ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳຊົ່ວຄາວຂອງລີເບຍ ຮຽກຮ້ອງໃຫ້ສ້າງຕັ້ງ ປະເທດປະຊາທິປະໄຕ


ທ່ານ Mustafa Abdel Jalil, ປະທານສະພາປົກຄອງໄລຍະຂ້າມ
ຜ່ານລີເບຍ.
ວັນທີ 13 ກັນຍາ 2011.
ທ່ານ Mustafa Abdel Jalil, ປະທານສະພາປົກຄອງໄລຍະຂ້າມ ຜ່ານລີເບຍ. ວັນທີ 13 ກັນຍາ 2011.

ຫົວໜ້າ​ລັດຖະບານ​ຊົ່ວຄາວ​ຂອງ​ລີ​ເບຍ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ສະໜັບສະໜຸນ​ທີ່​ຮ້ອງເຊຍ
ລັດຖະບານ​ຫຼາຍ​ພັນ​ຄົນ​ໃນ​ນະຄອນຫລວງ​ຕຣີ​ໂປ​ລີໃນ​ແລງ​ວັນ​ຈັນ​ວານ​ນີ້ ​ໃຫ້​ສະໜັບ
ສະໜຸນ​ລັດ​ທີ່​ປົກຄອງ​ໂດຍ​ພົນລະ​ເຮືອນ​ແລະ​ປະຊາທິປະ​ໄຕ​ທີ່​ນັບຖື​ສາສະໜາ​ອິສລາມ
ແລະ​ເຄົາລົບ​ນັບຖື​ຕໍ່ການປົກຄອງດ້ວຍຕົວບົດກົດໝາຍ.

ທ່ານ Mustafa Abdel Jalil ປະທານ​ສະພາປົກຄອງໄລຍະ​ຂ້າມ​ຜ່ານແຫ່ງ​ຊາດ ກ່າວ
ວ່າ​ລັດຖະບານ​ຊົ່ວຄາວ​ຂອງ​ທ່ານ​ພະຍາຍາມ​ຊອກ​ຫາສ້າງຕັ້ງ​ລັດ​ຫລືປະ​ເທດ​ບ່ອນ​ທີ່​ກົດ​
ສາສະໜາ​ອິສລາມ​ເປັນ​ພື້ນຖານ​ຂອງ​ການ​ອອກ​ກົດໝາຍ ​ແຕ່​ປະຕິ​ເສດ​ຕໍ່​ຫລັກ​ອຸດົມ​
ການ​ທີ່​ຮຸນ​ແຮງ​ ອຽງໄປ​ທາງ​ຂວາ​ຫລື​ທາງ​ຊ້າຍ​ສຸດ​ນັ້ນ.

ທ່ານ Jalil ​ເດີນທາງ​ໄປ​ຮອດ​ກຸງ​ຕຣີ​ໂປ​ລີ​ໃນ​ວັນ​ເສົາ​ຜ່ານ​ມາ ​ເປັນ​ເທື່ອ​ທໍາ​ອິດ​ນັບ​ແຕ່​
ພວກ​ພັນທະ​ມິດ​ຂອງ​ທ່ານ​ໄດ້ຂັບ​ໄລ່​ທ່ານ​ມວມມາ​ກາດ​ດາ​ຟີ ອະດີດ​ຜູ້​ນໍາ​ລີ​ເບຍ​ອອກ
ຈາກ​ເມືອງ​ໄປ. ທ່ານ Jalil ​ໄດ້​ກ່າວ​ເຊ່ນ​ນີ້​ຕໍ່​ຝຸງ​ຊົນ​ທີ່ຟົດ​ຟື້ນ​ຢູ່ຈັດ​ຕຸລັດ Martyr ຊຶ່ງ​
ເປັນ​ບ່ອນ​ໂຮມ​ຊຸມນຸມ​ປະ​ທ້ວງ​ພວກ​ນິຍົມ​ກາດ​ດາ​ຟີ​ຈົນ​ຮອດ​ໃນ​ຫວ່າງ​ບໍ່​ດົນ​ຜ່ານ​ມາ​ນີ້.
ທ່ານ Jalil ​ໄດ້​ເປັນ​ຜູ້​ປົກຄອງ​ລັດຖະບານ​ຊົ່ວຄາວ​ມາ​ໃນ​ເມືອງ Benghazi ໃນ​ພາກ​
ຕາ​ເວັນ​ອອກ​ຂອງ​ປະ​ເທດ ຊຶ່ງ​ເປັນ​ບ່ອນກຳເນີດໃນ​ການ​ລຸກ​ຮື​ຂຶ້ນທີ່​ໄດ້​ໂຄ່ນ​ລົ້ມ​ທ່ານ​
ກາດ​ດາ​ຟີ​ອອກ​ຈາກ​ອໍານາດ​ໄປ​ໃນ​ເດືອນ​ແລ້ວ​ນັ້ນ.

ທ່ານ Jalil ຍັງ​ໄດ້​ຮຽກຮ້ອງປະຊາຊົນ​ລີ​ເບຍ​ ໃຫ້​ຫລີກ​ລ່ຽງ​ການໂຈມ​ຕີແກ້​ແຄ້ນ​ຕໍ່​
ພວກ​ນິຍົມ​ກາດ​ດາ​ຟີ​ທີ່​ກໍາລັງ​ລີ້​ຊ່ອນ​ຢູ່​ນັ້ນ​ເຊ່ນ​ກັນ ​ໂດຍ​ກ່າວ​ວ່າ​ລະ​ບົບຕຸລາການ
ຂອງ​ລີ​ເບຍ​ຄວນ​ຈະ​ເປັນສິ່ງ​ດຽວ​ທີ່​ຄວບ​ຄຸມ​ຄວາມ​ເປັນ​ທໍາ​ສໍາລັບ​ພວກ​ທີ່​ເຂັ່ນຂ້າ​ປະ
ຊາຊົນ​ລີ​ເບຍ​ນັ້ນ.

ໃນ​ລາຍ​ງານ​ສະບັບ​ນຶ່ງ​ທີ່ເປີດ​ເຜີຍ​ໃຫ້​ຊາບ​ໃນ​ວັນ​ອັງຄານ​ມື້​ນີ້ ອົງກາ​ນນີລະ​ໂທ​ດກໍາ​
ສາກົນ​ກ່າວ​ວ່າ ທັງ​ສອງ​ຝ່າຍ​ທີ່​ເປັນ​ຄູ່​ປໍ​ລະ​ປັກ​ກັນ​ຕ່າງກໍໄດ້ກໍ່​ອາ​ຊະ​ຍາ​ກໍາ​ສົງຄາມ​ຂຶ້ນ
ໃນ​ລະຫວ່າງ​ສົງຄາມ​ກາງ​ເມືອງ​ເປັນ​ເວລາ 6 ເດືອນ​ນັ້ນ. ລາຍ​ງານ​ສະບັບ​ນີ້ສ່ວນໃຫຍ່
ແລ້ວ ​ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບອາ​ຊະ​ຍາ​ກໍາ​ຕໍ່​ພວກ​ພົນລະ​ເຮືອນ​ທີ່ກໍ່ຂຶ້ນ​ໂດຍພວກ
​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ກາດ​ດາ​ຟີ​ນັ້ນ ​ແຕ່ໃນຂະນະດຽວກັນ ກໍໄດ້​ເກັບ​ກໍາ​ເອກະສານ
​ກ່ຽວ​ກັບ​ການ​ແກ້​ແຄ້ນ​ທີ່​ໂຫດ​ຫ້ຽມທີ່ກໍ່​ຂຶ້ນ​ໂດຍ​ພວກ​ກໍາລັງ​ຂອງ​ອໍານາດ​ປົກຄອງ​ຊົ່ວ
ຄາວ​ບາງ​ຄົນ ​ເວລາພວກ​ນັກ​ຕໍ່ສູ້​ທີ່ຈົງ​ຮັກ​ພັກດີ​ຖືກ​ຂັບ​ໄລ່​ອອກ​ຈາກ​ພາກ​ຕາ​ເວັນ​ອອກ
​ຂອງ​ລີ​ເບຍ​ໄປ​ນັ້ນ.

XS
SM
MD
LG