ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດເຫດລະ​ເບີດ​ ຢູ່ນອກ​ ສໍານັກງານຜູ້ຕາງໜ້າ​ ສຫລ ​ທີ່ລີເບຍ (ວີດີໂອ)


ຄວາມຮຸນແຮງເລີ່ມທະວີຂຶ້ນ ໃນລີເບຍ ກ່ອນການເລືອກຕັ້ງເສລີທົ່ວປະເທດ
ໃນວັນທີ 19 ມີຖຸນາ 2012 ນີ້.
ຄວາມຮຸນແຮງເລີ່ມທະວີຂຶ້ນ ໃນລີເບຍ ກ່ອນການເລືອກຕັ້ງເສລີທົ່ວປະເທດ ໃນວັນທີ 19 ມີຖຸນາ 2012 ນີ້.

ລະ​ເບີດ​ລູກ​ນຶ່ງໄດ້​ແຕກ​ຂຶ້ນຢູ່ຂ້າງ​ນອກ​ຂອງສໍານັກງານຜູ້ຕາງໜ້າ​ສະຫະລັດ ​ໃນ​ເມື​ອ​ງ
Benghazi ທາງ​ພາກ​ຕະ​ເວັນ​ອອກ​ຂອງລີເບຍ​ ​ຊຶ່ງ​ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ ​ແຕ່​ກໍ​ໄດ້
ເຮັດ​ໃຫ້​ມີ​ຄວາມ​ເປັນ​ຫ່ວງ​ເປັນໃຍເພີ່ມ​ຂຶ້ນກ່ຽວ​ກັບຄວາມ​ບໍ່​ທຸ່ນ​ທ່ຽງ​ຂອງ​ປະ​ເທດ​
ຂະນະ​ທີ່​ລີ​ເບຍ​ພວມ​ວາງ​ແຜນ​ທີ່​ຈະ​ຈັດການ​ເລືອກ​ຕັ້ງ​ຄັ້ງ​ປະຫວັດສາດ​.

​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ​ຂອງ​ສະຫະລັດໃນ​ລີ​ເບຍ ກ່າວ​ວ່າ ການ​ໂຈມຕີ​ໃນຕອນ​ຄໍ່າຂອງວັນອັງ
ຄານຜ່ານ​ມາ​ນີ້ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍໃຫ້ປະຕູ​ດ້ານ​ໜ້າ​ຂອງ​ສໍານັກງານ​. ​ເຈົ້າ​ໜ້າ​ທີ່
​ທີ່​ຂໍ​ສະຫງວນ​ນາມ​ທ່ານ​ນີ້ ກ່າວ​ຕໍ່ VOA ​ໃນ​ວັນ​ພຸດ​ວານ​ນີ້ວ່າ ຕຶກອາຄານ​ໃຫຍ່​ນັ້ນ​
ແມ່ນ​ບໍ່​ໄດ້​ຮັບ​ຜົນ​ກະທົບແຕ່​ຢ່າງ​ໃດ.

​ເຫດລະ​ເບີດໃນ​ເມື​ອ​ງ Benghazi ​ມີ​ຂຶ້ນ 2 ອາທິດ​ ກ່ອນ​ລີ​ເບຍມີກໍ​ານົດຈັດ​ການ​ເລືອກ
​ຕັ້ງ​ແບບ​ເສລີ​ໃນ​ທົ່ວ​ປະ​ເທດ​ຂຶ້ນ ຫຼັງຈາກອະດີດ​ຜູ້ນໍາ ທ່ານ Moammar Gadhafi ທີ່​ໄດ້
​ເຂົ້າຢຶດອຳນາດ​ໃນ​ການກໍ່​ລັດຖະປະຫານໃນ​ປີ 1969 ນັ້ນ ​ໄດ້​ຖືກ​ສັງຫານ​ໃນ​ປີ​ກາຍ​ນີ້
ທ່າມກາງ​ການ​ລຸກ​ຮື​ຂຶ້ນ​ຂອງ​ປະຊາຊົນ​ນັ້ນ.

ຄວາມ​ເຄັ່ງ​ຕຶງ​ພວມ​ເພີ່ມ​ທະວີ​ຂຶ້​ນ ກ່ອນການ​ປ່ອນ​ບັດ​ໃນ​ວັນ​ທີ 19 ມິຖຸນານີ້ ເພື່ອເລືອກ
​ເອົາສະມາຊິກ 200​ ຄົນ ເຂົ້ານັ່ງໃນສະພາ ທີ່​ຈະຮ່າງ​ລັດຖະທໍາ​ມະນູນສະບັບ​ໃໝ່ ​ແລະ​
ຈັດ​ຕັ້ງ​ຄະນະ​ລັດຖະບານ​ບໍລິຫານ​ປະ​ເທດ.

ທ່າມກາງ​ການ​ຮຸນ​ແຮງ​ລະຫວ່າງພັກ​ຝ່າຍ​ຕ່າງໆຂອງພວກ​ຊົນ​ເຜົ່າ​ແລະ​ຄະນະ​ລັດຖະບານ​
ທີ່​ຮັກສາ​ການ​ຊົ່ວຄາວ ກໍ​ໄດ້​ມີ​ລາຍ​ງານ​ວ່າ ການ​ເລືອກ​ຕັ້ງ​ຈະ​ຕ້ອງ​ຖືກ​ເລື່ອນ​ເວລາ​ອອກ​ໄປ.

ເບິ່ງວີດີໂອ ຍັງມີປະທະກັນ ລະຫວ່າງກຸ່ມທະຫານບ້ານ ທີ່ເປັນປໍລະປັກ

XS
SM
MD
LG