ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກນັກການທູດ ພົບປະກັນ ທີ່ Qatar ເລື້ອງລີເບຍ


ທ່ານ Ban Ki-Moon ຢືນຢູ່ທາງຂ້າງຈາກອົງມົງກຸດ Sheikh Tamim bin Hamad al-Thani ແຫ່ງ Qatar .ໃນການຖ່າຍຮູບຮ່ວມກັນຂອງບັນດາລັດຖະມົນຕີຕ່າງປະເທດທີ່ມາຮ່ວມກອງປະຊຸມ ທີ່ນະຄອນຫລວງ Doha ວັນທີ 13 ເມສາ, 2011
ທ່ານ Ban Ki-Moon ຢືນຢູ່ທາງຂ້າງຈາກອົງມົງກຸດ Sheikh Tamim bin Hamad al-Thani ແຫ່ງ Qatar .ໃນການຖ່າຍຮູບຮ່ວມກັນຂອງບັນດາລັດຖະມົນຕີຕ່າງປະເທດທີ່ມາຮ່ວມກອງປະຊຸມ ທີ່ນະຄອນຫລວງ Doha ວັນທີ 13 ເມສາ, 2011

ບັນດາ​ນັກ​ການ​ທູດ​ພວມ​ເຕົ້າ​ໂຮມ​ກັນ​ຢູ່​ທີ​ປະ​ເທດ Qatar
ໃນ​ວັນ​ພຸດມື້​ນີ້ ​ເພື່ອ​ປະສານ​ງານ​ກັນ​ໃນ​ການ​ຮັບມືຂອງ
ນາໆ​ຊາດ​ຕໍ່​ວິ​ກິດ​ການ​ໃນ​ລີ​ເບຍ​ນັ້ນ.

ກຸ່ມ​ຕິດ​ຕໍ່​ພົວພັນ​ລະຫວ່າງ​ຊາດ​ວ່າ​ດ້ວຍ​ລີ​ເບຍ ທີ່ພົບ​ປະ
ກັນ​ເປັນ​ຄັ້ງ​ທໍາ​ອິດ ຈະ​ນໍາ​ພວກ​ລັດຖະບານ​ຕ່າງໆ​ທັງ​ຈາກ
ປະເທດ​ຕາ​ເວັນ​ຕົກ​ແລະ​ໃນ​ພາກ​ພື້ນ ​ທີ່ໃຫ້ການ​ສະໜັບ
ສະໜຸນ​ແກ່​ພວກ​ຝ່າຍ​ຄ້ານ​ໃນ​ລີເບຍ​ນັ້ນ​ມາ​ເຕົ້າ​ໂຮ​ມກັນ.

ສະພາ​ປົກຄອງ​ແຫ່ງ​ຊາດ​ຊົ່ວຄາວ​ຂອງ​ພວກ​ກະບົດ​ຈະ​ໄປ
ຮ່ວມ​ໃນ​ກອງ​ປະຊຸມ​ດັ່ງກ່າວ ຕະຫລອດ​ທັງ​ທ່ານ​ພັນ​ກິມູນ
ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ.

ທ່ານ​ມຸສສາ​ກູ​ສສາ ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລີ
ເບຍ ທີ່​ໄດ້​ໂຕນ​ໜີ​ໄປ​ລີ້​ໄພ​ໃນ​ອັງກິດ ຈະ​ໄປ​ຮ່ວມ​ກອງ​ປະ
ຊຸມ​ທີ່ Qatar ​ເຊ່ນ​ກັນແລະ​ຈະ​ໃຫ້​ຄໍາ​ແນະ​ນໍາ​ຕໍ່​ກຸມ​ຕິດ​ຕໍ່​
ພົວພັນລະຫວ່າງ​ຊາດ​ດັ່ງກ່າວ.

ໂຄສົກ​ປະ​ຈໍາ​ຄະນະ​ຜູ້ຕາງ​ໜ້າ​ຂອງ​ພວກ​ກະບົດ ກ່າວ​ວ່າ ພວກ​ຕົນ​ຈະ​ບໍ່ຮັບ​ເອົາ​ຫຍັງ​ໝົດ
ນອກຈາກ​ຈະ​ປົດ​ທ່ານ​ກາດ​ດາ​ຟີ ຜູ້ນໍາ​ລີ​ເບຍ​ອອກ​ຈາກ​ອໍານາດແລະ​ກຳຈັດກໍາລັງ​ຂອງ​ທ່ານ
ເທົ່າ​ນັ້ນ.

ທ່ານ William Hague ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ ກ່າວ​ຢູ່​ນອກ​ກອງ​ປະ​ຊຸມ​ວ່າ ຄວາມ​ກົດ​ດັນ​ກໍາລັງ​ເພີ່ມ​ທະວີ​ຂຶ້ນ​ເພື່ອ​ໃຫ້​ທ່ານ​ກາດ​ດາ​ຟີ​ລົງ​ຈາກ​ຕໍາ​ແໜ່​ງ​ໄປ​ນັ້ນ.

ໃນອັງຄານ​ວານ​ນີ້ ຝຣັ່ງ​ແລະ​ອັງກິດ​ຕ່າງກໍໄດ້​ຮຽກຮ້ອງ​ໃຫ້​ພັນທະ​ມິດ​ກຸ່ມ​ເນ​ໂຕ້​ເພີ່ມ​ທະວີ​
ການ​ໂຈມ​ຕີ​ທາງ​ອາກາດຂອງ​ຕົນຕໍ່​ພວກ​ກໍາລັງ​ຝ່າຍລັດຖະບານ​ທີ່​ພວມ​ທໍາ​ການ​ໂຈມ​ຕີ​ພວກ
ພົນລະ​ເຮືອນ​ຢູ່​ໃນ​ເວລາ​ນີ້.

ທ່ານ Alain Juppe ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝຣັ່ງກ່າວ​ວ່າ ກຸ່ມ​ເນ​ໂຕ້​ບໍ່​ໄດ້​ດໍາ​ເນີນ
ການ​ພຽງພໍ ​ເພື່ອ​ຢຸດ​ການ​ໂຈມ​ຕີ​ຂອງ​ພວກ​ກໍາລັງ​ກາດ​ດາ​ຟີ​ທໍາ​ການ​ເຂັ່ນຂ້າ​ພວກ​ພົນລະ
ເຮືອນ​ໃນ​ຂົງ​ເຂດ​ທີ່ຢູ່​ພາຍ​ໃຕ້​ການ​ຄອບ​ຄອງ​ຂອງ​ຝ່າຍ​ກະບົດ​ນັ້ນ. ທ່ານ Juppe ກ່າວ​ຕໍ່​ໄປ
ວ່າ ກຸ່ມ​ເນ​ໂຕ້​ຈະຕ້ອງດໍາ​ເນີນ​ການ​ຫລາຍ​ຂຶ້ນ​ເພື່ອ​ທໍາລາຍ​ອາວຸດ​ຂະໜາດ​ໜັກ​ຂອງ​ທ່ານ
ກາດ​ດາ​ຟີ ທີ່​ແນ​ເປົ້າ​ໝາຍ​ໃສ່​ເມືອງ Misrata ທີ່​ຖືກ​ປິດ​ລ້ອມ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ລີ​ເບຍ.
ບັນດາ​ກຸ່ມ​ຊ່ອຍ​ເຫລືອລະຫວ່າງ​ຊາດເຕືອນ​ວ່າ​ ຈະ​ມີ​ວິ​ກິດ​ການ​ດ້ານ​ມະນຸດສະ​ທໍາ​ເກີດ​ຂຶ້ນ
ໃນ​ເມືອງ​ໃຫຍ່​ທີ່ສຸດ​ອັນ​ດັບ 3 ຂອງ​ລີ​ເບຍ​ນັ້ນ.

ທ່ານ Hague ຮຽກຮ້ອງພວກ​ປະ​ເທດ​ສະມາ​ຊິກ​ຂອງ​ກຸ່ມ​ເນ​ໂຕ້​ເພີ່ມ​ຈໍານວນ​ເຮືອບິນ​ລົບ​ຂຶ້ນ​ອີກ​ສໍາ​ລັບ​ເຂົ້າ​ພົວພັນ​ໃນ​ການ​ປະຕິບັດ​ງານ​ທາງອາກາດ ​ເຊ່ນ​ດຽວ​ກັນ​ກັບ​ອັງກິດ​ໄດ້​ເຮັດ​ມາ​ນັ້ນ.

ກຸ່ມ​ເນ​ໂຕ້​ໄດ້​ປະຕິ​ເສດ​ຕໍ່​ການ​ຕໍາ​ໜິຕິຕຽນ​ຂອງຝຣັ່ງ​ແລະ​ອັງກິດ​ນັ້ນ ຊຶ່ງນາຍ​ພົນ​ຈັດຕະວາ Mark Van Uhm ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າກຸ່ມ​ເນ​ໂຕ້​ກໍາລັງ​ດໍາ​ເນີນ​ງານ​ຢ່າງ​ດີ​ເລີດ ​ແລະ​ປົກ​ປ້ອງ​ພວກ​ພົນ​ລະ​ເຮືອນ ​ດ້ວຍກຳລັງທີ່​ພວກ​ຕົນ​ມີ​ຢູ່ນັ້ນ.

XS
SM
MD
LG