ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາລີເບຍຮຽກຮ້ອງໄປຍັງ ພວກສະໜັບສະໜຸນທ່ານ


ທຸງຂອງພວກກະບົດປິວຢູ່ເໜືອຂຸມຝັງສົບຂອງນັກລົບຄົນນຶ່ງຂອງຝ່າຍກະບົດ ທີ່ເສຍຊີວິດໄປໃນການຕໍ່ສູ້ກັບກໍາລັງ ຂອງກາດດາຟີ ທີ່ເມືອງ Benghazi ທີ່ຢູ່ໃຕ້ການຄວບຄຸມຂອງພວກກະບົດ, ວັນທີ 17 ກໍລະກົດ 2011 ນີ້.
ທຸງຂອງພວກກະບົດປິວຢູ່ເໜືອຂຸມຝັງສົບຂອງນັກລົບຄົນນຶ່ງຂອງຝ່າຍກະບົດ ທີ່ເສຍຊີວິດໄປໃນການຕໍ່ສູ້ກັບກໍາລັງ ຂອງກາດດາຟີ ທີ່ເມືອງ Benghazi ທີ່ຢູ່ໃຕ້ການຄວບຄຸມຂອງພວກກະບົດ, ວັນທີ 17 ກໍລະກົດ 2011 ນີ້.

ທ່ານ​ກາດ​ດາ​ຟີ ຜູ້​ນໍາ​ລີ​ເບຍ​ ຮຽກຮ້ອງ​ໃຫ້​ພວກ​ສະໜັບສະໜຸນ​ທ່ານ ຈົ່ງ​ພາ​ກັນເດີນ​ຂະ​ບວນ
ໄປ​ຍັງໃນ​ເມືອງ Benghazi ​ທີ່ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພວກ​ກະບົດ​ ແລະ​ເມືອງ​ທ່າ​ກໍາ
ປັ່ນນໍ້າມັນ Brega ນັ້ນ.

ຄໍາ​ຮຽກຮ້ອງຂອງ​ທ່ານ​ກາດ​ດາ​ຟີ ​ໄດ້ຖືກ​ຖ່າຍ​ທອດ​ອອກ​ອາກາດ​ທາງ​ໂທລະພາບ​ແຫ່ງ​ລັດ​ລີ
ເບຍ​ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ອັນ​ທີ່ບັນ​ລະ​ຍາຍ​ກັນ​ວ່າ ​ເປັນຄໍາ​ປາໄສຕໍ່​ພວກ​ສະໜັບສະໜຸນ​
ທ່ານໃນ​ເມືອງ Ziwiyah ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​.

ໃນ​ຂະນະ​ດຽວ​ກັນພວກ​ກະບົດ​ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ລະ​ເບີດ​ຝັງດິນ​ແລະ​ການ​ຍິງ​ປືນ​
ໃຫຍ່ລະດົມມາໃສ່ໂດຍ​ກໍາລັງ​ທີ່​ນິຍົມ​ລັດຖະບາ​ໄດ້​ເຮັດ​ໃຫ້​ຄວາມ​ພະຍາຍາມ​ບຸກຄືບ​ໜ້າ​ໄປ​ສູ່​
ເມືອງ Brega ຂອງ​ເຂົາ​ເຈົ້າ​ຊ້າ​ລົງ.

ພວກ​ພະນັກງານແພດ​ແລະ​ຝ່າຍ​ກະບົດ​ກ່າວ​ວ່າ ພວກ​ນັກ​ຕໍ່ສູ້ຂອງ​ຝ່າຍ​ກະບົດຢ່າງ​ໜ້ອຍ 10
ຄົນ​ເສຍ​ຊີວິດ ​ນັບ​ແຕ່​ກໍາລັງ​ຝ່າຍ​ຄ້ານ​ໄດ້ເລີ້ມ​ລົງມື​ດໍາ​ເນີນ​ຄວາມພະຍາຍາມ​ເພື່ອ​ຍຶດ​ເອົາ​
ເມືອງໃນ​ພາກ​ຕາ​ເວັນ​ອອກ​ແຫ່ງ​ນີ້​ໃນ​ວັນ​ສຸກ​ຜ່ານ​ມາ​.

ການ​ປາ​ໄຊ​ຂອງ​ຝ່າຍ​ກະບົດ​ໃນ​ເມືອງ Brega ມີ​ຂຶ້ນ​ໃນ​ເວລາ 1 ມື້​ຫລັງ​ຈາກ​ລັດຖະບານ​
ຂອງຝ່າຍ​ຄ້ານ​ໄດ້​ຮັບ​ການ​ສົ່ງ​ເສີມ​ສະໜັບສະໜຸນທາງ​ການ​ທູດ ​ທີ່​ກອງ​ປະຊຸມ​ຂອງ​ກຸ່ມ​ຕິດ​
ຕໍ່​ລະຫວ່າງ​ຊາດ​ທີ່​ເທີກີ​ນັ້ນ.

30 ປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວໄດ້ປະກາດ​ຮັບ​ຮູ້​ສະພາປົກຄອງຊາດ​ໄລຍະ​ຂ້າມ
ຜ່ານຂອງ​ລີ​ເບຍ ​ວ່າ​ເປັນ​ອໍານາດ​ປົກຄອງທີ່ຖືກຕ້ອງ​ຕາມກົດໝາຍຂອງ​ລີ​ເບຍ. ສະຫະລັດ
ກໍ​ເປັນ​ນຶ່ງ​ໃນ​ບັນດາ​ປະ​ເທດທີ້ຮັບ​ຮູ້​ກຸ່ມ​ດັ່ງກ່າວຢ່າງ​ເປັນ​ທາງ​ການໃນ​ມື້ວານ​ນີ້ ​ເຖິງແມ່ນມີ
ຫລາຍ​ປະ​ເທດອໍານາດ​ໃຫຍ່ໆ​ຂອງ​ໂລກໄດ້​ໃຫ້ການ​ຮັບ​ຮູ້ໄປ​ກ່ອນ​ແລ້ວ​.

ການ​ເຄື່ອນ​ໄຫວ​ທີ່​ວ່າ​ນີ້ ຈະ​ອໍານວຍໃຫ້​ສະຫະລັດ​ແລະ​ພວກ​ປະ​ເທດ​ພັນທະ​ມິດ​ ສາມາດ
ປ່ອຍເງິນ​ຊ່ອຍ​ເຫລືອ​ໃຫ້​ແກ່​ພວກ​ກະບົດ​ໄດ້ ຊຶ່ງຈະມາ​ຈາກ​ຊັບ​ສິນ​ທີ່​ພວກປະ​ເທດ​ເຫລົ່າ​ນີ້
ໄດ້​ຍຶດ​ໄວ້ໃນ​ຊ່ວງ​ເວລາຫລາຍ​ເດືອນ​ຜ່ານ​ມາ​ນີ້ ຮວມທັງ​ເງິນ​ຈໍານວນ​ຫລາຍ​ກວ່າ 30 ຕື້
ໂດລາ ຢູ່​ໃນ​ບັນຊີ​ຂອງທະນາຄານ​ອະ​ເມຣິກັນ​ຫລາຍແຫ່ງ.

XS
SM
MD
LG