ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກະບົດລີເບຍ ຂົ່ມຂູ່ ຈະໂດດດ່ຽວ ນະຄອນຫຼວງຕຣີໂປລີ


ນັກຕໍ່ສູ້ກະບົດລີເບຍຄົນນຶ່ງໃນເມືອງ Zawiya ສະແດງປະຕິກິລິຍາຕໍ່ຂ່າວ ທີ່ວ່າເມືອງ Surman ຈຸດຍຸດທະສາດ ສໍາຄັນຕົກຢູ່ໃນການຄວບຄຸມຂອງຝ່າຍກະບົດ,
ວັນທີ 16 ສິງຫາ 2011
ນັກຕໍ່ສູ້ກະບົດລີເບຍຄົນນຶ່ງໃນເມືອງ Zawiya ສະແດງປະຕິກິລິຍາຕໍ່ຂ່າວ ທີ່ວ່າເມືອງ Surman ຈຸດຍຸດທະສາດ ສໍາຄັນຕົກຢູ່ໃນການຄວບຄຸມຂອງຝ່າຍກະບົດ, ວັນທີ 16 ສິງຫາ 2011

ພວກ​ກະບົດ​ລີ​ເບຍ​ກໍາລັງ​ຂົ່ມຂູ່​ທີ່ຈະ​ໂດດດ່ຽວ​ນະຄອນຫລວງ​ຕຣີ​ໂປ​ລີ ​ໃນ​ຂະນະ​ທີ່ພວກ​
ເຂົາ​ເຈົ້າ​ຍຶດເອົາ​ຫົວ​ເມືອງ​ນ້ອຍໆ​ຕ່າງໆ​ໃນ​ພາກ​ໃຕ້​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ນະຄອນ
ຫລວງ ​ແລະ​ຕັດ​ສາຍ​ທາງ​ລໍາລຽງຕ່າງໆ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຊຸກຍູ້​ໃຫ້​ທ່ານ​ມວມ
ມາ​ກາດ​ດາ​ຟີ ຜູ້ນໍາ​ລີ​ເບຍ​ອອກ​ຈາ​ກອໍານາດ​ໄປ.

ພວກ​ກະບົດ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຄວບ​ຄຸມສ່ວນໃຫຍ່ ຂອງ​ເມືອງ Zawiya ຊຶ່ງ​ເປັນ​ເມືອງ
ຍຸດ​ທະ​ສາດ​ທີ່​ຕັ້ງ​ຢູ່​ຫ່າງ​ຈາກ​ຖານ​ອໍານາດ​ຂອງ​ທ່ານ​ກາດ​ດາ​ຟີໃນກຸງ​ຕຣີ​ໂປ​ລີໄປ​ທາງ​ກໍ້າ​ຕາ​
ເວັນຕົກ 50 ຫລັກ​ກິ​ໂລແມັດ. ພວກ​ນັກຕໍ່ສູ້​ຂອງ​ຝ່າຍ​ກະບົດ​ໄດ້​ເຂົ້​າໄປ​ໃນ​ເມືອງ Zawiya
ໃນວັນ​ເສົາ​ຜ່ານ​ມາ​ນີ້​ອັນ​ເປັນ​ການໂຈມຕີໃກ້​ທີ່​ສຸດ​ກັບ​ນະ​ຄອນ​ຫລວງ ນັບ​ແຕ່ກໍາລັງ​ຂອງ
ຝ່າຍ​ລັດຖະບານ​ທັບ​ມ້າງ​ຂະ​ບວນການ​ກະບົດ​ໃນ​ເມືອງ Zawiya ​ໃນ​ລະຫວ່າງ​ສັບປະດາ​
ຕົ້ນໆຂອງ​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ​ນັ້ນ.

ພວກ​ກໍາລັງ​ນິຍົມ​ທ່ານ​ກາດ​ດາ​ຟີ​ໄດ້​ຍິງຕໍ່ສູ້​ກັນ​ກັບ​ພວກ​ນັກ​ລົບ​ຝ່າຍກະບົດ​ໃນ​ເມືອງ
Zawiya ໃນ​ວັນ​ຈັນ​ວານ​ນີ້ ທີ່ພະຍາຍາມ​ຂັບໄລ່ໃຫ້ພວກ​ກະບົດ​ຖອຍ​ອອກ​ຈາກ​ໃຈກາງເມືອງ​
ນັ້ນ.

ໂຄ​ສົກ​ຄົນ​ນຶ່ງ​ຂອງ​ຝ່າຍ​ກະບົດ​ເວົ້າ​ວ່າ ພວກ​ນັກ​ຕໍ່ສູ້​ຂອງ​ຕົນ​ຍັງ​ຍຶດ​ໄດ້ເມືອງ Surman ​ຊຶ່ງ​
ຕັ້ງຢູ່ຫ່າງ​ຈາກ​ນະຄອນຫລວງ​ຕຣີ​ໂປ​ລີ​ໄປທາງ​ກໍ້າ​ຕາ​ເວັນ​ຕົກ 60 ຫຼັກກິໂລແມັດ ແລະເມືອງ
Gharyan 80 ຫລັກ​ກິ​ໂລ​ແມັດຫ່າງຈາກນະຄອນຫຼວງໄປທາງທິດໃຕ້ ​ແຕ່ການ​ກ່າວ​ອ້າງ​
ຂອງ​ກະບົດ​ນີ້ ​ຍັງບໍ່​ສາມາດ​ຢືນຢັນ​ໄດ້​ຈາກ​ແຫ​ລ່ງຂ່າວ​ທີ່​ເປັນ​ອິດ​ສະລະ.

ການ​ຄວບ​ຄຸມ​ເມືອງ Zawiya ​ເມືອງ Surman ​ແລະ​ເມືອງ Gharyan ​ໄດ້​ນີ້​ຈະ​ອໍານວຍ​
ໃຫ້​ພວກ​ກະບົດ​ຕັດ​ຂາດ​ກຸງ​ຕຣີ​ໂປ​ລີຈາກ​ທາງ​ຫລວງ​ສາຍ​ສໍາຄັນ​ໄປ​ຍັງ​ພາກ​ໃຕ້​ແລະ​ທາງ​
ຫລວງ​ອີກ​ສາຍ​ນຶ່ງໃນ​ພາກ​ຕາ​ເວັນ​ຕົກ​ໄປ​ຫາ​ປະ​ເທດ​ຕູ​ນີ​ເຊຍ ນັ້ນ.

XS
SM
MD
LG