອງ​ລີ​ເບຍ​ກ່າວ​ວ່າ ພວກ​ຕົນ​ຈັບ​ໄດ້​ລູກ​ຊາຍ​ຄົນ​ນຶ່ງຂອງ​ອະດີດ
​ຜູ້ນໍາ​ລີ​ເບຍ ມວມມາ ກາ​ດາ​ຟີ ທີ່​ຍັງ​ຫລົບໜີ​ຢູ່​ພາຍ​ໃນ​ປະ​ເທດ​ນັ້ນໄດ້​ແລ້ວ.

ໂຄສົກ​ທະຫານ​ຄົນ​ນຶ່ງ​ກ່າວ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ພວກ​ທະ​ຫານຈັບ​ນາຍ Seif al-Islam
Gadhafi ​ໄດ້ ຢູ່​ໃກ້ໆ​ເມືອງ ​ໂອ​ບາຣີ ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ໃກ້​ກັບ​ຊາຍ​ແດນ​ປະ​ເທດ
ໄນ​ເຈີ. ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເບິ່ງ​ຄື​ວ່າ ພວກ​ຜູ້​ຊ່ອຍວຽກນາຍ​ Seif al-Islam
ກໍາລັງພະຍາ​ຍາມ​ຈະ​ພາ​ຜູ້ກ່ຽວ​ໜີ​ເຂົ້າ​ໄປ​ໄນ​ເຈີ ທີ່​ໄດ້​ໃຫ້ການ​ລີ້​ໄພ​ແກ່​ແກ່​ນາຍ Saa
di Gadhafi ລູກຊາຍ​ອີກຄົນ​ນື່ງຂອງ​ກາດ​ດາ​ຟີ​ນັ້ນ​ແລ້ວ.

ປະ​ທານາທິບໍດີ​ໄນ​ເຈີ ທ່ານ Mahamadou Issoufou ​ໄດ້​ກ່າວ​ໃນ​ອາທິດ​ແລ້ວ​ນີ້​ວ່າ ຍັງ​
ບໍ່​ທັນ​ໄດ້​ມີ​ການ​ຕັດ​ສິນ​ໃຈ​ເທື່ອ​ວ່າຈະ​ເຮັດ​ແນວ​ໃດ ຖ້າ​ຫາກ​ວ່າ Seif al-Islam ​ເຂົ້າ​ໄປຂໍ​
ລີ້​ໄພ​ໃນ​ປະ​ເທດ​ຂອງ​ທ່ານ​.

ສານ​ອາ​ຍານາໆ​ຊາດ ຢາກ​ເອົາ​ຜູ້ກ່ຽວ​ມາ​ດໍ​າເນີນ​ຄະດີ​ໃນ​ຂໍ້​ຫາ​ກໍ່​ອາ​ຊະ​ຍາ​ກໍາ​ຕ້ານມະນຸດ
ຊາດ ​ໃນ​ຖານ​ໄດ້​ຊ່ວຍ​ນໍາພາ​ການກວາດ​ລ້າງປາບ​ປາມ​ການ​ປະ​ທ້ວງ​ຂອງ​ປະຊາຊົນ​ໃນ​ລະ
ຫວ່າງ​ການ​ປົກຄອງ​ຂອງ​ບິດາ​ຂອງ​ຜູ້ກ່ຽວ​ນັ້ນ.

ໃນ​ທ້າຍ​ເດືອນ​ແລ້ວ​ນີ້​ ໄອ​ຍະ​ການ​ສານອາ​ຍານາໆ​ຊາດ ທ່ານ Luis Moreno-Ocampo
ໄດ້​ກ່າວ​ວ່າ ທາງ​ສານ​ໄດ້​ທໍາ​ການ​ສົນທະນາ​ກັບ​ນາຍ Seif al-Islam ກ່ຽວ​ກັບ​ຄວາມ​ເປັນ​
ໄປ​ໄດ້ ​ໃນ​ການ​ເຂົ້າ​ມອບ​ໂຕ​ຂອງ​ຜູ້ກ່ຽວ ​ແລະຮັ​ບປະກັນ​ວ່າ​ຜູ້ກ່ຽວ​ຈະ​ໄດ້​ຮັບ​ການ​ພິຈາລະ
ນາ​ຄະດີ​ຢ່າງ​ຍຸດຕິ​ທໍາ.

XS
SM
MD
LG