ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

NTC ​ຄາດ​ວ່າ ທີ່​ໝັ້ນສຸດ​ທ້າຍ​ຂອງ Gadhafi ​ຈະ​ຕົກໃນໄວໆນີ້


ພວກ​ຕໍ່ຕ້ານ​ກຸ່ມ Gadhafi ​ໄດ້​ເຂົ້າ​ຍຶດ​ເອົາສູນ​ກາງປະຊຸມ ບ່ອນ​ທີ່​ພວກ​ທີ່​ຈົງ​ຮັກ​ພັກດີ​ຕໍ່ Gadhafi ​ໄດ້​ໃຊ້​ໃນຖານ​ປະຕິບັດ​ງານ​ນັ້ນ
ພວກ​ຕໍ່ຕ້ານ​ກຸ່ມ Gadhafi ​ໄດ້​ເຂົ້າ​ຍຶດ​ເອົາສູນ​ກາງປະຊຸມ ບ່ອນ​ທີ່​ພວກ​ທີ່​ຈົງ​ຮັກ​ພັກດີ​ຕໍ່ Gadhafi ​ໄດ້​ໃຊ້​ໃນຖານ​ປະຕິບັດ​ງານ​ນັ້ນ

ຫົວໜ້າລັດຖະບານຊົ່ວຄາວ​ຂອງລີເບຍ ກ່າວ​ວ່າ ທ່ານ​ຄາດ​ວ່າ ທີ່​ໝັ້ນສຸດ​ທ້າຍ
ທັງຫລາຍຂອງພວກ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ອະດີດ​ຜູ້​ນໍາ Moammar Gadhafi ​ຈະ
​ຕົກ ພາຍໃນອາທິດ​ນີ້ ​ໃນຂະນະທີ່ການ​ປະ​ທະ​ກັນ​ຍັງດໍາເນີນສືບຕໍ່ມາຢູ່​ໃນ​ເມືອງ
​ເຊີ​ຕ (Sirte) ບ້ານເກີດຂອງ Gadhafi ນັ້ນ.

ປະທານ​ຂອງ​ສະພາ​ປົກຄອງໄລຍະ​ຂ້າມ​ຜ່ານ​ແຫ່ງ​ຊາດ​ຂອງ​ລິ​ເບຍ ຫລື NTC
ທ່ານ Mustafa Abdel Jalil ​ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ນີ້​ວ່າ ກອງກໍາລັງຂອ ຝ່າຍ
ຕໍ່ຕ້ານ Gadhafi ໄດ້ທໍາ​ຄວາມ​ກ້າວໜ້າ​ຢ່າງ​ຫລວງຫລາຍໃນເຂດເມືອງ Sirte
ແລະເມືອງ Bani Walid ທາງກໍ້າ​ຕາ​ເວັນຕົກ​ສຽງ​ໃຕ້​ຂອງ​ນະຄອນຫຼວງຂອງ
​ປະ​ເທດ.

ໃນເມືອງ Sirte ນັ້ນ ພວກ​ຕໍ່ສູ້​ຂອງ NTC ກ່າວ​ວ່າ ພວກ​ເຂົາເຈົ້າໄດ້​ຍຶດ​ເອົາ
ຫລາຍໆ​ຕຶກຂອງສູນ​ກາງປະຊຸມ ບ່ອນ​ທີ່​ພວກ​ທີ່​ຈົງ​ຮັກ​ພັກດີ​ຕໍ່ Gadhafi ​
ໄດ້​ໃຊ້​ໃນຖານ​ປະຕິບັດ​ງານ​ນັ້ນ. ພວກ​ເຂົາເຈົ້າຍັງ​ກ່າວ​ອ້າງ​ອີກວ່າ ​ເຂົາ​ເຈົ້າ​
ໄດ້​ຍຶດ​ເອົາ​ໂຮງພະຍາບານ​ແລະ​ມະຫາວິທະຍາ​ໄລຂອງ​ເມືອງ​ນໍາ ຫຼັງ​ຈາກ​ທີ່
​ໄດ້ເປີດ​ສາກ​ທໍາ​ການໂຈມ​ຕີຕໍ່​ເມືອງ Sirte ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ນີ້.

ມີ​ນັກ​ຕໍ່ສູ້​ຂອງ​ພວກ NTC 30 ກວ່າຄົນໄດ້​ຖືກ​ສັງ​ຫານ ​ໃນ​ການ​ສູ້​ລົບ​ກັນເປັນ​
ເວລາ 3 ມື້​ນັ້ນ ​ແ​ລະ​ຫລາຍ​ກວ່າ 400 ຄົນ​ ໄດ້​ຮັບ​ບາດ​ເຈັບ. ແຕ່​ບໍ່​ຮູ້​ຈໍານວນ
​ພວກ​ບາດ​ເຈັບລົ້ມ​ຕາຍ​ຂອງ​ຝ່າຍ​ກາດ​ດາ​ຟີ.

ເຈົ້າ​ໜ້າ​ທີ່​ຂອງ NTC ກ່າວ​ວ່າ ການ​ໄດ້​ເຂົ້າ​ຍຶດຄອງເມືອງ Sirte ນັ້ນ​ຈະອໍານວຍ​
ໃຫ້​ເຂົາ​ເຈົ້າ ສາມາດປະກາດ​ເຖິງ​ການ​ປົດ​ປ່ອຍປະ​ເທດ​ໄດ້ ​ເພາະ​ນັ້ນ​ໝາຍ​ເຖິງ​ວ່າ
ທາງລັດຖະບານຊົ່ວຄາວ ​ໄດ້​ຄອບຄອງທ່າເຮືອແລະ​ອ່າວ​ທຸກ​ແຫ່ງ​ ຂອງປະ​ເທດ​
ທັງ​ໝົດ​ແລ້ວ.

XS
SM
MD
LG