ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກ​ນັກ​ລົບ ລັດຖະບານ​ຊົ່ວຄາວ ຂອງ​ລີ​ເບຍ ໂຈມ​ຕີ​​ເມືອງ​ Sirte ອີກ


ພວກຕໍ່ຕ້ານ ກາດດາຟີ ກໍາລັງສູ້ລົບ ທີ່ເມືອງ Sirte
ພວກຕໍ່ຕ້ານ ກາດດາຟີ ກໍາລັງສູ້ລົບ ທີ່ເມືອງ Sirte

ພວກ​ນັກ​ຕໍ່ສູ້​ຂອງລັດຖະບານ​ຊົ່ວຄາວຂອງ​ລີ​ເບຍ ຫລາຍ​ຮ້ອຍ​ຄົນ ​ໄດ້​ເປີດ​ສາກ​ທໍາ
ການ​ໂຈມ​ຕີ​ຕໍ່​ເມືອງ​ Sirte ແຄມ​ທະ​ເລ ນຶ່ງ​ມື້​ຫລັງ​ຈາກ​ທີ່ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້
ເຂົ້າຍຶດເອົາເມືອງ Bani Walid ​ຊຶ່ງ​ເປັນ​ທີ່​ໝັ້ນ​ສຸດ​ທ້າຍ​ອີກ​ແຫ່ງ​ດຽວ ຂອງ​ພວກ​ທີ່​
ຈົງ​ຮັກ​ພັກດີຕໍ່​ອະດີດ​ຜູ້​ນໍາ​ Moammar Gadhafi.

ພວກ​ນັກ​ລົບ​ທີ່​ນິຍົມ​ກາດ​ດາ​ຟີ ​ໄດ້​ຖືກ​ຕ້ອນເຂົ້າໄປ​ຢູ່​ໃນ​ເຂດ​ນ້ອຍໆ​ເຂດ​ນຶ່ງ​ຂອງ​ເມືອງ
Sirte ທີ່​ກໍາລັງ​ຂອງ​ສະພາ​ປົກຄອງໄລຍະ​ຂ້າມ​ຜ່ານ​ແຫ່ງ​ຊາດ ຫລື NTC ​ ​ພະຍາຍາມ​
ເຂົ້າ​ຍຶດ​ເອົາ ​ມາ​ໄດ້​ຫລາຍ​ອາທິດ​ແລ້ວ. ພວກ​ເຈົ້າ​ໜ້າທີ່ NTC ​ໄດ້ກ່າວ​ວ່າ ການ​ຍຶດ
ເອົາ​ເມືອງ​ບ້າ​ນເກີດ​ຂອງ​ກາດ​ດາ​ຟີ​ໄດ້ ​ແມ່ນ​ຈະ​ອໍານວຍ​ໃຫ້​ເຂົາ​ເຈົ້າ​ສາມາດ​ປະກາດ
ໄດ້​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ປົດ​ປ່ອຍ​ລີ​ເບຍ​ແລ້ວ.

ໃນ​ວັນ​ຈັນ​ວານນີ້​ ເຈົ້າ​ໜ້າ​ທີ່​ຂອງສະພາປົກຄອງ​ໄລ​ຍະ​ຂ້າມ​ຜ່ານ​ແຫ່ງ​ຊາດລີເບຍ ​
ກ່າວ​ວ່າ ​ເມືອງ​ທະ​ເລ​ຊາຍ​ Bani Walid ​ແມ່ນ​ປອດ​ຈາກພວກນັກລົບ ຂອງກາດ​
ດາ​ຟີ​ຢ່າງ​ສິ້ນ​ເຊີງ​ແລ້ວ. ກອງ​ກໍາລັງ​ຂອງລັດຖະບານ​ຊົ່ວຄາວ​ລີເບຍ​ໄດ້​ທໍາ​ການ​
ບຸກໂຈມຕີບັ້ນ​ໃໝ່​ ໃນ​ວັນ​ອາທິດຜ່ານ​ມານີ້ ຕໍ່​ເມືອງ Bani Walid ຊຶ່ງ​ຫ່າງ​ຈາກ​
ນະຄອນຫຼວງ Tripoli ໄປທາງທິດຕາເວັນອອກສຽງໃຕ້ ປະມານ 170 ກິ​ໂລແມັດ.

XS
SM
MD
LG