ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

NTC ໂຈະ​ການ​ປະກາດ ຄະນະ​ລັດຖະບານ​ຊຸດ​ໃໝ່​


ພວກນັກລົບຂອງຝ່າຍສະພາປົກຄອງໄລຍະຂ້າມຜ່ານຂອງລີເບຍ ຕັ້ງທີ່ໝັ້ນຢູ່ນອກປະຕູເຂົ້າເມືອງບານີ ວາລີດ ທາງດ້ານເໜືອ ແລະມອງເບິ່ງໄປຍັງເມືອງ ບ່ອນທີ່ມີຄວັນໄຟກຸ້ມຂຶ້ນສູ່ທ້ອງຟ້າ, ວັນທີ 18 ກັນຍາ 2011.
ພວກນັກລົບຂອງຝ່າຍສະພາປົກຄອງໄລຍະຂ້າມຜ່ານຂອງລີເບຍ ຕັ້ງທີ່ໝັ້ນຢູ່ນອກປະຕູເຂົ້າເມືອງບານີ ວາລີດ ທາງດ້ານເໜືອ ແລະມອງເບິ່ງໄປຍັງເມືອງ ບ່ອນທີ່ມີຄວັນໄຟກຸ້ມຂຶ້ນສູ່ທ້ອງຟ້າ, ວັນທີ 18 ກັນຍາ 2011.

ອໍານາດ​ປົກຄອງ​ຊົ່ວຄາວຂອງ​ລີ​ເບຍ ກໍາລັງ​ປະສົບ​ກັບ​ການ​ທ້າ​ທາຍທາງ​ທະຫານ​ແລະ
​ການ​ເມືອງ ​ໃນ​ຂະນະ​ທີ່​ພວກ​ນັກ​ລົບ​ຂອງ​ຕົນປະ​ເຊີນກັບ​ການຕ້ານ​ຢັນ​ຢູ່​ຕໍ່​ມາ ຢູ່​ໃນ​ເຂດ
​ທີ່​ໝັ້ນ​ທີ່​ຍັງເຫລືອ​ຢູ່​ຂອງ Moammar Gadhafi ອະດີດຜູ້​ນໍາ​ລີ​ເບຍ ແລະພວກຜູ້​ນໍາ
​ຂອງສະພາປົກຄອງໄລຍະ​ຂ້າມ​ຜ່ານຫລື NTC ນັ້ນ​ ໄດ້ໂຈະ​ການ​ປະກາດຄະນະ​ລັດຖະ
ບານ​ຊຸດ​ໃໝ່​ນັ້ນ​ໄວ້.

ພວກ​ນັກ​ລົບ​ອາສາ​ສະມັກຂອງ NTC ​ໄດ້​ພາກັນປົບ​ໜີ​ຢ່າງ​ຊຸນ​ລະມຸນ​ໃນ​ວັນ​ອາທິດ
​ວານ​ນີ້ ຈາກເມືອງທະ​ເລຊາຍ​ Bani Walid ທີ່​ມີ​ການ​ປ້ອງ​ກັນ​ຢ່າງ​ແຂງ​ແຮງ​ໂດຍ​ພວກ
ທີ່ຈົງຮັກພັກດີຕໍ່ທ່ານ Gadhafi ທີ່​ໄດ້​ໃຊ້ປືນຄົກແລະ​ມືປືນດັກ​ຍິງ ໂຈມ​ຕີ​ພວກ​ເຂົາ​ເຈົ້າ.

ກອງທະຫານ​ປະ​ຈໍາ ທີ່​ໄດ້​ຮັບ​ການ​ເຝິກອົບຮົມ​ມາຂອງອໍານາດ​ປົກຄອງ​ຊົ່ວຄາວ ໄດ້
​ຖອນ​ອອກໄປຈາກເມືອງ​ Bani Walid ຫຼັງ​ຈາກ​ທີ່​ບໍ່​ສາມາດ​ເຂົ້າ​ຍຶດ​ເອົາ​ເມືອງ​ດັ່ງກ່າວໄດ້
​ໃນ​ການ​ສູ້​ລົບ​ກັນ​ກ່ອນ​ໜ້າ​ນັ້ນ. ພວກ​ນັກ​ລົບ​ອາສາ​ສະມັກ ທີ່​ເລືອກ​ຈະ​ຕໍ່ສູ້​ຢູ່ໃນ​ແນວ​ໜ້າ
​ຕໍ່​ໄປນັ້ນ​ ແມ່ນ​ໄດ້​ຖືກ​ໂຈມ​ຕີ​ຢ່າງ​ໜັກ.

ໃນເມືອງ Sirte ​ບ້ານ​ເກີດຂອງທ່ານ Gadhafi ​ເອງນັ້ນ ກອງກໍາ​ລັງຂອງ​ຝ່າຍ ​NTC
ກໍໄດ້​ປະສົບ​ກັບ​ການ​ຕ້າ​ນຍັນຢ່າງ​ໜັກ​ເຊ່ນ​ກັນ.​ ພວກ​ນັກ​ລົບ​ຂອງ NTC ​ສ່ວນ​ໃຫຍ່​ທີ່
​ທໍາ​ການປິດ​ລ້ອມ​ເມືອງ​ດັ່ງກ່າວ ແມ່ນ​ມາ​ຈາກກອງ​ພົນ​ນ້ອຍທີ່​ມີປະສົບ​ການແລະ​ຜ່ານ
​ການ​ສູ້​ລົບ​ທີ່​ເມືອງ Misrata ມາ​ແລ້ວ.

ສະພາ​ປົກຄອງ​ໄລຍະ​ຂ້າມ​ຜ່ານ​ແຫ່ງ​ຊາດ ຫຼື NTC ​ໄດ້​ວາງ​ແຜນ​ທີ່​ຈະ​ເປີດ​ເຜີຍ​ຄະນະ
ລັດຖະບານ​ຊຸດ​ໃໝ່ໃນ​ວັນ​ອາທິດ​ວານ​ນີ້ ​ແຕ່​ທ່ານ Mahmoud Jibril ນາຍົກລັດຖະມົນ
ຕີຊົ່ວຄາວບອກ​ກັບ​ພວກ​ນັກ​ຂ່າວ​ວ່າ ການ​ຕໍ່​ລອງ​ກັນໃນ​ນາທີສຸດ​ທ້າ​ຍໄດ້​ພາ​ໃຫ້​ມີ​ການ
ເລື່ອນການ​ປະກາດ​ດັ່ງກ່າວ​ອອກ​ໄປ ຢ່າງ​ບໍ່​ມີ​ກໍານົດ.

XS
SM
MD
LG