ນາຍົກລັດຖະມົນຕີຂອງລີເບຍໄດ້ສະເໜີທີ່ຈະສະຫງົບເສິກ ເພື່ອແລກ ປ່ຽນກັບການໃຫ້ກຸ່ມເນໂຕ້ທໍາການຢຸດຍິງໂດຍທັນທີ ໃນຂະນະທີ່ສານອາຍານາໆຊາດ ກຽມອອກອອກໝາຍຈັບເຈົ້າໜ້າທີ່ລີເບຍ 3 ຄົນໃນຂໍ້ ຫາກໍ່ອາຊະຍາກໍາຕໍ່ມະນຸດຊາດ.
ນາຍົກລັດຖະມົນຕີ Baghdadi al-Mahmoudi ຮຽກ
ຮ້ອງໃຫ້ມີການຢຸດຍິງກັນໃນວັນອາທິດວານນີ້ ທີ່ກຸງຕຣີໂປລີ ຫລັງຈາກໄດ້ພົບປະກັບທ່ານ Abdul Ilah Khatib ທູດພິເສດສະຫະປະຊາຊາດ. ຄໍາຮຽກຮ້ອງຂອງທ່ານມີຂຶ້ນໃນຂະນະທີ່ໂທລະພາບແຫ່ງຊາດຂອງລີເບຍ ລາຍງານວ່າ ການໂຈມຕີທາງອາກາດຄັ້ງໃໝ່ຂອງກຸມເນໂຕ້ໄດ້ເກີດຂຶ້ນໃນເມືອງ Zuwara ໃນພາກຕາເວັນຕົກຂອງລີເບຍໃກ້ກັບຊາຍແດນ ຕູນີເຊຍ.
ໃນຂະນະດຽວກັນນີ້ ທ່ານ Luis Moreno-Ocampo ຫົວໜ້າໄອຍະການຂອງສານອາຍານາໆຊາດ ກ່າວວ່າ ທ່ານຈະຍື່ນເອກະສານຍາວ 74 ໜ້າເຈ້ຍ ແຈ້ງຂໍ້ກ່າວຫາຕ່າງໆ ທີ່ວ່າກໍາລັງຂອງລີເບຍໄດ້ທໍາການໂຈມຕີຕໍ່ພວກພົນລະເຮືອນຢ່າງເປັນລະບົບ ນັບແຕ່ລີເບຍໄດ້ເລີ້ມທໍາການປາບປາມຢ່າງໂຫດຫ້ຽມຕໍ່ພວກກະບົດຕໍ່ຕ້ານລັດຖະບານໃນເດືອນກຸມພາເປັນຕົ້ນມາ.
ຄາດວ່າທ່ານ Moreno-Ocampo ຈະຂໍຮ້ອງໃນວັນຈັນມື້ນີ້ ໃຫ້ສານອອກໝາຍຈັບ 3 ອັນ ຊຶ່ງລາຍງານເວົ້າວ່າ ອາດຈະແມ່ນສໍາລັບກາດດາຟີກັບລູກຊາຍ 2 ຄົນກໍເປັນໄດ້. ພວກພິ ພາກສາສານຈະສຶກສາເບິ່ງຫລັກຖານທີ່ສະເໜີມານັ້ນ ກ່ອນຈະທໍາການຕັດສິນໃຈໃດໆ ວ່າຈະອອກໝາຍຈັບຫລືບໍ ສໍາລັບພວກຜູ້ຕ້ອງສົງໄສເຫລົ່ານີ້ ອັນເປັນຂັ້ນຕອນທີ່ເບິ່ງຄືວ່າ ຈະໃຊ້ເວລາຫລາຍສັບປະດາຢູ່.