ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກາດດາຟີຮຽກຮ້ອງໃຫ້ ປະຊາຊົນລຸກຂຶ້ນມາຕໍ່ສູ້


ພວກກະບົດລີເບຍພາກັນສະເຫລີມສະຫລອງໄຊຊະນະ ຫລັງຈາກຍຶດເອົາພາກສ່ວນນຶ່ງຂອງເມືອງທ່າ Zawiya ໄດ້, ວັນທີ 14 ສິງຫາ 2011.
ພວກກະບົດລີເບຍພາກັນສະເຫລີມສະຫລອງໄຊຊະນະ ຫລັງຈາກຍຶດເອົາພາກສ່ວນນຶ່ງຂອງເມືອງທ່າ Zawiya ໄດ້, ວັນທີ 14 ສິງຫາ 2011.

ທ່ານ​ ​ມວມມາ​ ກາດ​ດາ​ຟີ ຜູ້​ນໍາ​ລີ​ເບຍ ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ຂອງ​ທ່ານ ​ຈັບ​ອາວຸດຂຶ້ນ
ມາ​ຕໍ່ສູ້ ​ເພື່ອ​ປົດ​ປ່ອຍ​ລີເບຍ.

ໃນ​ສານ​ທີ່​ອັດ​ໄວ້​ແລະ​ນໍາອອກ​ອາກາດ​ທາງ​ໂທລະພາບ​ລີ​ເບຍ​ໃນ​ເຊົ້າ​ວັນຈັນ​ມື້​ນີ້ ທ່ານ​ກາດ​
ດາ​ຟີ​ໄດ້​ຮຽກຮ້ອງໃຫ້ປະຊາຊົນ​ລີ​ເບຍ ​ພາກັນ​ຕໍ່ສູ້ເພື່ອຍຶດ​ເອົາຫົວ​ເມືອງ​ຕ່າງໆ​ທີ່​ຕົກໄປຢູ່
ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ​ກະບົດ​ນັ້ນຄືນມາ.

ເວລາ​ນີ້​ ພວກ​ກະບົດ​ກໍາລັງ​ບຸກຄືບ​ໜ້​າເຂົ້າມາ​ໃກ້​ນະຄອນຫລວງ​ຕຣີ​ໂປ​ລີຫລາຍ​ຂຶ້ນ​ເລື້ອຍໆ
ຊຶ່ງ​ວັນ​ອາທິດ​ວານ​ນີ້ ພວກ​ກະບົດ​ກ່າວ​ອ້າງ​ວ່າ ພວກ​ຕົນໄດ້​ເຂົ້າ​ຄວບ​ຄຸມຫລາຍ​ພາກສ່ວນ
ແລ້ວ​ໃນ​ເມືອງ​ຍຸດ​ທະ​ສາດ Zawiya ອັນ​ເປັນ​ການກ່າວ​ອ້າງ​ທີ່​ລັດຖະບານ​ລີ​ເບຍ​ປະຕິ​ເສດ​ນັ້ນ.

ເມືອງ Zawiya ຕັ້ງ​ຢູ່​ໃກ້​ກັບທາງຫລວງທີ່​ສໍາຄັນ​ສາຍ​ນຶ່ງ ຊຶ່ງ​ໄກ​ຈາກ​ນະຄອນຫລວງ​ຕຣີ​ໂປ
ລີໄປ​ທາງ​ທິດ​ຕາ​ເວັນ​ຕົກພຽງ​ແຕ່ 50 ຫລັກກິ​ໂລແມັດ. ຖ້າ​ພວກ​ກະບົດ​ຄວບ​ຄຸມ​ເມືອງ​ນີ້​ໄດ້​
ກໍ​ຈະເທົ່າ​ກັບ​ຕັດ​ກຸງ​ຕຣີ​ໂປລີ​ ຂາດຈາກ​ເສ້ນ​ທາງ​ລໍາລຽງ​ຕ່າງໆ.

ພວກ​ກະບົດ​ກ່າວ​ວ່າ ພວກ​ຕົນ​ໄດ້​ບຸກຄືບ​ເລີກ​ເຂົ້າ​ໄປ​ໃນເຂດ​ຕາ​ເວັນ​ຕົກ​ຂອງ​ເມືອງ​ Zawiya
ແຄມ​ຝັ່ງ​ທະ​ເລ​ນັ້ນ​ອີກໃນ​ວັນ​ອາທິດ​ວານ​ນີ້ ​ເຖິງ​ແມ່ນ​ໄດ້​ມີ​ການ​ປະ​ທະ​ກັນ​ຢ່າງດຸ​ເດືອດ​ກັບ
ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ຜູ້​ນໍາ​ກາດ​ດາ​ຟີ​ກໍ​ຕາມ.

ພາບ​ວີ​ດີໂອ​ທາງ​ໂທລະພາບ​ໃນ​ວັນ​ອາທິດ​ວານ​ນີ້ ສະ​ແດງ​ໃຫ້​ເຫັນ​ພວກກະບົດ​ໄດ້​ຊັກທຸງ​ໃນ
ສະ​ໄໝ​ກ່ອນ​ຍຸກ​ກາດ​ດາ​ຟີ​ຂຶ້ນ​ເສົາຢູ່​ໃນ​ເມືອງ ແລະພາກັນ​ຍິງ​ປືນ​ຂຶ້ນ​ຟ້າ​ ສະ​ເຫລີ​ມສະຫລອງ​
ກັນ. ແຕ່ໂຄສົກ​ປະ​ຈໍາ​ລັດຖະບານ​ລີ​ເບຍກ່າວ​ວ່າ ລັດຖະບານ​ຍັງ​ຄວບ​ຄຸມ​ເມືອງ​ນີ້​ຢູ່.

ເມືອງ Zawiya ​ໄດ້​ຕົກ​ຢູ່​ໃນ​ການ​ຄຸ້ມ​ຄອງ​ຂອງທັງສອງ​ຝ່າຍ​ ປ່ຽນ​ໄປ​ປ່ຽນ​ມາ​ຫລາຍ​ຄັ້ງ​ແລ້ວ
ແລະ​ເປັນ​ເມືອງ​ນຶ່ງໃນ​ຫລາຍ​ໆຫົວ​ເມືອງທໍາ​ອິດ ທີ່​ລຸກ​ຂຶ້ນ​ຕໍ່ຕ້ານ​ທ່ານກາດ​ດາ​ຟີ ​ໃນ​ເວລາ
ບໍ່ດົນ​ຫລັງ​ຈາກ​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ​ຂອງ​ມະຫາຊົນໄດ້​ເລີ້ມ​ຂຶ້ນ​ໃນ​ເດືອນ​ກຸມພາ
ຜ່ານ​ມາ​.

XS
SM
MD
LG