ການລະດົມຍິງປືນໃຫຍ່ແລະການດັກຍິງໂດຍພວກກໍາລັງທີ່
ຈົງຮັກພັກດີຕໍ່ທ່ານ Moammar Gadhafi ຜູ້ນໍາລີເບຍໄດ້
ສັງຫານປະຊາຊົນໄປ 17 ຄົນໃນເມືອງ Misrata ໃນພາກ
ຕາເວັນຕົກຂອງປະເທດໃນວັນອາທິດວານນີ້ ໃນຂະນະທີ່
ການໂຈມຕີດ້ວຍຈະຫລວດແລະປືນໃຫຍ່ໃສ່ເມືອງ Ajdabi
ya ໃນພາກຕາເວັນອອກຂອງປະເທດໄດ້ເຮັດໃຫ້ພວກນັກ
ຕໍ່ສູ້ຝ່າຍກະບົດແລະພວກພົນລະເຮືອນຕ້ອງອົບພະຍົບຫລົບ
ໜີຈາກເມືອງດັ່ງກ່າວ.
ທີ່ເມືອງ Misrata ນັ້ນ ປະຊາຊົນຢ່າງນ້ອຍ 47 ຄົນໄດ້
ຮັບບາດເຈັບໃນການສູ້ລົບກັນໃນລະຫວ່າງທີ່ພວກກໍາລັງ
ນິຍົມທ່ານກາດດາຟີຍິງປືນໃສ່ສູນຕູບຜ້າໃບສໍາລັບປິ່ນປົວ
ພວກຄົນເຈັບແຫ່ງໜຶ່ງ, ເມືອງດັ່ງກ່າວໄດ້ຢູ່ພາຍໃຕ້ການ
ປິດລ້ອມຂອງລັດຖະບານມາໄດ້ 7 ສັບປະດາແລ້ວ ທີ່ພາ
ໃຫ້ເກີດວິກິດການດ້ານມະນຸດສະທໍາຮ້າຍແຮງຂຶ້ນນັບມື້
ນັ້ນ. ເຊື່ອກັນວ່າ ພວກພົນລະເຮືອນຫລາຍຮ້ອຍຄົນ
ໄດ້ເສຍຊີວິດຈາກການຕໍ່ສູ້ກັນແລະຈາກການລະດົມຍິງປືນໃຫຍ່ໂຈມຕີຂອງລັດຖະບານນັ້ນ.
ໃນເມືອງ Ajdabiya ການຍິງປືນໃຫຍ່ໂຈມຕີໂດຍກໍາລັງນີຍົມທ່ານກາດດາຟີ ໄດ້ພາໃຫ້ພວກຍວດຍານພາຫະນະທີ່ບັນທຸກພວກນັກຕໍສູ້ ແລະພວກພົນລະເຮືອນອາສາສະໝັກມຸ້ງໜ້າໄປທາງທິດເໜືອໂດຍຜ່ານພາຍຸຂີ້ຊາຍໄປສູ່ທີ່ໝັ້ນຂອງພວກກະບົດໃນເມືອງ Bengazi. ພວກກະບົດບາງຄົນຍັງຄົງປະຈໍາຢູ່ໃນທີ່ໝັ້ນແຫ່ງຕ່າງໆໃນເມືອງ Ajdabiya ນັ້ນເພື່ອປ້ອງກັນເມືອງດັ່ງກ່າວ.
ການຖອຍອອກຈາກເມືອງດັ່ງກ່າວຂອງພວກກະບົດມີຂຶ້ນໃນເວລາ 1 ມື້ຫລັງຈາກພວກກໍາ
ລັງນິຍົມທ່ານກາດດາຟີບຸກຄວາມຄືບໜ້າໄປຍັງເຂດອ້ອມແອ້ມເມືອງ Brega ຊຶ່ງເປັນເມືອງ
ທີ່ມີໂຮງກັ່ນນໍ້າມັນ 80 ຫລັກກິໂລແມັດໄປທາງທິດຕາເວັນຕົກ. ຢ່າງນ້ອຍພວກກະບົດ 7
ຄົນໄດ້ເສຍຊີວິດ ແລະບາດເຈັບ 27 ຄົນໃນວັນເສົາຜ່ານມານີ້ ຕາມຖະໜົນແຄມຝັ່ງທະເລ
ສາຍນຶ່ງທີ່ເຊື່ອມໂຍງລະຫວ່າງສອງຫົວເມືອງ.